RECOFTC
ເລື່ອງລາວ

ການແກ້ໄຂບັນຫາໄຟປ່າ ໂດຍມີຊຸມຊົນເປັນເຈົ້າການ ເພື່ອປ້ອງສຸຂະພາບຂອງປະຊາຊົນ, ການດຳລົງຊີວິດ ແລະ ຫຼຸດຜ່ອນການປ່ຽນແປງຂອງດິນຟ້າອາກາດ

16 August 2023
RECOFTC
ອົງການລີຄອບ ແລະ ບັນດາຄູ່ຮ່ວມງານ ພວມກ້າວໄປສູ່ການແກ້ໄຂບັນຫາທີ່ມີຊຸມຊຸມຊົນເປັນເຈົ້າການ ເພື່ອປ້ອງກັນຄວັນໄຟ ແລະ ໝອກຄວັນທີ່ເປັນອັນຕະລາຍຕໍ່ຊີວິດ, ທຳລາຍລະບົບນິເວດ ແລະ ເຮັດໃຫ້ສູນເສຍທາງເສດຖະກິດ ຈາກໄຟໄໝ້ລາມປ່າ.
Talk of the Forest
โครงการการจัดการไฟโดยชุมชนเป็นฐาน กําลังขับเคลื่อนการเปลี่ยนแปลงจากการมุ่งดับไฟป่าไปสู่แนวทางเชิงรุกโดยการป้องกันไฟป่า และมุ่งเน้นที่การใช้มุมมองของวนศาสตร์ชุมชนแก้ปัญหา (ภาพจาก RECOFTC Cambodia)
The CBFiM project is driving a transition from fighting wildfires to a proactive approach of wildfire prevention, with a focus on community forestry. (Photo by RECOFTC Cambodia)

ໂຄງການຄຸ້ມຄອງໄຟປ່າໂດຍມີຊຸມຊົນເປັນເຈົ້າການ (CBFiM) ທີ່ໄດ້ຖືກນຳສະເໜີ ແລະ ເປີດໂຄງການ ໃນເດືອນຕຸລາ 2022, ແຕ່ໜ້າເສຍດາຍ ທີ່ມັນບໍ່ສາມາດຖືກຈັດຕັ້ງປະຕິບັດໃຫ້ທັນເວລາໄດ້ ເຊີ່ງມັນມີຄວາມສໍາຄັນຫຼາຍຕໍ່ບັນດາປະເທດລຸ່ມແມ່ນໍ້າຂອງ. ໄຟປ່າໄດ້ແຜ່ລາມໄປທົ່ວພາກພື້ນໃນຕົ້ນປີ 2023, ເປັນອັນຕະລາຍຕໍ່ສຸຂະພາບ, ເສດຖະກິດ, ແລະ ສະພາບແວດລ້ອມທໍາມະຊາດ ແລະ ປ່ອຍອາຍເຮືອນແກ້ວທີ່ພາໃຫ້ເກີດໄຟປ່າ ເຊື້ອໄຟທີ່ເພີ່ມຂຶ້ນ ແລະ ມີຄວາມຮຸນແຮງ. ຊຸມຊົນ ແລະ ພູມມີທັດປ່າໄມ້ ທີ່ຖືກທຳລາຍ ແລະ ຄວັນໄຟ ແລະ ໝອກຄວັນຂ້າມແດນນັ້ນ ໄດ້ບົ່ງບອກໃຫ້ເຫັນຢ່າງຈະແຈ້ງວ່າ ມັນຈະເປັນສາເຫດເຮັດໃຫ້ມີໄພພິບັດໃນພາກພື້ນ ໃນອະນາຄົດ ນອກຈາກວ່າໄຟປ່າຈະຖືກປ້ອງກັນ ແລະ ຄວບຄຸມໄດ້.

ໃນເຂດລຸ່ມແມ່ນ້ຳຂອງ, ໄຟປ່າ ສ່ວນຫຼາຍແມ່ນເກີດຈາກຄົນໂດຍບໍ່ໄດ້ຕັ້ງໃຈ. ສະນັ້ນ, ການແກ້ໄຂບັນຫາໄຟໄໝ້ປ່າທີ່ຖືກທຳລາຍ ແມ່ນຕ້ອງອີງໃສ່ຄົນໃນຊຸມຊົນເປັນເຈົ້າການ.

ທ່ານ David Ganz, ຜູ້ອໍານວຍການໃຫ່ຍຂອງອົງການລີຄອບ ໄດ້ກ່າວໄວ້ວ່າ "ໃນພາກພື້ນອາຊີປາຊີຟິກ, ໄຟປ່າແມ່ນອັນຕະລາຍຕໍ່ສຸຂະພາບ, ການດໍາລົງຊີວິດ ແລະ ຊີວະນາໆພັນໃນຂະນະດຽວກັນກໍ່ເຮັດໃຫ້ບັນຫາການປ່ຽນແປງດິນຟ້າອາກາດຮ້າຍແຮງຂຶ້ນ. ເຊີ່ງອີງຕາມການພິຈາລະນາ ແມ່ນວ່າ ໄຟປ່າເຫຼົ່ານີ້ສ່ວນໃຫຍ່ແມ່ນເກີດມາຈາກມະນຸດ. ການແກ້ໄຂບັນຫາທີ່ສຸມໃສ່ແຕ່ການນຳໃຊ້ເຕັກໂນໂລຢີຢ່າງດຽວ ນັ້ນຍັງບໍ່ພຽງພໍ,".

ນອກນີ້ ທ່ານຍັງໄດ້ກ່າວຕື່ມອີກວ່າ "ການຄຸ້ມຄອງໄຟປ່າ ທີ່ມີປະສິດທິພາບ ແລະ ຍືນຍົງ ມັນໄດ້ຮຽກຮ້ອງໃຫ້ມີການຫັນປ່ຽນໄປສູ່ຍຸດທະສາດທີ່ມີຊຸມຊົນເປັນເຈົ້າການ ທີ່ສອດຄ່ອງກັບເງື່ອນໄຂຂອງທ້ອງຖິ່ນ ແລະ ມີການຮ່ວມມືຂອງລັດຖະບານ. ນີ້ແມ່ນສິ່ງທີ່ພວກເຮົາຫວັງວ່າຈະສາມາດບັນລຸ ຈາກການຮ່ວມມືຂອງພວກເຮົາ ກັບກົມການບໍລິການກະສິກຳປ່າໄມ້ສະຫະລັດອາເມລິກາ (USDA)".

ໂຄງການດັ່ງກ່າວພວມເລັ່ງການຫັນປ່ຽນຈາກການຕ້ານກັບໄຟປ່າ ໄປເປັນການປ້ອງກັນໄຟປ່າຜ່ານການຈັດຕັ້ງ
ປະຕິບັດວຽກງານປ່າໄມ້ຊຸມຊົນ (ຫຼື ປ່າໄມ້ບ້ານ) community forestry. ການຜັກດັນໂດຍການເພີ່ມທະວີການຊຸກຍູ້ດ້ານວິຊາການ ແລະ ດ້ານການເງິນໃນການກະກຽມ, ປ້ອງກັນ, ການກຽມຄວາມພ້ອມ, ແລະ ການຟື້ນຟູຫຼັງເກີດອັກຄີໄພໃຫ້ແກ່ບັນດາຊຸມຊົນ ແມ່ນເປັນຜົນເນື່ອງມາຈາກຍຸດທະສາດກຽມພ້ອມຮັບມືສຸກເສີນ ແລະ ໄພພິບັດ. ວິທີການທີເປັນລະບົບ ແມ່ນເອີ້ນວ່າການຈັດການໄຟແບບປະສົມປະສານ.ສົ່ງເສີມຄວາມຕ້ອງການສໍາລັບການຄຸ້ມຄອງໄຟໂດຍຊຸມຊົນເປົ້າເຈົ້າການ.

ອົງການລີຄອບ  ໄດ້ເຮັດວຽກກັບຊຸມຊົນໃນຊົນນະບົດຫ່າງໄກສອກຫຼີກຈຳນວນຫຼາຍພັນຄົນ ແລະ ລັດຖະບານໃນອາຊີ-ປາຊີຟິກ ແລະ ອາຊຽນ ເພື່ອສະໜັບສະໜູນການຂະຫຍາຍຕົວຂອງປ່າໄມ້ຊຸມຊົນ (ຫຼື ປ່າໄມ້ບ້ານ). ໂຄງການນີ້ແມ່ນການສ້າງຄວາມສາມາດຂອງຊຸມຊົນທີ່ໄດ້ຮັບການສະຫນັບສະຫນູນ ຈາກອົງການລີຄອບ ແລະ ລັດຖະບານຂອງຂອງປະເທດໃນການຄຸ້ມຄອງໄຟປ່າ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດໃນປະເທດກໍາປູເຈຍ, ສ ປປ ລາວ, ໄທ, ແລະ ຫວຽດນາມ.

ໂຄງການດັ່ງກ່າວມີສາມເປົ້າໝາຍໃຫຍ່. (1) ເພື່ອສ້າງຄວາມເຂັ້ມແຂງທາງດ້ານນະໂຍບາຍໃນການຄຸ້ມຄອງໄຟປ່າ ໂດຍມີຊຸມຊົນເປັນເຈົ້າການ, ການວາງແຜນ ແລະ ການຈັດຕັ້ງປະຕິບັດ. (2) ການສົ່ງເສີມ ໃນການພັດທະນາແລະ ການນຳໃຊ້ເຕັກໂນໂລຢີ ໂດຍຊຸມຊົນ. (3) ການແລກປ່ຽນຄວາມຮູ້ເພື່ອປັບປຸງນະໂຍບາຍ ແລະ ການຄຸ້ມຄອງ ການຈັດຕັ້ງປະຕິບັດວຽກງານໄຟປ່າ.

ໂຄງການດັ່ງກ່າວແມ່ນມີການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດຢ່າງໄວ, ເສີມສ້າງ ແລະ ຕໍ່ຍອດຈາກວຽກງານ ຫຼື ກິດຈະກຳຂອງອົງການລີຄອບ ທີ່ຜ່ານມາ, ການບໍລິການປ່າໄມ້ ແລະ ອື່ນໆ. ໂຄງການ ໄດ້ເຮັດການປະເມີນສະພາບເສດຖະກິດ-ສັງຄົມ ແລະ ວັດທະນະທຳ ໃນ 4 ປະເທດ, ໄດ້ກຳນົດທິດທາງການພັດທະນາ ແລະ ຜັນຂະຫຍາຍບັນດາແຜນການການຄຸ້ມຄອງໄຟປ່າ ທີ່ມີຊຸມຊົນເປັນເຈົ້າການ. ການປະເມີນຜູ້ມີທີ່ມີສ່ວນກ່ຽວຂ້ອງ ຍັງຊ່ວຍສ້າງການຮ່ວມມືລະຫວ່າງບັນດາພາກສ່ວນທີ່ກ່ຽວຂ້ອງ ແລະເປັນປັດໄຈຂອງຄວາມສໍາເລັດ.

ທ່ານ Marija Kono, ຜູ້ບໍລິຫານແຜນງານອາຊີ-ປາຊີຟິກ ຂອງ ແຜນງານບໍລິການກະສິກຳປ່າໄມ້ສະຫະລັດອາເມລິກາUSDA ໄດ້ ກ່າວວ່າ "ວຽກງານຂອງພວກເຮົາແມ່ນໄດ້ ພັດທະນາ ໃນທົດສະວັດຂອງ ການລົງທຶນການບໍລິການປ່າໄມ້ ໃນພາກພື້ນ ເພື່ອສະຫນັບສະຫນູນການຄຸ້ມຄອງປ່າໄມ້ແບບຍືນຍົງ ແລະ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ".

  • ໃນປະເທດກຳປູເຈຍ, ຊຸມຊົນຊາວປະມົງ 2 ແຫ່ງຢູ່ໃນເຂດປ່າສະຫງວນ Tonle Sap ໄດ້ພັດທະນາແຜນການຄຸ້ມຄອງໄຟປ່າ ທີ່ມີຊຸມຊົນເປັນເຈົ້າ (CBFiM). ໃນນີ້, ທີມງານຄຸ້ມຄອງໄຟປ່າ ໄດ້ຮຽນຮູ້ທັກສະທີ່ພວກເຂົາຕ້ອງການໃນການຄຸ້ມຄອງໄຟປ່າ ແລະ ປັບຕົວເຂົ້າກັບຄວາມກົດດັນຂອງການປ່ຽນແປງດິນຟ້າອາກາດ. ໂຄງການນີ້ມີຈຸດປະສົງເພື່ອຕໍ່ຍອດຜົນສໍາເລັດຂອງຊຸມຊົນເຫຼົ່ານີ້ ໂດຍການສຸມໃສ່ການເສີມຂະຫຍາຍຄວາມສາມາດດ້ານເຕັກໂນໂລຢີຂອງພວກເຂົາ. ນອກຈາກນັ້ນ, ໂຄງການດັ່ງກ່າວຈະຂະຫຍາຍການຊຸກຍູ້ຂອງຕົນ ເພື່ອລວມເອົາຊຸມຊົນທີ່ບໍ່ຢູ່ໃນເຂດໂຄງການ CBFiM ນັ້ນ ໃຫ້ເຂົ້າມາຮ່ວມນຳວຽກງານການປ້ອງກັນໄຟປ່າ ເຊັ່ນດຽວກັນ.
  • ໃນ ສປປ ລາວ, ໂຄງການດັ່ງກ່າວໄດ້ປະເມີນສະພາບ ແລະ ຄວາມຕ້ອງການ ດ້ານການສ້າງຄວາມອາດສາມາດໃນເດືອນກຸມພາ 2023. ໃນປັດຈຸບັນອົງການລີຄອບ ກໍາລັງສະໜັບສະໜູນຜູ້ທີ່ມີສ່ວນຮ່ວມ ຍ້ອນວ່າພວກເຂົາໄດ້ມີການສ້າງຕັ້ງຄະນະກຳມະການຄຸ້ມຄອງໄຟປ່າ ແລະ ແຜນການຄຸ້ມຄອງໄຟປ່າ.
  • ຢູ່ແຂວງນານ ຂອງປະເທດໄທ, ອົງການລີຄອບ ພວມດໍາເນີນການປະເມີນ ແລະ ປຶກສາຫາລື ໃນເຂດທີ່ມີການເກີດໄຟປ່າຫຼາຍ ແລະ ຈະເລີ່ມສ້າງແຜນການຄຸ້ມຄອງໄຟປ່າ ທີ່ມີຊຸມຊົນເປັນເຈົ້າການ ພາຍໃນເດືອນຕຸລາ 2023.
  • ໃນປະເທດຫວຽດນາມ, ໂຄງການ  ໄດ້ສໍາເລັດການປະເມີນການຄຸ້ມຄອງໄຟປ່າແບບຄົບວົງຈອນ ແລະ ປະຈຸບັນກໍາລັງເຮັດວຽກຮ່ວມກັບລັດຖະບານ ເພື່ອຄັດເລືອກພື້ນທີ່ ທີ່ຖືກໄພຂົ່ມຂູ່ຈາກໄຟປ່າຫຼາຍ ເພື່ອລິເລີ່ມການຄຸ້ມຄອງໄຟປ່າ ໂດຍມີຊຸມຊົນເປັນເຈົ້າການ

ໃນບັນດາປະເທດຫຼາຍປະເທດໄດ້ຮັບຮູ້ວ່າ, ອົງການສະຫະປະຊາຊາດ ຄາດຄະເນວ່າຈະເກີດໄຟປ່າທີ່ຮ້າຍແຮງໃນທົ່ວໂລກເພີ່ມຂຶ້ນເຖິງ 14% ໃນປີ 2030, 30% ໃນທ້າຍປີ 2050, ແລະ 50% ໃນທ້າຍສະຕະວັດນີ້. ແລະ ພວກເຂົາເຂົ້າໃຈເຖີງຄວາມຮີບດ່ວນ ທີ່ຕ້ອງພະຍາຍາມເຮັດວຽກ ໃນການຄຸ້ມຄອງໄຟປ່າ ແລະ ສ້າງຄວາມເຂັ້ມແຂງຕໍ່ການປ່ຽນແປງດິນຟ້າອາກາດ. ໂຄງການ CBFiM ໃນໄລຍະ 2ປີ ມີຈຸດປະສົງ ເພື່ອສະໜັບສະໜູນ ໂດຍຜ່ານຂໍ້ຕົກລົງການຮ່ວມມືໃນພາກພື້ນເປັນເວລາ 5 ປີ ລະຫວ່າງການແຜນງານບໍລິການປ່າໄມ້ ແລະ ອົງການລີຄອບ.

###

ບົດເລື່ອງ/ສິ່ງພິມນີ້ ໄດ້ຖືກຜະລິດໂດຍຜ່ານໂຄງການ ການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ (CBFiM) ໃນອາຊີ, ເກີດຂຶ້້ນໄດ້ໂດຍຂໍ້ຕົກລົງການຮ່ວມມື ໄລຍະ 5 ປີ ລະຫວ່າງ ແຜນງານສາກົນ ການບໍລິການກະສິກຳປ່າໄມ້ ຂອງສະຫະລັດອາເມລິກາ(USDA) ແລະ ອົງການລີຄອບ. ໂຄງການນີ້ໄດ້ຮັບການສະໜັບສະໜູນດ້ານການເງິນຈາກກອງປບັນຊາການທະຫານອິນໂດ-ປາຊີຟິກຂອງສະຫະລັດອາເມລິກາ (USINDOPACOM), ກົມປ້ອງກັນປະເທດ, ແລະ ໂຄງການບໍລິການປ່າໄມ້ສາກົນ USDA.

ສໍາລັບຂໍ້ມູນເພີ່ມຕື່ມ ເຂົ້າເບີ່ງໄດ້ທີ່ www.recoftc.org/projects/cbfim

ວຽກງານຂອງອົງການລີຄອບ ແມ່ນເກີດຂຶ້ນໄດ້ ໂດຍການສະໜັບສະໜູນຂອງອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ (SDC) ແລະ ອົງການຮ່ວມມືເພື່ອການພັດທະນາສາກົນຂອງຊູແອັດ (Sida).