ການເປັນຄູ່ຮ່ວມມືລະຫວ່າງ ຊຸມຊົນ ແລະ ພາກເອກະຊົນ ຊ່ວຍຟື້ນຟູປ່າໄມ້ ແລະ ຫັນປ່ຽນຊິວິດການເປັນຢູ່ຂອງຊາວບ້ານ
ການສ້າງຄູ່ຮ່ວມມື ລະຫວ່າງຊຸມຊົນປ່າໄມ້, ພາກເອກະຊົນ ແລະ ລັດຖະບານ ຢູ່ ສປປ ລາວ ເປັນວຽກທີ່ທ້າທາຍ. ການທີ່ເຫັນຜົນງານຂອງການອອກເຫື່ອເທແຮງ ເພື່ອໃຫ້ໄດ້ມາເຊິ່ງການສ້າງຄູ່ຮ່ວມງານ ທີ່ມີປະສິດທິພາບໃນການຫັນປ່ຽນຊີວິດການເປັນຢູ່, ຕ່ອງໂສ້ງມູນຄ່າ ແລະ ພູມີທັດປ່າໄມ້, ນັ້ນເປັນສິ່ງທີ່ໜ້າສັນລະເສີນ.
ໃນແຕ່ລະມື້, ຂ້າພະເຈົ້າ ໄດ້ພົບເຫັນຜົນເສຍຫາຍທີ່ຮ້າຍແຮງຕໍ່ປ່າໄມ້ ທີ່ເກີດຂຶ້ນຈາກການຜະລິດກະສິກຳ, ການພັດທະນາພື້ນຖານໂຄງລ່າງ, ການສ້າງເຂື່ອນໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່. ໃນຖານະທີ່ເປັນນັກປ່າໄມ້ ແລະ ນັກເສດຖະສາດ ຂ້າພະເຈົ້າ ພະຍາຍາມຊອກຫາວິທີແກ້ໄຂແບບຍືນຍົງ ທີ່ຈະສາມາດຊ່ວຍຟື້ນຟູ ສິ່ງທີ່ພວກເຮົາໄດ້ສູນເສຍໄປແລ້ວ ແລະ ປັບປຸງຊິວິດການເປັນຂອງປະຊາຊົນທ້ອງຖິ່ນໃຫ້ດີຂຶ້ນ.
ໃນນາມ ທີ່ເປັນຜູ້ປະສານງານພາກສະໜາມຂອງ ອົງການ ລີຄອບ (RECOFTC) ປະຈຳ ສປປ ລາວ ໜ້າທີ່ຂອງ ຂ້າພະເຈົ້າ ຄືຊ່ວຍຊຸມຊົມໃຫ້ມີການດຳລົງຊິວິດ ແລະ ເຮັດວຽກແບບຍືນຍົງ ໄປພ້ອມກັບມີປ່າໄມ້ທີ່ອຸດົມສົມບູນ ແລະ ກັບຄືນສູ່ສະພາບອຸດົມສົມບູນໂດຍໄວ. ນອກຈາກນັ້ນ, ຂ້າພະເຈົ້າ ຍັງເຮັດວຽກການເຊື່ອມໂຍງຊຸມຊົນໃນທ້ອງຖິ່ນໃຫ້ໄດ້ຮັບໂອກາດໃນການຮ່ວມມືກັບພາກເອກະຊົນອີກດ້ວຍ ໃນຖານະທີ່ເປັນສ່ວນໜຶ່ງຂອງ ໂຄງການ ຟຼໍລິສ (FLOURISH) ຂອງ ອົງການ ລີຄອບ, ພວກເຮົາເຮັດວຽກກັບຊຸມຊົນທ້ອງຖິ່ນ ແລະ ພາກເອກະຊົນ ເພື່ອສ້າງຜະລິດຕະພັນປ່າໄມ້, ການບໍລິການ ແລະ ສິນຄ້າໃຫ້ມີຄວາມຍືນຍົງ ອັນຈະຊ່ວຍຄໍ້າປະກັນການປົກປ້ອງປ່າໄມ້ອີກດ້ວຍ.
ອຳນວຍຄວາມສະດວກໃຫ້ແກ່ການເປັນຄູ່ຮ່ວມມືທີ່ແຕກດອກອອກຜົນ
ຂ້າພະເຈົ້າ ມີຄວາມເອກອ້າງທະນົງໃຈ ເປັນພິເສດ ຕໍ່ພາລະບົດບາດຂອງຕົນ ໃນການອຳນວຍຄວາມສະດວກໃຫ້ແກ່ການສ້າງຄູ່ຮ່ວມມືນີ້ ທີ່ນັບມື້ນັບແຕກດອກອອກຜົນ ໃນການຜະລິດໄມ້ສັກ ຢູ່ ແຂວງ ບໍ່ແກ້ວ.
ສາມ ປີກ່ອນ, ພວກ ຂ້າພະເຈົ້າ ໄດ້ເຈລະຈາ ຂໍ້ຕົກລົງການສ້າງຄູ່ຮ່ວມມືລະຫວ່າງ ບ້ານ ຫ້ວຍທອງ ແລະ ບ້ານຄົກຫຼວງ ຢູ່ເມືອງ ປາກທາ, ບໍລິສັດປຸ່ງແຕ່ງໄມ້ ສິງທຸນ ແລະ ອຳນາດການປົກຄອງຂັ້ນທ້ອງຖິ່ນ.
ໃນປະຈຸບັນ, ການສ້າງຄູ່ຮ່ວມມືດັ່ງກ່າວ ສາມາດຍືນຍົງດ້ວຍຕົນເອງ ຍ້ອນຂະບວນການພັດທະນາສັນຍາທີ່ມີປະສິດທິພາບ. ໃນການຄຸ້ມຄອງໄມ້ສັກ ມີການຫັນປ່ຽນວິທີການຕ່າງໆ ຈາກໜ້າມືເປັນຫຼັງມື. ປະຈຸບັນ ຊຸມຊົນໄດ້ຮັບລາຄາທີ່ເປັນທຳສຳລັບແຮງງານທີ່ໄດ້ໃຊ້ໄປກັບສວນປູກແລະ ມີລາຍໄດ້ພຽງພໍ ເພື່ອສ້ອມແປງເຮືອນຊານຂອງຕົນ ແລະ ມີຊິວິດການເປັນຢູ່ທີ່ໝັ້ນຄົງກວ່າເກົ່າ.
ມີຊາວບ້ານ ຈຳນວນຫຼາຍ ທີ່ຢາກມີສ່ວນຮ່ວມໃນການປູກໄມ້ສັກ ເພາະເຫັນຜົນປະໂຫຍດ ຈາກບ້ານໃກ້ຄຽງໄດ້ຮັບ. ເຊັ່ນດຽວກັນ, ບໍລິສັດປຸງແຕ່ງໄມ້ ສິງທຸນ ກໍ່ມີຄວາມເພິ່ງພໍໃຈ ເນື່ອງຈາກ ໄດ້ຮັບການສະໜອງໄມ້ສັກທີ່ຖືກຕ້ອງຕາມກົດໝາຍ, ມີຄວາມຍືນຍົງ ແລະ ຮັບປະກັບການສະໜອງວັດຖຸດິບໄມ້ສັກປ້ອນເຂົ້າໂຮງງານ.
ສ້າງຄວາມໜັ້ນຄົງ ແລະ ຕ່ອງໂສ້ມູນຄ່າທີ່ຍືນຍົງ
ຂ້າພະເຈົ້າ ພົບເຫັນວ່າ ສ່ວນຫຼາຍຊາວບ້ານ ມີຄວາມຕ້ອງການຢາກນຳໃຊ້ກາລະໂອກາດທີ່ມີ ເພື່ອຄຸ້ມຄອງປ່າໄມ້ໃຫ້ດີກວ່າເກົ່າ, ຊອກຜູ້ຊື້ ຜະລິດຕະພັັນປ່າໄມ້ ທີ່ຍືນຍົງ ແລະ ປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ. ໂດຍລວມແລ້ວ, ເຂົາເຈົ້າມີຄວາມຕ້ອງການຢາກໄດ້ລາຄາທີ່ເປັນທຳ, ມີຕະຫຼາດ ທີ່ໝັ້ນຄົງ ສຳລັບຜະລິດຕະພັນຂອງເຂົາເຈົ້າ ແຕ່ດ້ວຍຂໍ້ຈຳກັດຫຼາຍຢ່າງຂອງເຂົາເຈົ້າຈື່ງບໍ່ສາມາດເຊື່ອມໂຍງກັບບັນດາບໍລິສັດເອກະຊົນໄດ້ດີເທົ່າທີ່ຄວນ. ໃນເວລາດຽວກັນ, ພາກສ່ວນທຸລະກິດກໍ່ຊອກຫາຕ່ອງໂສ້ການສະໜອງທີ່ໜ້າເຊື່ອຖຶໄດ້ສຳລັບ ໄມ້ສັກ, ກະຖິນນາລົງ/ເທພາ, ໄມ້ປ່ອງ (ໄມ້ໄຜ່), ເຄື່ອງເທດ ແລະ ສະໝຸນໄພ.
ການສ້າງຂໍ້ຕົກລົງວ່າດ້ວຍການເປັນຄູ່ຮ່ວມມືຢ່າງເປັນທາງການ ກັບຊຸມຊົນ, ພາກເອກະຊົນ ແລະ ຄູ່ຮ່ວມງານຈາກ ລັດຖະບານ ເປັນການສ້າງຕ່ອງໂສ້ມູນຄ່າທີ່ມີຄວາມໝັ້ນຄົງ ແລະ ຍືນຍົງ. ຄູ່ຮ່ວມງານພາກເອກະຊົນ ມີຕ່ອງໂສ້ການສະໜອງສິນຄ້າທີ່ໝັ້ນຄົງ, ໃນຂະນະທີ່ຊຸມຊົນເອງກໍ່ຮູ້ສຶກວ່າ ມີຜູ້ຊື້ສິນຄ້າຂອງຕົນ ໃນລາຄາທີ່ເປັນທຳ. ລັດຖະບານເອງ ກໍ່ໄດ້ຮັບຜົນປະໂຫຍດການປັບປຸງຕ່ອງໂສ້ມູນຄ່າ, ການເພີ່ມທະວີຄວາມໂປ່ງໃສ ແລະ ຟື້ນຟູປ່າໄມ້.
ລັດຖະບານ ຕ້ອງການປັບປຸງນະໂຍບາຍຂອງຕົນກ່ຽວກັບການມີສ່ວນຮ່ວມຂອງພາກເອກະຊົນ. ລັດຖະບານ ໄດ້ກຳນົດ ຄາດໝາຍສູ້ຊົນໃຫ້ບັນລຸອັດຕາການປົກຄຸມຂອງປ່າໄມ້ ໃນຂອບເຂດທົ່ວປະເທດ ໃຫ້ບັນລຸ 70% ແຕ່ນີ້ຮອດປີ 2025 ເຊິ່ງເປັນການເພີ່ມປະມານ 30% ຈາກສະພາບປ່າໄມ້ໃນປະຈຸບັນ. ພະນັກງານລັດຖະບານ ກໍ່ຮັບຮູ້ວ່າ ເຮົາຈະບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວນີ້ໄດ້ ຖ້າປາດສະຈາກການສ້າງຄູ່ຮ່ວມມືກັບພາກເອກະຊົນທີ່ປະສົບຜົນສຳເລັດ.
ສ້າງຂົວຕໍ່ ແລະ ກຳຈັດອຸປະສັກ
ເປົ້າໝາຍຂອງ ຂ້າພະເຈົ້າ ຄືຊ່ວຍສ້າງສາຍພົວພັນ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຄວາມໂປ່ງໄສ ແລະ ຜົນປະໂຫຍດຂອງແຕ່ລະຝ່າຍກໍ່ຄືຊຸມຊົນ, ພາກເອກະຊົນ ແລະ ລັດຖະບານເອງກະໄດ້ຮັບຜົນປະໂຫຍດເຊັ່ນດຽວກັນ ຄືພູມີທັດປ່າໄມ້
ໃນເວລາ ເລີ່ມຕົ້ນຂະບວນການສ້າງຄູ່ຮ່ວມມືນີ້ ຂ້າພະເຈົ້າຈຳເປັນຕ້ອງໄດ້ສ້າງຂົວຕໍ່ ແລະ ມັນກໍ່ຫຼີກລ້ຽງບໍ່ໄດ້ ທີ່ຈະເກີດມີຄວາມບໍ່ໄວ້ເນື້ອເຊື່ອໃຈກັນ ແລະ ການສື່ສານທີ່ບໍ່ລົງລອຍ ຊຶ່ງຕ້ອງໄດ້ເຮັດວຽກ ດ້ວຍຄວາມເອົາໃຈໃສ່.
ບາດກ້າວທຳອິດຄື: ນຳສະເໜີແນວຄວາມຄິດກ່ຽວກັບຂໍ້ຕົກລົງໃນການສ້າງຄູ່ຮ່ວມມືກັບພາກເອກະຊົນ ໃຫ້ຊຸມຊົນໃນບ້ານໄດ້ຮັບຊາບ. ສ່ວນຫຼາຍ ຊາວບ້ານຈະລັງເລ ແລະ ບໍ່ເຊື່ອວ່າຈະເປັນໄປໄດ້. ເຂົາເຈົ້າ ອາດບໍ່ແນ່ໃຈ ເພື່ອປຶກສາຫາລືບັນຫາທີ່ເປັນສິ່ງທ້າທາຍຂອງຕົນ ຫຼື ບໍ່ເຂົ້າໃຈວ່າ ຈະໃຊ້ວິທີການແບບໃດ ທີ່ເໝາະສົມກັບຕົນ. ໃນເບື້ອງຕົ້ນ, ເຂົາເຈົ້າບໍ່ເຊື່ອໃຈ ຂ້າພະເຈົ້າ ແລະ ຄິດວ່າ ຂ້າພະເຈົ້າມີພຶດຕິກຳ ຄືກັນກັບພໍ່ຄ້າຄົນກາງ ທີ່ສະແຫວງຫາຜົນປະໂຫຍດສ່ວນຕົວ.
ຈຳເປັນຕ້ອງໄດ້ຈັດປະຊຸມຫຼາຍຄັ້ງ ເພື່ອໃຫ້ຊາວບ້ານມີຄວາມເຂົ້າໃຈ ແລະ ເຊື່ອໃຈໃນຂະບວນການ ແລະ ພ້ອມທີ່ຈະເດີນໜ້າຕໍ່. ຫຼັງຈາກໄລຍະດັ່ງກ່າວ ຂ້າພະເຈົ້າ ຈຶ່ງສາມາດນຳເອົາຕົວແທນຈາກພາກເອກະຊົນ ແລະ ຄູ່ຮ່ວມມືຝ່າຍລັດຖະບານ ມາພົບກັນ ແລະ ເປັນສື່ກາງສຳລັບການປຶກສາຫາລືກັນ.
ພາຍຫຼັງລິເລີ່ມການເປັນຄູ່ຮ່ວມມືແລ້ວ ໜ້າທີ່ຂອງ ຂ້າພະເຈົ້າ ຄຶຊ່ວຍຂັບເຄື່ອນຂະບວນການ ໃຫ້ເດີນໜ້າ. ການເຮັດຂໍ້ຕົກລົງກ່ຽວກັບລາຄາສິນຄ້າ ຍາມໃດກໍ່ເປັນການເຈລະຈາທີ່ໜັກໜ່ວງ. ຂ້າພະເຈົ້າຈຳເປັນຕ້ອງໄດ້ຊີ້ນຳຂະບວນຕ່າງໆພາຍໃນບ້ານ ແລະ ຢູ່ຫົວໜ່ວຍທຸລະກິດເອກະຊົນ.
ໃນແຕ່ລະວັນ ຈະເຫັນ ຂ້າພະເຈົ້າ ໄປພົບປະກັບຄອບຄົວຊາວສວນປູກໄມ້ໃນບ້ານຕ່າງໆ, ປະສານກັບຄູ່ຮ່ວມງານ ເພື່ອຊອກຫາກາລະໂອກາດໃໝ່ໆ, ໄກ່ເກັ່ຍຂໍ້ຂັດແຍ່ງ, ຢ້ຽມຢາມພາກສ່ວນຕ່າງໆໃນພາກເອກະຊົນ ທີ່ອາດເປັນຄູ່ຮ່ວມງານ ເຊັ່ນ ບັນດາໂຮງເລື່ອຍ ຫຼື ໄປເບິ່ງຜະລິດຕະພັນ ແລະ ການປູກຕົ້ນໄມ້.
ຂ້າພະເຈົ້າ ມີວິໄສທັດ ຄື ສ້າງຄູ່ຮ່ວມງານລະຫວ່າງຊຸມຊົນທ້ອງຖິ່ນ ກັບ ພາກເອກະຊົນຢູ່ ສປປ ລາວ ໃຫ້ຫຼາຍກວ່າເກົ່າ ແລະ ໃຫ້ໄປໄກກວ່ານັ້ນ. ເພື່ອອຳນວຍຄວາມສະດວກໃຫ້ແກ່ວຽກງານດັ່ງກ່າວ, ຂ້າພະເຈົ້າ ໄດ້ຂຽນ ປື້ມຄູ່ມື ກ່ຽວກັບແຕ່ລະບາດກ້າວທີ່ຕ້ອງດຳເນີນໃນການປະຕິບັດຕົວຈິງ ເພື່ອອະທິບາຍວຽກຕົວຈິງຢູ່ສະໜາມ ແລະ ຂັ້ນຕອນຕ່າງໆ. ຂ້າພະເຈົ້າ ມີຄວາມມຸ້ງຫວັງຢາກເປັນແຮງບັນດານໃຈ ໃຫ້ແກ່ພາກສ່ວນອື່ນໆໃນການປະຕິບັດໜ້າທີ່ຂອງຕົນ ເພື່ອກ້າວໄປສູ່ ການສ້າງຊຸມຊົມທີ່ຈະເລີນກ້າວໜ້າ ໂດຍການສົ່ງເສີມຂະແໜງທຸລະກິດເອກະຊົນ ແລະ ຟື້ນຟູປ່າໄມ້.
###
ເລື່ອງເລົ່າດັ່ງກາວນີ້ ໄດ້ຮັບການຜະລິດ ໂດຍການສະໜັບສະໜຸນທາງດ້ານການເງິນຈາກ ໂຄງການປົກປັກຮັກສາສະພາບພູມີອາກາດສາກົນ (IKI) ຂອງກະຊວງສິ່ງແວດລ້ອມ, ການປົກປັກຮັກສາທຳມະຊາດ ແລະ ຄວາມປອດໄພທາງດ້ານນີວເຄຼຍ ຂອງປະເທດ ເຢັຍລະມັນ. ອົງການ ລີຄອບ ເປັນຜູ້ຮັບຜິດຊອບ ເນື້ອໃນຂອງບົດນີ້ ແຕ່ພຽງຜູ້ດຽວ ແລະ ບໍ່ສະທ້ອນເຖິງທັດສະນະຂອງຜູ້ສະໜັບສະໜຸນທຶນ. ທ່ານສາມາດຄົ້ນຫາຂໍ້ມູນເພີ່ມຕື່ມຂອງ ໂຄງການ ຟຼໍລິສ ໂດຍການເຂົ້າໄປທີ່ ເວັບໄຊ໌.
ວຽກງານຂອງ ອົງການ ລີຄອບ (RECOFTC) ສາມາດດຳເນີນໄປໄດ້ໂດຍການສະໜັບສະໜູນຈາກອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊິແລນ (SDC) ແລະ ອົງການຮ່ວມມືເພື່ອການພັດທະນາສາກົນຊູແອັດ (Sida).