RECOFTC Lao PDR
Stories

ການແນະນຳ ແລະ ຮຽນຮູ້ກ່ຽວກັບ ເຄື່ອງມື ແລະ ແບບຟອມ ເພື່ອກຽມພ້ອມລົງປະເມີນ ການຄຸ້ມຄອງປ່າໄມ້ "ທີ່ດີ", ແຂວງວຽງຈັນ 25-27 ຕຸລາ. ໂດຍ LBA, WWF, RECOFTC, ໂດຍການໃຫ້ທືນຈາກ ສະຫະພາບເອີລົບ EU

27 October 2017
RECOFTC Staff
Notes from the Field
The Center for People and Forests

ການແນະນຳ ແລະ ຮຽນຮູ້ ກ່ຽວກັບເຄື່ອງມື ແລະ ແບບຟອມ ເພື່ອກຽມພ້ອມ ລົງປະເມີນ ການຄຸ້ມຄອງປ່າ ໄມ້ "ທີ່ດີ", ແຂວງວຽງຈັນ ໂດຍ ສະມະຄົມ ຊີວະນາໆພັນລາວ (LBA) ອົງການ WWF ແລະ ອົງການ RECOFTC, ໂດຍການໃຫ້ ທືນຈາກ ສະຫະພາບເອີລົບ EU. ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ກໍເພື່ອເຮັດໃຫ້ຜູ້ເຂົ້າຮ່ວມທີ່ມາຈາກອົງການຈັດຕັ້ງສັງຄົມ ແລະ ພາກລັດ  ໄດ້ຮູ້ ແລະ ເຂົ້າໃຈແບບຟອມ ກ່ຽວກັບ ແບບຟອມ ແລະ ການກຳຂໍ້ມູນ ການຄຸ້ມຄອງປ່າໄມ້ທີ່ດີ, ການວິເຄາະ ແລະ ການນຳສະເໜີຂໍ້ມູນ. ຫຼັງຈາກການຝຶກອົບຮົມແລ້ວ ຜູ້ເຂົ້າຮ່ວມ ພ້ອມດ້ວຍ ອົງການລີຄອບ, ສະມາຄົມຊີວະນາໆພັນລາວ ແລະ ອົງການ WWF ຈະໄດ້ຈັດຕັ້ງການປະເມີນ ການຄຸ້ມຄອງປ່າໄມ້ ທີ່ດີ ຢູ່ຂັ້ນສູນກາງ ແລະ ຂັ້ນແຂວງ (ໄຊຍະບູລີ ແລະ ອັດຕະປື) ທີ່ມີຜູ້ເຂົ້າຮ່ວມມາຈາກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງປ່າໄມ້, ກວດກາປ່າໄມ້, ກາານຄ້າ ແລະ ອື່ນໆ