RECOFTC Lao PDR
News

ການເກັບກຳຂໍ້ມູນ ແລະ ປະເມີນສະພາບ ວຽກງານການຄຸ້ມຄອງປ່າໄມ້ “ທີ່ດີ”

ການເກັບກຳຂໍ້ມູນ ແລະ ປະເມີນສະພາບ ວຽກງານການຄຸ້ມຄອງປ່າໄມ້ “ທີ່ດີ” ຂັ້ນສູນກາງ. ທີ່ທ່າລາດ ວັນທີ 8-9/11/2017. ການປະເມີນດັ່ງກ່າວນີ້ ແມ່ນສ່ວນໜື່ງຂອງໂຄງການ ການສ້າງຄວາມເຂັ້ມແຂງ ແກ່ພາກອົງການຈັດຕັ້ງທາງສັງຄົມ ເພື່ອປະກອບສ່ວນເຂົ້າໃນການຄຸ້ມຄອງປ່າໄມ້ທີດີ ເຊີ່ງລວມມີ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (ແຟກທີ) ແຜນງານ ການລຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມ (ເຣດ+) ເຊີ່ງໂຄງການນີ້ ໄດ້ຮັບການສະໜັບສະໜູນໂດຍ ສະຫະພາບເອີລົບ ໂດຍຜ່ານອົງການລີຄອບ ແລະ ມີເພື່ອນຮວມງານ 2 ອົງການ ຄື ສະມະຄົມຊີວະນາໆພັນລາວ ແລະ ອົງການ WWF.