ກອງປະຊຸມກະກຽມ ກອງປຸມໃຫ່ຍ ພາຄີ ກ່ຽວກັບ ການຄຸ້ມຄອງການລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມ ແລະ ການປ່ຽນແປງດິນຟ້າອາກາດ ທີ່ໂຮງແຮມດອນຈັນພາເລດສ

ກອງ​ປະ​ຊຸມ​ດັ່ງ​ກ່າວ ແມ່ນ​ໄດ້​ມີ​ສະ​ມາ​ຊິກ​ຂອງ​ໜ່ວຍ​ງານ ເຣດ​ບວກ (ການ​ລຸດ​ຜ່ອນ​ການ​ປ່ອຍ​ທາດອາຍ​ພິດ​ເຮືອນ​ແກ້ວ ການ​ທຳ​ລາຍ​ປ່າ​ໄມ້ ແລະ ການເຮັດ​ໃຫ້​ປ່າ​ໄມ້​ເຊື່ອມ​ໂຊມ) ​ແຫ່ງ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ກ່ຽວ​ຂ້ອງ ເຂົ້າ​ຮ່ວມ​ຫຼ​າຍ​ກ່​ວາ 40 ທ່ານ.

ກອງປະຊຸມປຶກສາຫາລື ທີ່ຈະຈັດຂື້ນນີ້ ແນ່ໃສ່ເພື່ອ: (1) ສ້າງຄວາມເຂົ້າໃຈໃຫ້ກຸ່ມເປົ້າຫມາຍຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງຈາກອົງການຈັດຕັ້ງທາງສັງຄົມ ທີ່ກ່ຽວຂ້ອງ ກ່ຽວກັບສະພາບການເຈລະຈາ UNFCCC ໃນໄລຍະຜ່ານມາ ເຊີ່ງຈະນຳໄປສູ່ກ່ອນການຕົກລົງໃນກອງປະຊຸມ COP 21 ທີ່ຈະຈັດຂື້ນໃນເດືອນ ທັນວາ 2015 ນີ້. (2) ເພື່ອກຳນົດແນວທາງ ກ່ຽວກັບຄວາມຫມາຍຄວາມສຳຄັນ ຂອງຄວາມທ່ຽງທຳ ໃນກອບດຳເນີນງານ ຂອງແຜນງານ REDD+ ທີ່ປັບປຸງໃຫມ່ ກັບ REDD+ ແຫ່ງຊາດ ທີ່ກ່ຽວຂ້ອງກັບພາກສ່ວນກຳນົດນະໂຍບາຍ ແລະ (3) ເພື່ອນຳເອົາຄວາມຄິດເຫັນ ຂອງພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ກ່ຽວກັບສີ່ງທ້າທາຍຕົ້ນຕໍຕ່າງໆ ໃນຄວາມທ່ຽງທຳ ພ້ອມທັງການສ້າງຄວາມສາມາດ ໃນແຕ່ລະປະເທດ.