Lao PDR

Lao PDR

ສູນ​ອົບ​ຮົມ​ປ່າ​ໄມ້​ຊຸມ​ຊົມ/ປ່າ​ໄມ້​ບ້ານ (ລີ​ຄອບ) (RECOFTC) – ສູນ ສຳ​ລັບ​ຄົນ ແລະ ປ່າ​ໄມ້ ເປັນ​ສ່ວນ​ໜື່ງ​ທີ່​ສຳ​ຄັນ ແລະ ພິ​ເສດ ສຳ​ລັບ ໂລກ​ຂອງ​ປ່າ​ໄມ້. ລີ​ຄອບ ແມ່ນ​ອົງ​ການ​ດຽວ ທີ່​ເປັນ ອົງ​ການ​ຈັດ​ຕັ້ງສາ​ກົນ ທີ່ບໍ່​ຫັວງ​ຜົນ​ກຳ​ໄລ ທີ່​ມີຄວາມ​ສາ​ມາດ​ສະ​ເພາະ ໃນ​ການ​ຍົກ​ລະ​ດັບ​ຄວາມຮູ້ ຄວາມ​ສາ​ມາດ ສຳ​ລັບ​ຊຸມ​ຊົມ/ຊາວ​ບ້ານ  ແລະ ການ​ຄຸ້ມ​ຄອງ​ປ່າ​ໄມ້. ລີ​ຄອບ ມີ​ວິ​ໃສ​ທັດ ທີ່​ຈະ ສົງ​ເສີມ ຄວາມ​ຮູ້​ຄວາມ​ສາ​ມາດ ໃຫ້​ແກ່ຊຸມ​ຊົນ ແລະ ຄົນ​ທ້ອງ​ຖິ່ນ ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ສິດ​ທິ ທີ່​ໜັ້ນ​ຄົງ​ກ່​ວາ​ເກົ່າ, ປັບ​ປຸງ​ການ​ຄຸ້ມ​ຄອງ ແລະ ການ​ແບ່ງ​ປັນ​ຜົນ​ປະ​ໂຫຍດ ຂອງ ເຂົາ​ເຈົ້າ ໃນ​ການ​ຄຸ້ມ​ຄອງ​ປ່າ​ໄມ້ ແບບ​ພຸມ​ມີ​ທັດ ໃນ​ຂົງ​ເຂດ​ອາ​ຊີ ແລະ ປາ​ຊີ​ຟິກ.

ຢູ່​​ໃນ​ລາວ ລີ​ຄອບ ໄດ້​ຊຸກ​ຍູ້​ລັດ​ຖະ​ບານ​ ແຫ່ງ ສ​ປ​ປ ລາວ ຕັ້ງ​ແຕ່​ປີ 1989 ເປັນ​ຕົ້ນ​ມາ ແລະ ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຫຼາຍໆ ໂຄງ​ການ ເປັນ​ຕົ້ນ​ແມ່ນ ໂຄງ​ການ ເອຊຽນ ສະ​ວິ​ສ ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ, ໂຄງ​ການ ຟໍ​ອິນ​ໂຟ ກ່ຽວ​ກັບ ຂໍ້​ມູນ​ຂ່າວ​ສານ ແລະ ການ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ, ໂຄງ​ການ​ກ​ຣາດສ​ຣູດ ແລະ ໂຄງ​ການ ກິ​ຣນ​ແມ່​ຂອງ ກ່ຽວ​ກັບການ​ເສີມ​ສ້າງ​ຄວາມ​ສາ​ມາດ ຂອງ​ພະ​ນັກ​ງານ ແລະ ຊຸມ​ຊົນ​ຂັ້ນ​ຮາກ​ຖານ ​ເພື່ອ​ຊຸ​ຍູ້​ວຽກ​ງານການ​ລຸດ​ຜົ່ນ​ການ​ປ່ອຍ​ອາຍ​ພິດ​ເຮື​ອນ​ແກ້ວ ຈາກ​ການ​ທຳ​ລາຍ​ປ່າ​ໄມ້ ແລະ ການ​ເຊື່ອມ​ໂຊມ​ຂອງປ່າ​ໄມ້  ແລະ ໂຄງ​ການ​ທົດ​ລອງ ການ​ຂື້ນ​ຖະ​ບຽນ ແລະ ອອກ​ໃບ​ຕາ​ດິນ​ປ່າ​ໄມ້​ຊົມ​ໃຊ້​ບ້ານ ລວມ​ໝູ່

ຂ່າວ

ທ່ານເອກອັກຄະລະສະທູດ ຂອງ ສະຫະພາບເອີລົບ ໄດ້ແນະນຳໂຄງການພາກພື້ນໃໝ່ ກ່ຽວກັບການຄຸ້ມຄອງປ່າໄມ້ໃນ ສປປ ລາວ

ໃນວັນທີ 29 ພຶດສະພາ 2017 ທີ່ວຽງຈັນ ທ່ານເອກອັກຄະລະສະທູດ Leo Faber ຂອງ ສະຫະພາບເອີລົບ ໄດ້ແນະນຳໂຄງການໃໝ່ ໂຄງການສົ່ງເສີມຄວາມສາມາດ ອົງການຈັດຕັ້ງທາງສັງຄົມເພື່ີີອ...

RECOFTC ຊ່ວຍ ການຝຶກອົບຮົມ ການຄຸ້ມຄອງການປູກໄມ້, ການເຮັດວຽກກັບຊຸມຊົນ ຂອງ ບໍລິສັດ ປູກໄມ້ວີກ ສະໂຕລາເອັນໂຊ, ເຊໂປນ, ສະຫວັນນະເຂາດ

ການ​ຝຶ​ກ​ອົບ​ຮົມ​ແມ່ນ​ເນັ້ນໃສ່ ການ​ເຮັດ​ວຽກ​ກັບ​ຊຸມ​ຊົນ ໂດຍ​ຫຼີກ​ລ້ຽງ​ການ​ມີ​ປັນ​ຫາ ແລະ ຂໍ້​ຂັດ​ແຍ່ງ​ກັບ​ຊຸມ​ຊົນ ແລະ ໃຫ້​ແນ່​ໃຈ​ວ່າ​ຊຸມ​ຊົນ ຍີນຍອມ ແລະ​ ຕົກ​ລົງ...

ກອງປະຊຸມປຶກສາຫາລືຜົນໄດ້ຮັບ ກ່ຽວກັບການປະເມີນຄວາມອາດສາມາດຂອງພະນັກງານ ແຂວງຫຼວງພະບາງ ທີ່ຕິດພັນກັບວຽກງານປ່າໄມ້, ເຣດບວກ ໂດຍຮ່ວມມືກັບອົງການໃຈກາ ທີ່ແຂວງຫຼວງພະບາງ

ການ​ປະ​ເມີນ​ ແລະ ການ​ກອງ​ປະ​ຊຸມ ໄດ້​ມີ​ການ​ສະ​ຫຼຸບ​ວ່າ ຄວາ​ມ​ອາດ​ສາ​ມາດ​ຂອງ​ພ​ະ​ນັກ​ງານ​ຂອງ​ແຂວງ ໂດຍ​ສະ​ເພາະ ພະ​ແນກ​ຊັບ​ພະ​ຍາ​ກອນ​ ແລະ ສີ່ງ​ແວດ​ລ້ອມ​ແຂວງ ແລະ...

ກອງປະຊຸມພາກພື້ນ ກ່ຽວກັບການຄຸ້ມຄອງປ່າໄມ້ຢ່າງມີຄວາມທ່ຽງທຳ, ໃນວັນທີ 10-12 ເດືອນພະຈິກ 2015 ທີ່ບັງກອກ ປະເທດໄທ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ແມ່ນ​ໄດ້​ແມ່ນ​ໄດ້​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ພາກ​ພື້ນ ແລະ ຈາກ​ຫຼາຍ​ອົງ​ພາກ​ສ່ວນ​ເຊັ່ນ ລັດ​ຖະ​ບານ ແລະ ອົງ​ການ​ພັດ​ທະ​ນາ​ທີ່ບໍ່​ຂື້ນ​ກັບ​ລັດ​ຖະ​...

ການຝຶກອົບຮົມ ການວິເຄາະ ແລະ ພັດທະນາຕະຫຼາດ ຊຸມຊົນໂດຍການຮວມມືກັບອົງການ WWF 21-26/09/2015 ທີ່ປາກຊັນ, ບໍລິຄຳໄຊ

ລີ​ຄອບ​ໄດ້​ຮ່ວມ​ມື​ກັບ ອົງ​ການ WWF ເພື່ອ​ຈັດ​ຕັ້ງ​ການ​ຝືກ​ອົບ​ຮົມ​ໃຫ້​ແກ່​ພາກ​ລັດ ແລະ ອົງ​ການ​ຈັດ​ຕັ້ງ​ທີ່ບໍ່​ຂື້ນ​ກັບ​ລັດ​ຖານ ກ່ຽວ​ກັບ​ການ​ວິ​ເຄາະ​ຕະ​ຫຼາດ ແລະ...

ສິ່ງພີມ