RECOFTC Lao PDR
News

ການຝຶກອົບຮົມ ການລົງຕິດຕາມການປູກໄມ້ ຂອງບໍລິສັດບົວລະພາ ໂດຍຜ່າມການສະໜັບສະໜູນໂດຍ IFC

ການຝຶກອົບຮົມ ການລົງຕິດຕາມການປູກໄມ້ ຂອງບໍລິສັດບົວລະພາ ໂດຍການສະໜັບສະໜູນຈາກ ຄູ່ຮ່ວມງານການເງີນສາກົນ (IFC) ໂດຍນຳໃຊ້ ເຕັກໂນໂລຍີ ສະມາດໂຟນ ທີ່ມີຊື່ວ່າ GeoODK ໃນການຕິດຕາມການປູກໄມ້ຂອງບໍລິສັດ. ໃນການຝຶກອົບຮົມນີ້ ນັກສຳມະນາກອນ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖີງ ການລົງຕິດຕາມ ໂດຍການຈັບຈຸດພິກັດວ່າບ້ານເປົ້າໝາຍຢູ່ຈຸດເສັ້ນແວງເສັ້ນຂະໜານທີເທົ່າໃດ, ວັດແທກຈຳນວນເນື້ອທີ່ສວນປູກຂອງຊາວສວນ ວ່າມີເທົ່າໃດ ແລະ ຕົ້ນໄມ້ຈຳນວນເທົ່າໃດ, ແລະ ວີທີການສຳພາດປະຊາຊົນ ແລະ ເອົາຂໍ້ມູນເຂົ້າແບບຟອມ ແລະ ເຂົ້າສະມາດໂຟນ ແລະ ສົ່ງຫາສູນໃຫ່ຍຂອງ IFC. ເຂດເປົ້າໝາຍຂອງບໍລິສັດບົວລະພາແມ່ນຢຸ່ຫຼາຍເມືອງຂອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ.​

ຜູ້ເຂົ້າຮ່ວມ ແລະ ຜຸ້ຈະຈັດຕັ້ງປະຕິບັດຮ່ວມກັບອົງການລີຄອບແມ່ນ ທັງຄູອາຈານ ແລະ ນ້ອງນັກຮຽນປີສຸດທ້າຍ ຂອງຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ. ພ້ອມນີ້ ກໍຍັງມີພາກສ່ວນອື່ນໆ ເຊັ່ນ ບໍລິສັດ ແມ່ຂອງປູກໄມ້ Mekong Timber Plantation ແລະ ອົງການບ້ານຈຸດສຸມສາກົນ ພ້ອມດ້ວຍບໍລິສັດບົວລະພາ ແລະ IFC

ກ່າວພິທີເປີດ ແລະ ພິທີປິດໃນການຝຶກອົບຮົມຄັ້ງນີ້ ແມ່ນທ່ານ ນາງ ດາລາພອນ ສີຫານາດ,​ ຜູ້ຮັບຜິດຊອບໂຄງການປຸກໄມ້ປະສົມປະສານ ຂອງ IFC