ກອງປະຊຸມປຶກສາຫາລືຜົນໄດ້ຮັບ ກ່ຽວກັບການປະເມີນຄວາມອາດສາມາດຂອງພະນັກງານ ແຂວງຫຼວງພະບາງ ທີ່ຕິດພັນກັບວຽກງານປ່າໄມ້, ເຣດບວກ ໂດຍຮ່ວມມືກັບອົງການໃຈກາ ທີ່ແຂວງຫຼວງພະບາງ

ການ​ປະ​ເມີນ​ ແລະ ການ​ກອງ​ປະ​ຊຸມ ໄດ້​ມີ​ການ​ສະ​ຫຼຸບ​ວ່າ ຄວາ​ມ​ອາດ​ສາ​ມາດ​ຂອງ​ພ​ະ​ນັກ​ງານ​ຂອງ​ແຂວງ ໂດຍ​ສະ​ເພາະ ພະ​ແນກ​ຊັບ​ພະ​ຍາ​ກອນ​ ແລະ ສີ່ງ​ແວດ​ລ້ອມ​ແຂວງ ແລະ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ ຜູ້​ທີ່​ຮັບ​ຜິດ​ຊອບ ແລະ ກ່ຽວ​ຂ້ອງ​ໂດຍ​ກົງ​ກັບໂຄ​ງ​ການ​ໃຈ​ກາ ແລະ ​ວຽກ​ງານ ການ​ລຸດ​ຜ່ອນການ​ປ່ອຍ​ທາດ​ອາຍ​ພິດ​ເຮືອນ​ແກ້ວ ຈາກ​ການ​ທຳ​ລາຍ​ປ່າ​ໄມ້ ແລະ ການເຮັດ​ໃຫ້​ປ່າ​ໄມ້​ເຊື່ອມ​ໂຊມ ຫຼື ທີ່​ເອີ້ນ​ກັນ​ວ່າ ເຣດບວກ ນັ້ນ​ຍັງ​ບໍ່​ທັນ​ພຽງ​ພໍ ສະ​ນັ້ນ ກອງ​ປະ​ຊຸມ ຈຶ່ງ​ໄດ້​ມີ​ການວາງ​ແຜນ​ການ​ປະ​ຈຳ​ປີ ໃນ​ແຜນ​ງານການ​ຝືກ​ອົບ​ຮົມ​ໃຫ້​ແກ່​ພ​ະ​ນັກ​ງານ​​ທີ່​ກ່ຽວ​ຂ້ອງດັ່ງ​ກ່າວ ໃນ​ຫຼາຍໆ​ຫົວ​ຂໍ້.

News Type: