RECOFTC
ຂ່າວສານ

Languages

ແຜນຍຸດທະສາດໃໝ່ທີ່ຈະເກີດຂຶ້ນ ສົ່ງສັນຍານໃຫ້ເຫັນ “ຍຸກໃໝ່” ຂອງສູນ

ສູນສໍາລັບຄົນ ແລະ ປ່າໄມ້ - ອົງການ RECOFTC ປະກາດແຜນຍຸດທະສາດຫ້າປີທີ່ຈະມາເຖິງ ພາຍຫຼັງ ສໍາເລັດເວທີສົນທະນາ ກ່ຽວກັບຄົນ ແລະ ປ່າໄມ້ປີ 2018

ໃນວັນທີ 20 ສິງຫາ 2018, ທ່ານ ປອ. ເດວິດ ແກນສ (Dr. David Ganz), ຜູ້ອໍານວຍການສູນສຳລັບຄົນ ແລະ ປ່າໄມ້ (ຫຼື ອົງການ RECOFTC), ໄດ້ປະກາດແຜນຍຸດທະສາດຫ້າປີທີ່ຈະມາເຖິງຂອງສູນ (2018-2023).

"ພວກເຮົາຈໍາເປັນຕ້ອງມີຫົວປະດິດສ້າງ ແລະ ເປັນຜູ້ລິເລີ່ມ," ທ່ານ ປອ ໄດ້ຍົກຂຶ້ນ ໃນຄໍາເຫັນ ຂອງທ່ານ, ຢູ່ຕອນທ້າຍຂອງເວທີສົນທະນາ ກ່ຽວກັບຄົນ ແລະ ປ່າໄມ້ ຂອງສູນ, ທີ່ເປັນການລິເລີ່ມຢ່າງໜຶ່ງທີ່ເຕົ້າໂຮມເອົາ ບັນດາຜູ້ທີ່ກ່ຽວຂ້ອງ ທີ່ເບິ່ງຂ້າມ ໃນຂະແໜງປ່າໄມ້ ມາລວມກັນ.

ໃນລະຫວ່າງປີ 2018 ແລະ 2023, ສູນດັ່ງກ່າວ ຈະສຸມໃສ່ການບັນລຸ 4 ເປົ້າຫມາຍຍຸດທະສາດທີ່ເຮັດໜ້າທີ່ໆເປັນ ແນວທາງຊີ້ນໍາ ສໍາລັບ ຕໍາແໜງໃໝ່ຂອງສູນ ໃນດ້ານນະໂຍບາຍປ່າໄມ້ ແລະ ສິ່ງແວດລ້ອມ. ຍຸດທະສາດ ແລະ ທິດທາງໃຫມ່ແມ່ນອິງໃສ່ພື້ນຖານ 30 ປີ ຂອງປະສົບການ ແລະ ການຮ່ວມມືກັບຄູ່ຮ່ວມງານທີ່ສໍາຄັນທີ່ສູນພັດທະນາໄດ້ພັດທະນາ ແລະ ຈະສືບຕໍ່ສົ່ງເສີມ.

ນອກເຫນືອຈາກການສຸມໃສ່ລະບົບນິເວດປ່າໄມ້, ແນວທາງປະຕິບັດໃຫມ່ຂອງສູນຈະລວມເອົາຂອບວຽກ ເຂດພູມິທັດ, ທີ່ຈະເຮັດໃຫ້ ສູນ ສາມາດສຸມໃສ່ ພາລະບົດບາດເກົ່າ ຄື: ຄົນ ແລະ ປ່າໄມ້. ໂດຍສຸມໃສ່ພູມິທັດ, ເຊິ່ງເປັນສ່ວນຫນຶ່ງຂອງເປົ້າຫມາຍຍຸດທະສາດ ທີ 1, ແລະ ສາມເປົ້າຫມາຍອື່ນໆ ກໍຈະກໍານົດໄປຕາມໆກັນ

ເປົ້າຫມາຍ 2 ສະແດງເຖິງ ຄວາມປາຖະຫນາຂອງສູນເພື່ອຮັບປະກັນ ຄວາມໝັ້ນຄົງ ແລະ ຮັບປະກັນ ບັນດາກົນໄກການຄຸ້ມຄອງປ່າໄມ້ທົ່ວພາກພື້ນອາຊີ - ປາຊີຟິກ. ເພື່ອຈະເຮັດໄດ້ແນວນັ້ນ, ສະຖາບັນຕ່າງໆ ຈະຕ້ອງປະກອບເອົາ ສຽງຂອງຜູ້ມີສ່ວນຮ່ວມທັງໝົດ, ລວມທັງພາກເອກະຊົນ (ເປົ້າຫມາຍ ທີ ສາມ), ທັງທ້ອງຖິ່ນ ແລະ ພາກພື້ນ, ແລະ ຜູ້ບໍລິໂພກ ໄວຫນຸ່ມ ແລະ ຜູ້ຢູ່ໃນຕົວເມືອງ (ເປົ້າຫມາຍສີ່). ສິ່ງສຸດທ້າຍທີ່ກ່າວມາ (ໄວຫນຸ່ມ ແລະ ຜູ້ຢູ່ໃນຕົວເມືອງ) , ທີ່ບໍ່ຄ່ອຍຈະມັກເອົາລວມໃສ່ໃນ ການສົນທະນາ ກ່ຽວກັບ ການອະນຸລັກປ່າໄມ້ ແລະ ເຂດພູມີທັດປ່າໄມ້, ເຊີ່ງແມ່ນສິ່ງຈໍາເປັນຖ້າຊຸມຊົນໃນທົ່ວໂລກ ຈະຕ້ອງບັນລຸເປົ້າຫມາຍພັດທະນາທີ່ຍືນຍົງ (SDGs) ທີ່ໄດ້ຮັບການຍອມຮັບ.

ດ້ວຍເຫດຜົນນີ້, ສູນດັ່ງດ່າວ ໄດ້ເນັ້ນຫນັກເຖິງຄວາມຈໍາເປັນຂອງສີ່ເປົ້າຫມາຍຍຸດທະສາດ ໂດຍສະເພາະແມ່ນ: ການລວມເອົາທົ່ວສັງຄົມ, ຄວາມສະເໝີພາບຂອງບົດບາດຍິງ-ຊາຍ, ແລະ ການປະຕິບັດງານຂອງສາທາລະນະ, ທີ່ທຸ້ມເທໃສ່ການຮັບປະກັນ ວ່າ ຄຳຄິດຄຳເຫັນ ແລະ ສຽງຂອງຜູ້ດ້ອຍໂອກາດ ໃນທົ່ວເປົ້າຫມາຍທັງໝົດ, ຈະໄດ້ຖືກຮັບຝັງ ແລະ ຜູ້ບໍລິໂພກໃນຕົວເມືອງ ຈະຮັບຮູ້ເຖິງບົດບາດຂອງເຂົາເຈົ້າໃນອະນາຄົດ ຮ່ວມກັນຂອງມະນຸດຊາດ. ອັນນີ້, ຕາມທີ່ ທ່ານ ເດວີດສ ກ່າວ, ມັນຈຳເປັນຕ້ອງມີ "ແບບວິທີປະຕິບັດການສະຫນັບສະຫນູນທີ່ເຂັ້ມແຂງ", ຊຶ່ງເປັນເສັ້ນທາງໃຫມ່, ແຕ່ມີຄວາມຈໍາເປັນສໍາລັບອົງການລີຄອບ ຂອງພວກເຮົາ.

ເຖິງຢ່າງໃດກໍ່ຕາມ, ສູນດັ່ງກ່າວ ໂດຍເວົ້າຜ່ານ ທ່ານ ປອ ເດວີດສ, ເຊື່ອວ່າ "ແຜນຍຸດທະສາດນີ້ຈະສອດຄ່ອງກັບຄໍາຫມັ້ນສັນຍາຂອງທຸລະກິດ ແລະ ຂອງລັດຖະບານ", ຊຶ່ງຍົກໃຫ້ເຫັນໄດ້ເຖິງ ຄວາມສໍາຄັນຂອງການບັນລຸເປົ້າຫມາຍ ທີ ຫນຶ່ງ, ສອງ ແລະ ສາມ ພາຍໃຕ້ທິດທາງຂອງເປົ້າຫມາຍສີ່.