ຍຸດທະສາດ ແລະ ວິໃສທັດ

ຍຸດທະສາດ ແລະ ວິໃສທັດ

ປ່າ​ໄມ້​ຊຸມ​ຊົນ/ຫຼື​ປ່າ​ໄມ້​ບ້ານ ແລະ ການ​ຄຸ້ມ​ຄອງ​ປ່າ​ໄມ້ ແບບ​ວິ​ໃສ​ທັດ​ອື່ນໆ ທີ່​ກ່ຽວ​ຂ້ອງ ແມ່ນ​ໄດ້​ມີ​ການ​ເຫັນ​ດີ​ວ່າ ເປັນ​ບົດ​ຮຽນ​ທີ່​ມີ​ປະ​ສິດ​ທິ​ພາບ ໃນ​ການ​ລຸດ​ຜ່ອນ ທາດ​ອາຍ​ພິດ​ເຮືອນ​ແກ້ວ ຈາກ​ການ​ທຳ​ລາຍ​ປ່າ​ໄມ້ ແລະ ເຮັດ​ໃຫ້​ປ່າ​ໄມ້​ເຊື່ອມ​ໂຊມ ແລະ ສົ່ງ​ເສີມ ການ​ປົກ​ປັກ​ຮັກ​ສາ ແລະ ຟື້ນ​ຟຸ​ປ່າ​ໄມ້. ມັນ​ເປັນ​ວິ​ທີ​ການ​ອັນ​ນື່ງ ທີ່​ປັບ​ປຸງ​ສິດ​ທິ, ການ​ຄຸ້ມ​ຄອງ ແລະ ການ​ເຂົ້າ​ເ​ຖີງ​ຜົນ​ປະ​ໂຫຍດ ຢ່າງ​ເທົ່າ​ທຽມ​ກັນ ຂອງ​ຄົນ​ທ້ອງ​ຖິ່ນ ແລະ ຜູ້​ປະ​ກອບ​ການ​ທ້ອງ​ຖິ່ນ ເຊີ່ງ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່ ແລະ ອາ​ຫານ​ການ​ກິນ ຂອງ​ເຂົາ​ເຈົ້າ​ເອງ. ການ​ສະ​ໜັບ​ສະ​ໜູນ​ທາງ​ດ້ານ​ນະ​ໂຍ​ບາຍແຫ່ງ​ຊາດກ່ຽວ​ກັບ​ປ່າ​ໄມ້​ບ້ານ ນັ້ນ ແມ່ນ​ມີ​ການ​ເພື່ອ​ຂື້ນ.
 

ຫ່​ວາງມໍ່ໆມາ​ນີ້ ລັດ​ຖະ​ບານ ແຫ່ງ ສ​ປ​ປ ລາວໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ ເພື່ອ​ທີ່​ຈະ​ລຸດ​ຜ່ອນ​ການ​ຖາງ​ໄຮ່ ແບບເລື່ອນ​ລອຍ ໂດຍ​ການ​ສົ່ງ​ເສີມ​ໃຫ້​ມີ​ການ​ວາງ​ແຜນ​ການ​ນຳ​ໃຊ້​ທີ່​ດີນ ແລະ ການ​ມອບ​ດິນມອບ​ປ່າ. ຫຼາຍ​ບົດ​ຮຽນ​ທີ່​ໄດ້​ພົບ​ຜ່ານ​ມາ​ ສາ​ມາ​ດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງລະ​ບົບ​ນິ​ຕິ​ກຳ ແລະ ນະ​ໂຍ​ບາຍ ຂອງວຽກ​ງານ​ດັ່ງ​ກ່າວ​ໄດ້
 

ລີ​ຄອບ ລາວ ກຳ​ລັງ​ຊ່ວຍເຫຼືອ ແລະ ຊຸກ​ຍູ້​ລັດ​ຖະ​ບານ​ລາວ ໃນ ວຽກ​ງານ​ປ່າ​ໄມ້​ບ້ານ ໂດຍ​ການສ້າງ​ຄວາມ​ເຂັ້ມ​ແຂງໃຫ້​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ປ່າ​ໄມ້​ບ້ານ​, ຊ່ວຍ​ປັບ​ປຸງ​ນະ​ໂຍ​ບາຍ, ຍຸດ​ທ​ະ​ສາດ​ການ​ສື່​ສານ ແລະ ແລກ​ປ່ຽນ​ບົດ​ຮຽນ​ຈາກ​ຫຼາຍໆ​ຂົງເຂດ ຫຼາຍໆ​ປະ​ເທດ.
 

ຂົງເຂດວຽກງານຫຼັກຂອງ ລີຄອບມີຄື:
 

  1. ​ການສ້າງໃຫ້ຊຸມຊົນມີຄວາມປອດໄພ ໃນສິດທິຂອງເຂົາເຈົ້າ ກ່ຽວກັບປ່າໄມ້/ສົ່ງເສີມວຽກງານປ່າໄມ້ບ້ານ
  2. ສົ່ງ​ເສີມ​ວຽກ​ງານ​ການ​ຕະ​ຫຼາດ ແລະ ປັງ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ
  3. ຄົນ, ປ່າ​ໄມ້ ແລະ ການ​ປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ແລະ ເຣັດ (ການ​ລຸດ​ຜ່ອນ​ທາດ​ອາ​ຍ​ພິດ​ເຮືອນ​ແກ້ວ ຈາກ​ການ​ທຳ​ລາຍ​ປ່າ​ໄມ້ ແລະ ການ​ເຮັດ​ໃຫ້​ປ່າ​ໄມ້​ເຊື່ອມ​ໂຊມ
  4. ​ການ​ຊຸກ​ຍູ້​ການ​ປັບ​ປຸງ​ກົນ​ໄກການແກ້​ໄຂ​ຂໍ້​ຂັດ​ແຍ່ງ ກ່ຽວ​ກັບ​ປ່າ​ໄມ້

 

ຈຸດ​ປະ​ສົງ:

ສົ່ງ​ເສີມ​ຄວາມ​ສາ​ມາດ ຂອງ​ຄົນ​ທ້ອງ​ຖິ່ນ ເພື່ອ​ທີ່​ຈະ​ມີ​ສິດ​ທິ, ການ​ຄຸ້ມ​ຄອງທີ່​ດີ​ກວ່າ​ເກົ່າ ແລະ ການ​ແບ່ງ​ປັນ​ຜົນ​ປະ​ໂຫຍດ ຢ່າງ​ເທົ່າ​ທຽມ​ກັນ ຂອງ​ພວກ​ເຂົາ​ເຈົ້າ ໃນ​ວຽກ​ງານ​ປ່າ​ໄມ້​ແບບ​ພູມ​ມີ​ທັດ ທີ່​ຍືນ​ນານ