RECOFTC
ກິດຈະກຳ

Languages

ຝຶກອົບຮົມການເປັນຄູຝຶກກ່ຽວກັບການຄຸ້ມຄອງໄຟປ່າ

Dec 05
2023
-
08
Location
ແຂວງບໍ່ແກ້ວ, ສປປ ລາວ
ການສາທິດວິທີການດັບມອດໄຟປ່າ, ບ້ານນາຕານ, ແຂວງໄຊຍະບູລີ, ສປປ ລາວ. ຖ່າຍພາບໂດຍ:ອົງການລີຄອບ ປະຈຳ ສປປ ລາວ
ການສາທິດວິທີການດັບມອດໄຟປ່າ, ບ້ານນາຕານ, ແຂວງໄຊຍະບູລີ, ສປປ ລາວ. ຖ່າຍພາບໂດຍ:ອົງການລີຄອບ ປະຈຳ ສປປ ລາວ

ຊຸດຝຶກອົບຮົມການເປັນຄູຝຶກກ່ຽວກັບການຄຸ້ມຄອງໄຟປ່າ, ຈະໄດ້ຈັດຂຶ້ນໂດຍອົງການລີຄອບ ຜ່ານໂຄງການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ (CBFiM) ແລະ ຖືກອອກແບບມາເພື່ອການປະສົມປະສານດ້ານວິຊາການແລະວິທີການຄຸ້ມຄອງໄຟປ່າລະດັບສາກົນເພື່ອຈັດຕັ້ງປະຕິບັດໃນພື້ນທີ່ເປົ້າໝາຍໃນ 4 ປະເທດໃນພາກພື້ນ: ກຳປູເຈຍ,  ສປປ ລາວ, ໄທ ແລະ ສສ ຫວຽດນາມ, ພາຍໃຕ້ການສະໜັບສະໜູນຈາກອົງການບໍລິການປ່າໄມ້ USDA ແລະ ຄູ່ຮ່ວມງານ USDA Forest Service. ຝຶກອົບຮົມດັ່ງກ່າວ ຈະດຳເນີນຕາມຫຼັກການຂອງການຮຽນຮູ້ແບບຜູ້ໃຫຍ່ ແລະ ຈະນຳໃຊ້ວິທີການຮຽນຮູ້ແບບມີສ່ວນຮ່ວມ ແລະ ມີການແລກປ່ຽນປະສົບການຕ່າງໆ ລວມທັງວິທີການຮຽນແບບກຸ່ມເຊັ່ນ: ການສະແດງບົດບາດສົມມຸດ, ການສົນທະນາກຸ່ມ, ການລະດົມສະໝອງ ແລະ ການສົມມຸດສະຖານະການ, ລວມທັງການສາທິດພາກສະໜາມ ແລະ ການທົບທວນຮ່ວມກັນ. 

ຝຶກອົບຮົມດັ່ງກ່າວມີຈຸດປະສົງເພື່ອກະກຽມຄວາມພ້ອມໃຫ້ແກ່ຜູ້ປະສານງານ ແລະ ທີມງານໂຄງການກ່ຽວກັບການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ, ເພື່ອແກ້ໄຂຕົ້ນເຫດຂອງໄຟໄຫມ້ປ່າແລະຜົນສະທ້ອນທາງດ້ານສັງຄົມ ໃນພູມມີທັດປ່າໄມ້ຂອງປະເທດ. ໃນໄລຍະກອງປະຊຸມ 4 ວັນ, ນອກຈາກການຮຽນຮູ້ໃນຫ້ອງຝຶກອົບຮົມແລ້ວ, ຜູ້ເຂົ້າຮ່ວມຈະໄດ້ຢ້ຽມຢາມ ແລະ ສົນທະນາກັບບ້ານທີ່ຢູ່ໃນພື້ນທີ່ ເພື່ອຮຽນຮູ້ກ່ຽວກັບກໍລະນີ ຫຼື ບັນຫາສະເພາະຂອງການຄຸ້ມຄອງໄຟປ່າ ແລະ ທັງເປັນຫານແລກປ່ຽນຂໍ້ມູນຕົວຈິງກ່ຽວກັບການສ້າງຂີດຄວາມສາມາດ ແລະ ການອອກແບບແຜນການຄຸ້ມຄອງໄຟໃນຂັ້ນບ້ານ.

ຈຸດປະສົງສະເພາະ

ເພື່ອເພີ່ມຄວາມຮູ້, ທັກສະ ແລະ ເຄື່ອງມືສໍາລັບຄູ່ຮ່ວມງານພາກລັດຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງກ່ຽວກັບການວາງແຜນແລະການຈັດຕັ້ງປະຕິບັດການຄຸ້ມຄອງໄຟປ່າ. ນອກຈາກນັ້ນ, ກໍ່ເພື່ອເພີ່ມຄວາມຮັບຮູ້ກ່ຽວກັບບົດບາດຍິງ-ຊາຍໃຫ້ຜູ້ເຂົ້າຮ່ວມສາມາດນຳໃຊ້ເພື່ອການວາງແຜນຄຸ້ມຄອງໄຟປ່າຂັ້ນບ້ານ, ການຝືກອົບຮົມ ແລະ ໂຄສະນາເຜີຍແຜ່ ໃນຂັ້ນບ້ານ.

ໃນໄລຍະ ການຝຶກອົບຮົມ 4 ວັນນີ້, ຈະມີກິດຈະກຳຕ່າງໆດັ່ງນີ້:

  • ແລກປ່ຽນຄວາມຮູ້ພື້ນຖານ ແລະ ລັກສະນະກ່ຽວກັບການຄຸ້ມຄອງໄຟປ່າ ລວມທັງສາເຫດ ແລະ ຜົນກະທົບຂອງມັນ
  • ສ້າງຄວາມເຂົ້າໃຈກ່ຽວກັບວິທີການປະເມີນ ແລະຄວບຄຸມໄຟປ່າ ແລະປ້ອງກັນໄຟໄໝ້ປ່າໃນອະນາຄົດ.
  • ແບ່ງປັນຄວາມຮູ້ກ່ຽວກັບທັດສະນະຄະຕິດ້ານຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການວິເຄາະບົດບາດຍິງ-ຊາຍໃນການຄຸ້ມຄອງໄຟປ່າ.
  • ແລກປ່ຽນປະສົບການກ່ຽວກັບໄຟໄໝ້ປ່າ ແລະ ຜົນກະທົບ, ແລກປ່ຽນຂໍ້ມູນຂ່າວສານ, ແລະ ປະສານງານໃນລະດັບທ້ອງຖິ່ນ.
  • ການລົງຢ້ຽມຢາມບ້ານເປົ້າໝາຍ ເພື່ອຮຽນຮູ້ກ່ຽວກັບກໍລະນີສະເພາະຂອງການຄວບຄຸມ ແລະ ປ້ອງກັນໄຟປ່າ, ຢູ່ເມືອງຫ້ວຍຊາຍ.
  • ລະດົມສະໝອງໃນການອອກແບບວິທີການໂຄສະນາເຜີຍແຜ່ໃນອະນາຄົດ.

ການຢ້ຽມຢາມພື້ນທີ່ພາກສະໜາມ ແມ່ນຈັດຂຶ້ນທີ່ບ້ານ ນ້ຳຍອນໃໝ່, ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ແລກປ່ຽນປະສົບການຕົວຈິງຮ່ວມກັບຊາວບ້ານ.

ຜູ້ເຂົ້າຮ່ວມຝຶກອົບຮົມ

ຜູ້ເຂົ້າຮ່ວມຝຶກອົບຮົມແມ່ນລວມມີ ເພື່ອຮ່ວມງານພາກລັດຈາກຂະແໜງການຕ່າງໆທີ່ຮັບຜິດຊອບ ແລະ ຮ່ວມມືໃນວຽກງານການຄຸ້ມຄອງໄຟປ່າ ໂດຍຊຸມຊົນເປັນເຈົ້າການຈາກ 2 ແຂວງເປົ້າໝາຍ (ແຂວງບໍ່ແກ້ວ ແລະ ແຂວງໄຊຍະບູລີ) ແລະ ເມືອງເປົ້າໝາຍລວມມີ:  ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ຕາງໜ້າຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ (ເມືອງຫ້ວຍຊາຍ, ເມືອງພຽງ ແລະ ເມືອງໄຊຍະບູລີ), ຕາງໜ້າຈາກສະຫະພັນແມ່ຍິງລາວ, ຊາວໜຸ່ມແຂວງ ແລະ ກອງບັນຊາການທະຫານແຂວງ.

ຜົນທີ່ຄາດຈະໄດ້ຮັບ

ຜົນທີ່ຄາດວ່າຈະໄດ້ຮັບຈາກການຝຶກອົບຮົມ:

  • ຜູ້ເຂົ້າຮ່ວມຈະເຂົ້າໃຈຈະແຈ້ງກ່ຽວກັບການນຳໃຊ້ເຕັກໂນໂລຊີໃໝ່, ຍຸດທະວິທີການ ແລະ ບົດຮຽນທີ່ດີທີ່ທີ່ສຸດສຳລັບການຄຸ້ມຄອງໄຟປ່າ.
  • ຜູ້ເຂົ້າຮ່ວມຈະສາມາດເຊື່ອມສານຄວາມສະເໝີພາບບົດບາດຍິງ-ຊາຍເຂົ້າໃນການວາງແຜນ ແລະ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງໄຟປ່າ
  • ຜູ້ເຂົ້າຮ່ວມຈະສາມາດນຳໃຊ້ເຕັກນິກ, ວິທີການການປ້ອງກັນ ແລະ ດັບມອດໄຟປ່າ ເພື່ອເສີມຂະຫຍາຍວິທີການທີ່ຈັດຕັ້ງປະຕິບັດການຄວບຄຸມໄຟປ່າຮ່ວມກັບຊຸມຊົນ
  • ຜູ້ເຂົ້າຮ່ວມຈະມີການພັດທະນາການປະສານງານ ແລະ ການຮ່ວມມືໃນວຽກງານຄຸ້ມຄອງໄຟປ່າໃນຂັ້ນທ້ອງຖິ່ນ ໂດຍສະເພາະການແລກປ່ຽນຂໍ້ມູນ, ຂ່າວສານລະຫວ່າງແຕ່ລະຂັ້ນ ແລະ ແຕ່ລະຂະແໜງການ
  • ຜູ້ເຂົ້າຮ່ວມຈະໄດ້ມີທັກສະພື້ນຖານໃນການອຳນວຍຄວາມສະດວກ ສຳລັບກິດຈະກຳສ້າງຈິດສຳນຶກກ່ຽວກັບໄຟໄໝ້ປ່າ ແລະ ວິທີການຄຸ້ມຄອງໄຟປ່າໃນລະດັບຊຸມຊົນ.