ການເລືອກພາສາອັນດຽວ ສໍາລັບ ການພື້ນຟູ ແລະ ການເງີນ
ທ່ານ ໂຣນນາກອນ ທຣີຣາການົນ (RonnakornTriraganon), ຊຶ່ງເປັນຜູ້ຈັດການດ້ານການພັດທະນາຄວາມອາດສາມາດ ແລະ ການບໍລິການດ້ານວິຊາການຢູ່ RECOFTC, ໄດ້ກ່າວໃນການເປີດເວທີສົນທະນາ ກ່ຽວກັບ ນະໂຍບາຍພາຍໃນພາກພື້ນ ອາທິດຜ່ານມານີ້ ວ່າ “ໂດຍມີການເປີດເວທີສົນທະນາ ດ້ານການເງິນນີ້ຂຶ້ນ, ພວກເຮົາພະຍາຍາມ ຮັບປະກັນວ່າ ການພື້ນຟູພູມິທັດປ່າໄມ້ [FLR] ກາຍເປັນສິ່ງທີ່ສາມາດຈັດຕັ້ງປະຕິບັດໄດ້ຫຼາຍຂຶ້ນ ຢູ່ໃນບັນດາປະເທດ ສະມາຊິກອາຊຽນ (AMS)”. ເວທີສົນທະນາ, ທີ່ມີຫົວຂໍ້ທີ່ວ່າ ການເຊື່ອມຕໍ່ ການເງິນ ແລະ ນະໂຍບາຍ: ການພື້ນຟູພູມິທັດປ່າໄມ້ ໃນອາຊີຕາເວັນອອກສ່ຽງໃຕ້, ໄດ້ຖືກຈັດຂຶ້ນ ແຕ່ວັນທີ 8 ຫາ 9 ມີນາ 2018 ໂດຍ RECOFTC - ສູນສໍາລັບຄົນ ແລະ ປ່າໄມ້, ສະຫະພັນສາກົນ ສໍາລັບການອະນຸລັກທໍາມະຊາດ (IUCN), ແລະ ອົງການອາຫານ ແລະ ກະເສດ ຂອງສະຫະປະຊາຊາດ (FAO). ການຊ່ວຍເຫຼືອເພີ້ມຕື່ມ ໄດ້ຖືກສະໜອງໃຫ້ ໂດຍກຸ່ມເຮັດວຽກ AFOLU. ເວທີການສົນທະນາດ່ັງກ່າວ ໄດ້ ສົ່ງເສີມໃຫ້ເກີດມີການຮ່ວມງານກັນ ທີ່ມີຄວາມເຂັ້ມແຂງຂຶ້ນ ລະຫວ່າງ ພາກເອກະຊົນ, ອົງການພັດທະນາ ແລະ ຜູ້ສ້າງນະໂຍບາຍ ຈາກບັນດາລັດສະມາຊິກຂອງອາຊຽນ (AMS) ຕໍ່ວຽກງານການພື້ນຟູພູພຸມີທັດປ່າໄມ້.
ເວທີສົນທະນາ ກ່ຽວກັບນະໂຍບາຍນີ້ ເກີດຂຶ້ນ ໃນເວລາທີ່ເປັນໂອກາດ ທ້າມກາງການສູນເສຍຕໍ່ເນື່ອງ ແລະ ການເສື່ອມໂຊມຂອງປ່າໄມ້ທໍາມະຊາດຢູ່ພາຍໃນພາກພື້ນ ແລະ ຂະບວນການລິເລີ່ມທີ່ກຽ່ວຂ້ອງຂອງສາກົນ ໃນການປູກປ່າ ແລະ ພື້ນຟູພູມິທັດຂອງພວກເຮົາຄືນໃໝ່. ໃນປີ 2011, ຖະແຫລງການ “ ກອງປະຊຸມບອນ” (Bonn Challenge) ໄດ້ຮຽກຮ້ອງໃຫ້ມີການພື້ນຟູທີ່ດິນໃຫ້ໄດ້ 150 ລ້ານເຮັກຕາ ໃນປີ 2020; ເຖີງຢ່າງໃດກໍຕາມ, ສິ່ງດັ່ງກ່າວນີ້ ອາດຈະມີຄ່າໃຊ້ຈ່າຍປະມານ 360 ຕື້ໂດລາສະຫາລັດ. ຂະບວນລິເລີ້ມອີກອັນໜື່ງ, ຊຶ່ງແມ່ນຖະແຫຼງການນິວຢັອກ ກ່ຽວກັບ ປ່າໄມ້ (New York Declaration on Forests), ໃຫ້ຄຳໝັ້ນສັນຍາວ່າຈະຫລຸດອັດຕາການທໍາລາຍປ່າໄມ້ ລົງໃຫ້ໄດ້ເຄີ່ງໜຶ່ງ ກ່ອນປີ 2020, ຊິ້ນສຸດການສູນເສຍປ່າທໍາມະຊາດກ່ອນປີ 2030, ແລະ ພື້ນຟູຄືນຢ່າງໜ້ອຍ 350 ລ້ານເຮັກຕາ ຂອງທີ່ດິນປ່າເສື່ອມໂຊມກ່ອນປີ 2030. ຂະບວນການລິເລີ່ມນີ້ ອາດຈະຕ້ອງການເງີນປະມານ $830 ຕື້ໂດລາສະຫາລັດ (ອິງຕາມຂໍ້ມູນ ຈາກ FAO ແລະ UNCCD ປີ 2015). ແນວໂນ້ມນີ້ ແມ່ນກ່ຽວຂ້ອງກັບຜູ້ທີ່ ອາໃສຢູ່ໃນຂົງເຂດອາຊຽນເປັນພິເສດ ໂດຍຄາດຄະເນວ່າມີທີ່ດິນເສື່ອມໂຊມ 90 ລ້ານເຮັກຕາ (ອິງຕາມຂໍ້ມູນ Gibbs & Salmon 2015). ຖ້າແມ່ນກໍລະນີເຊັ່ນນີ້, ພວກເຮົາຈະຕ້ອງຊອກຫາການສະໜອງທຶນທີ່ພຽງພໍໄດ້ແນວໃດ ເພື່ອໃຫ້ສໍາເລັດຕາມເປົ້າໝາຍຂອງພວກເຮົາ?
ການສົນທະນາດ້ານນະໂຍບາຍນີ້ ໄດ້ພະຍາຍາມຕອບ ຄໍາຖາມນີ້ ໂດຍການຜ່ານການສົນທະນາທີ່ມີໝາກຜົນ ລະຫວ່າງ ຜູ້ມີສ່ວນກ່ຽວຂ້ອງ. ດັ່ງທີ່ ດຣ. ສາທິໂອ ອາດິ ວິຄັກໂສໂນະ (Dr. Satrio Adi Wicaksono) ຊຶ່ງເປັນຜູ້ຄຸ້ມຄອງແຜນງານ ພື້ນຟູພູມິທັດປ່າໄມ້ ຢູ່ສະຖາບັນຊັບພະຍາກອນໂລກ (WRI) ໃນປະເທດອິນໂດເນເຊຍ ໄດ້ກ່າວວ່າ, “ການຮ່ວມງານໃນການພື້ນຟູ ແມ່ນເປັນສິ່ງຈໍາເປັນ ແຕ່ວ່າ ການທີ່ຈະມີການຮ່ວມງານທີ່ເຂັ້ມແຂງ ມັນບໍ່ແມ່ນເລື່ອງງ່າຍແບບນັ້ນ. ມັນມີຄວາມຈຳເປັນຕ້ອງເລີ້ມຕົ້ນ ດ້ວຍການສ້າງຄວາມເຊື່ອໝັ້ນ.” ເມື່ອສະທ້ອນຄວາມຮູ້ສຶກນີ້ອອກ, ຜູ້ເຂົ້າຮ່ວມໄດ້ຄົ້ນຫາ ແລະ ປະເມີນ ໂອກາດໃນການສະໜອງເງີນ ແບບລວມກັນ ສໍາລັບການພື້ນຟູພູມິທັດປ່າໄມ້. ເປົ້າໝາຍອັນສຸດທ້າຍ ແມ່ນສອງດ້ານ ຄື: (1) ສ້າງຄວາມເຂົ້າໃຈທີ່ເປັນຮູບປະທໍາ ແກ່ບັນດາຜູ້ມີສ່ວນກ່ຽວຂ້ອງ ຕໍ່ໂອກາດດ້ານການເງິນ ທີ່ມີຢູ່ໃນປັດຈຸບັນ--ແລະ ສິ່ງທ້າທາຍທີ່ຕິດພັນ--ເພື່ອສະໜັບສະໜູນ ການພື້ນຟູພູມິທັດປ່າໄມ້ ໃນລະດັບພູມິທັດ ແລະ ລະດັບຊາດ; (2) ສ້າງແຜນປະຕິບັດງານ ເພື່ອເຂົ້າເຖີງການເງິນ ສໍາລັບ ສະໜັບສະໜູນ ຂະບວນການລິເລີ່ມຟື້ນຟູພູມິທັດປ່າໄມ້ ໃນທົ່ວອາຊຽນ.
ວຽກຕະຫຼອດໄລຍະສອງວັນ ໄດ້ຖືກດໍາເນີນ ໂດຍປະຕິບັດຕາມຫຼັກການຕົ້ນຕໍ ຂອງ RECOFTC ຊຶ່ງມີການສົນທະນາແບບມີສ່ວນຮ່ວມ ແລະ ການຮຽນຮູ້ຢ່າງຈິງຈັງ. ຢູ່ໃນການເຂົ້າຮ່ວມ ແມ່ນມີບັນດາຕົວແທນຈາກພາກເອກະຊົນ, ອົງການການພັດທະນາ ແລະ AMS. ໃນວັນທີໜື່ງ, ຜູ້່ຕາງໜ້າຂອງ AMS ໄດ້ຂື້ນສະເໜີ ຄາດໝາຍການພື້ນຟູອັນສະເພາະ ຂອງເຂົາເຈົ້າ, ສິ່ງທ້າທາຍ, ແລະ ແຫລ່ງການສະໜອງທຶນ. ຫລັງນັ້ນກໍແມ່ນການປະຊຸມເປີດກວ້າງ ຊຶ່ງມີການນຳສະເໜີບົດຕ່າງໆໂດຍ ບັນດາອົງການຈັດຕັ້ງດ້ານການພັດທະນາ ຈາກຫຼາຍພາກສ່ວນ ທີ່ເວົ້າກ່ຽວກັບ ຂະບວນລິເລີ່ມ ແລະ ແນວທາງປະຕິບັດ ການພື້ນຟູພູມິທັດປ່າໄມ້; ຜູ້ເຂົ້າຮ່ວມໄດ້ຖືກຊຸກຍູ້ ໃຫ້ຕັ້ງຄໍາຖາມ ທີ່ເຊື່ອມໂຍງວາລະຕ່າງໆເຂົ້າກັນ. ໃນສຸດທ້າຍ, ສະຖາບັນການເງິນທີ່ກ່ຽວຂ້ອງ ໄດ້ຮັບໂອກາດແລກປ່ຽນຄວາມຄິດເຫັນນຳກັນກ່ຽວກັບຄວາມຄາດຫວັງຂອງຕົນຈາກການສະໜອງດ້ານການາເງີນ ແກ່ການພື້ນຟູພູມິທັດປ່າໄມ້ ແລະ ກ່ຽວກັບຮູບແບບທີ່ແຕກຕ່າງກັນ ໃນການສະໜອງທຶນ ຂອງພວກເຂົາເຈົ້າ ໃຫ້ແກ່ຂະບວນການລິເລີ່ມເຫຼົ່ານີ້ ມີການດຳເນີນການແນວໃດ.
ວັນທີໜື່ງ ໄດ້ສະໜອງ ກອບແນວຄວາມຄິດທີ່ຈໍາເປັນ ສໍາລັບ ວາລະການສົນທະນາແບບມີສ່ວນຮ່ວມ ທີ່ໄດ້ດໍາເນີນໃນວັນທີສອງ. ຫຼັງຈາກ ການທົບທວນຄືນໂດຍຫຍໍ້ ດ້ານເນື້ອໃນຂອງວັນທີໜື່ງ, ຜູ້ເຂົ້າຮ່ວມ ໄດ້ແບ່ງເປັນກຸ່ມນ້ອຍ ເພື່ອສົນທະນາ ກ່ຽວກັບສິ່ງທ້າທາຍ ແລະ ຊ່ອງວ່າງທີ່ໄດ້່ພົບເຫັນດ້ານການສະໜອງດ້ານການເງີນ ແກ່ການພື້ນຟູພູມິທັດປ່າໄມ້. ຕໍ່ຈາກນັ້ນ, ການໂອ້ລົມນີ້ ໄດ້ກໍານົດຂັ້ນຕອນສໍາລັບການສົນທະນາຢ່າງທົ່ວເຖີງ ວ່າຜູ້ຕາງໜ້າຈາກອົງການພັດທະນາ AMS ແລະ ພາກເອກະຊົນ ອາດຈະສາມາດປະສານສົມທົບກັນແນວໃດ ເພື່ອສ້າງຕົວແບບດ້ານການເງີນທີ່ກ້າວໜ້າ ທີ່ຮັບປະກັນ ຜົນປະໂຫຍດຕໍ່ກັນ ແລະ ກັນ ສໍາລັບໝົດທຸກຄົນ. ຫຼັງຈາກ “ການສ້າງເຄືອຂ່າຍ”, ກຸ່ມຜູ້ເຂົ້າຮ່ວມໄດ້ປະຊຸມກັນ ເພື່ອທົບທວນແຜນຂອງ AMS. ກິດຈະກໍາສອງຢ່າງສຸດທ້າຍນີ້ ແມ່ນເຄື່ອງມືໃນການປັບປຸງໃຫ້ດີຂຶ້ນທາງດ້ານທັດສະນະ ແລະ ບັນດາຄວາມຮູ້ ທີ່ແຕກຕ່າງກັນ ທີ່ໄດ້ນຳເຂົ້າມາໃນການສົນທະນາ, ຊຶ່ງ ທ່ານ ແພດຊຽນ ໂລ (Patsian Low) ທີ່ມາຈາກ ເຄືອຂ່າຍການອຸປະຖຳອາຊີ (VPN) ໄດ້ກ່າວວ່າ: “ການມິສ່ວນຮ່ວມ ຂອງທົ່ວຂະແໜງການແບບນີ້ ສາມາດນໍາໄປສູ່ ຜົນໄດ້ຮັບທີ່ດີຂຶ້ນ.”
ໂດຍລວມແລ້ວ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນບັນລຸເກີນຈຸດປະສົງສະເພາະຂອງກອງປະຊົມ ທີ່ລວມມີ ການສ້າງແຜນປະຕິບັດງານ ທີ່ເປັນຮູບປະທໍາ ໃນການຈັດຕັ້ງປະຕິບັດ ການພື້ນຟູພູມິທັດຢູ່ໃນແຕ່ລະປະເທດ. ເຖີງຢ່າງໃດກໍຕາມ, ສິ່ງທີ່ສໍາຄັນທີ່ສຸດ ແມ່ນໄດ້ມີການສ້າງຄວາມເຂົ້າໃຈອັນດຽວກັນທາງດ້ານການນໍາໃຊ້ຄໍາສັບ. ດຣ. ວິຄັກໂສໂນະ (Dr. Wicaksono) ໄດ້ໃຫ້ຄໍາເຫັນວ່າ “ໄດ້ມີອຸປະສັກ ດ້ານພາສາ” ແລະ ກໍກ່າວເພີ່ມຕື່ມວ່າ “ລັດຖະບານ ເວົ້າ ພາສາຕົນເອງ … [ແລະ] ພາກເອກະຊົນ ມີພາສາທຸລະກິດ ຊຶ່ງ ສ່ວນຫລາຍແລ້ວ ແມ່ນ ເປັນສິ່ງທີ່ບໍ່ຄຸ້ນເຄີຍ ສໍາລັບພວກເຮົາ ຢູ່ໃນໂລກຂອງ CSO. ດັ່ງນັ້ນໃນກອງປະຊຸມນີ້ ແມ່ນເປັນປະໂຫຍດແທ້ໆ ທີ່ເຮັດໃຫ້ພວກເຮົາທັງໝົດມາເຕົ້າໂຮມກັນ ເພື່ອເຂົ້າໃຈ ພາສາ ຂອງກັນ ແລະ ກັນ.” ການເຂົ້າໃຈແບບດຽວກັນນີ້ ກ່ອນອຶ່ນໝົດ ແມ່ນເປັນປະໂຫຍດ ໃນການກໍານົດ ຄວາມຕ້ອງການອັນສະເພາະ ລະຫວ່າງ ບັນດາຜູ້ມີສ່ວນກ່ຽວຂ້ອງ. ທ່ານ ຣິກກີ້ ມາຕິນ (Ricky Martin ) ຊຶ່ງເປັນສະມາຊິກ ຂອງ ກົມປ່າໄມ້ຊາບາ, ປະເທດມາເລເຊຍ ໄດ້ສ່ອງແສງໃຫ້ເຫັນວ່າ “ຈາກບັນດາບົດສະເໜີ ຢູ່ໃນກອງປະຊຸມນີ້ ໂດຍພາກເອກະຊົນທີ່ກ່ຽວຂ້ອງ, ປັດຈຸບັນ ຂ້າພະເຈົ້າເຂົ້າໃຈ ໃນສິ່ງທີ່ ພາກເອກະຊົນຕ້ອງການ ເພື່ອຈະສະໜອງເງີນ ໃຫ້ບັນດາແຜນງານພື້ນຟູພູມິທັດປ່າໄມ້”.
ອັນທີສອງແມ່ນວ່າ, ດ້ວຍການສ້າງຄວາມເຂົ້າໃຈອັນດຽວກັນ, ກອງປະຊຸມມີ້ນີ້ ສາມາດສ້າງການຮ່ວມງານທີ່ເປັນໄປໄດ້. ທ່ານ ພູທອນ ໂສພາທິລາດ ຫົວໜ້າພະແນກແຜນການ ແລະ ການຮ່ວມມື, ກົມປ່າໄມ້, ສ.ປ.ປ ລາວ ໄດ້ໃຫ້ຄໍາຄິດເຫັນວ່າ, “ກ່ອນຈະມາຮອດນີ້, ພວກເຮົາໄດ້ຄາດຫວັງຢ່າງອຶ່ນ ແລະ ພວກເຮົາບໍ່ໄດ້ຮູ້ ພາສາທີ່ແຕກຕ່າງກັນ ຢູ່ພາຍໃນຂະແໜງ. ຂ້າພະເຈົ້າຄິດວ່າ ພວກເຮົາຈໍາເປັນຈະຕ້ອງເຂົ້າໃຈ ຂະແໜງການເງິນໃຫ້ດີຂຶ້ນກວ່າເກົ່າ ເພື່ອຈະໄດ້ຮັບການສະໜັບສະໜູນຈາກພວກເຂົາເຈົ້າ.” ກອງປະຊຸມປຶກສາຫາລື ໄດ້ປ່ຽນແປງສິ່ງດັ່ງກ່າວນີ້: ລາວໄດ້ເວົ້າວ່າ “ໃນໄລຍະກອງປະຊຸມນີ້”, “ພວກເຮົາ ໄດ້ສົນທະນາ ກັບ ອົງການຈັດຕັ້ງດ້ານການເງິນຈຳນວນໜຶ່ງ ທີ່ໄດ້ເຂົ້າຮ່ວມ … ພວກເຮົາມີ ແນວຄວາມຄິດແລ້ວ ໃນດ້ານວິທີການທີ່ຈະເອົາເຂົາເຈົ້າເຂົ້າມາມີສ່ວນຮ່ວມ”
ແຫຼ່ງຂໍ້ມູນອ້າງອິງ
FAO & UNCCD. 2015. ການສະໜອງທຶນທີ່ຍືນຍົງສຳລັບການຟື້ນຟູປ່າໄມ້ ແລະ ພູມິທັດ – ໂອກາດ, ສິ່ງທ້າທາຍ ແລະ ເສັ້ນທາງຕໍ່ໄປ. ອົງການ ອາຫານ ແລະ ການກະເສດ ສະຫະປະຊາຊາດ (FAO) ຫລື ສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການເກີດເປັນທະເລຊາຍ (UNCCD).
Gibbs, H. K., & Salmon, J. M. (2015). ການແຕ້ມແຜນທີ່ ທີ່ດິນເສື່ອມໂຊມຂອງໂລກ. Applied Geography, 57, 12-21.