RECOFTC
ກິດຈະກຳ

Languages

ຫ້ອງຮຽນຮູ້: ການຄຸ້ມຄອງໄຟປ່າ ໂດຍຊຸມຊົນເປັນເຈົ້າການ

Oct 17
2023
-
20
Location
Chiang Mai, Thailand
Restoration site in Bang Pong, Hang Dong sub district in Doi Suthep-Pui National Park

ອົງການລີຄອບ, ໂດຍຜ່ານໂຄງການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ (CBFiM), ຈະມີການຈັດຫ້ອງສຳລັບການຮຽນຮູ້, ໂດຍລວມເອົາບັນດາຕົວແທນຜູ້ຈັດຕັ້ງປະຕິບັດຈາກບັນດາປະເທດຕ່າງໆຄື: ກຳປູເຈຍ, ສປປ ລາວ, ໄທ, ແລະ ຫວຽດນາມ. ໂຄງການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ CBFiM ຈາກການຮ່ວມມືກັບແຜນງານບໍລິການປ່າໄມ້ຂອງສະຫະລັດອາເມລິກາ (USDA), ໂດຍເຊື່ອມສານເອົາບັນດາເທັກໂນໂລຢີ ແລະ ວິທີການໃນລະດັບໂລກເພື່ອຈັດຕັ້ງປະຕິບັດໃນໄລຍະເວລາ 5 ປີນີ້.

ຫ້ອງຮຽນຮູ້ມີຈຸດປະສົງຫຼັກໃນການກະກຽມຄວາມພ້ອມໃຫ້ແກ່ຜູ້ປະສານງານລະດັບປະເທດ ໂດຍພາຍໃຕ້ໂຄງການລະດັບພາກພື້ນໃນການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ ເພື່ອແກ້ໄຂບັນຫາຕົ້ນຕໍທີ່ພາໃຫ້ເກີດໄຟປ່າ ແລະຜົນກະທົບຕໍ່ລະບົບນິເວດໃນພື້ນທີ່ເປົ້າໝາຍເຊັ່ນ: ປະເທດ ​ກຳ​ປູ​ເຈຍ, ສ​ປ​ປ ລາວ, ຫວຽດ​ນາມ ແລະ ໄທ. 

ໃນລະຫວ່າງການຮຽນຮູ້ 4 ວັນ, ຜູ້ເຂົ້າຮ່ວມຈະໄດ້:

  • ນຳສະເໜີ ແລະ ແລກປ່ຽນບົດຮຽນ, ທັກສະ ແລະ ເຄື່ອງມືໃນການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ ແລະ ການຄຸ້ມຄອງ ແລະ ບໍລິຫານໄຟປ່າແບບປະສົມປະສານ (IFM).
  • ສ້າງການມີສ່ວນຮ່ວມຜ່ານການສົນທະນາ ແລະ ການວີເຄາະ.
  • ຮັບປະສົບການ ແລະວິທີການຮຽນຮູ້ແບບມີສ່ວນຮ່ວມ ແລະວິທີການທີ່ອອກແບບໂດຍທີມງານຝຶກອົບຮົມ ແລະການຮຽນຮູ້ຂອງອົງການລີຄອບ.
  • ໄດ້ໄປຢ້ຽມຢາມຊຸມຊົນ ເພື່ອຮຽນຮູ້ກ່ຽວກັບກໍລະນີສະເພາະຂອງການຄຸ້ມຄອງໄຟໄຫມ້ໃນ ຈັງຫວັດຊຽງໃຫມ່.
  • ໄດ້ຮັບຄວາມຮູ້ຕົວຈິງກ່ຽວກັບວິທີການສ້າງຄວາມອາດສາມາດ ແລະການອອກແບບແຜນການຄຸ້ມຄອງໄຟໃນຊຸມຊົນ

ຈຸດປະສົງຂອງການຮຽນຮູ້

ໃນຕອນທ້າຍຂອງກິດຈະກຳຄັ້ງນີ້, ຜູ້ເຂົ້າຮ່ວມຈະສາມາດ:

  • ແບ່ງປັນ ແລະ ອະທິບາຍລັກສະນະ, ວິທີການ, ຍຸດທະສາດ ແລະ ການຈັດຕັ້ງປະຕິບັດຂອງວຽກງານການຄຸ້ມຄອງໄຟປ່າທີ່ຊຸມຊົນເປັນເຈົ້າການໃນເນື້ອຫາຂອງປະເທດຕົນເອງ.
  • ວິເຄາະສາເຫດຫຼັກ, ບັນຫາ ແລະ ສິ່ງທ້າທາຍຕ່າງໆ ແລະ ຄົ້ນຫາເງື່ອນໄຂຕ່າງໆ ເພື່ອການຄຸ້ມຄອງວຽກງານໄຟປ່າທີ່ຊຸມຊົນເປັນເຈົ້າການໃຫ້ດີຂື້ນໃນທຸກລະດັບ ຂອງປະເທດຕົນເອງ.
  • ອະທິບາຍແນວຄວາມຄິດ, ວິທີການ ແລະ ຍຸດທະສາດຂອງວຽກງານຄຸ້ມຄອງໄຟປ່າຊຸມຊົນ/ການຄຸ້ມຄອງໄຟປ່າໃນພາກພື້ນ
  • ສົ່ງຕໍ່ການຮຽນຮູ້ແບບຜູ້ໃຫຍ່ໃນການອອກແບບ ແລະ ການຈັດຕັ້ງປະຕິບັດການຝຶກອົບຮົມໃນລະດັບສູນກາງ ໂດຍເນື້ອຫາໃນປະເທດຂອງຕົນ

ຫົວຂໍ້ສຳຄັນ ແລະ ວາລະ

  •  ການພັດທະນາວຽກງານການຄຸ້ມຄອງໄຟປ່າຊຸມຊົນໃນໃນລະດັບສາກົນ ແລະ ຜົນກະທົບຕໍ່ສະພາບດິນຟ້າອາກາດ 
  • ແນວໂນ້ມໃນການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ ໃນພາກພື້ນ ແລະ ລະດັບປະເທດ
  • ການຄຸ້ມຄອງໄຟແບບປະສົມປະສານ-ທົບທວນ, ການຫຼຸດຜ່ອນຄວາມສ່ຽງ, ການກຽມພ້ອມ, ການຮັບມື, ການຟື້ນຟູຫຼັງຈາກເກີດໄຟປ່າ
  • ການວິເຄາະສາເຫດຫຼັກ ແລະ ສິ່ງທີ່ພາໃຫ້ເກີດໄຟ ແລະ ພຶດຕິກຳຂອງໄຟໃນລະດັບປະເທດ/ລະດັບພື້ນທີ່
  • ດ້ານເສດຖະກິດຂອງການຄຸ້ມຄອງໄຟປ່າແບບປະສົມປະສານ
  • ການກຽມພ້ອມ: ເຄື່ອງມື ແລະ ເຕັກໂນໂລຊີ ສຳລັບການເຝົ້າລະວັງ ແລະ ລະບົບການຄາດຄະເນ

ການລົງພື້ນທີ່

ຜູ້ເຂົ້າຮ່ວມຈະແບ່ງເປັນສອງທີມໄປຢ້ຽມຢາມ 2 ສະຖານທີ່ພາກສະຫນາມເພື່ອຮຽນຮູ້ແລະແບ່ງປັນກັບກຸ່ມຊຸມຊົນທີ່ມີການປະຕິບັດ ແລະ ປະສົບການຢ່າງຊຳນານໃນການຄຸ້ມຄອງໄຟປ່າ.

ໃນຕອນທ້າຍຂອງກິດຈະກຳຢ້ຽມຢາມພາກສະໜາມ ຜູ້ເຂົ້າຮ່ວມຈະໄດ້:

  • ຮຽນຮູ້ ແລະ ເຂົ້າໃຈການປະຕິບັດທີ່ດີ, ບົດຮຽນ ແລະ ປະສົບການຈາກການມີສ່ວນຮ່ວມຂອງຫຼາຍພາກສ່ວນ ແລະ ການຮ່ວມມືແກ້ໄຂໄຟປ່າ ທີ່ບ້ານດົງຊ້າງແກ້ວ ແລະ ບ້ານປົ່ງ, ເມືອງຊຽງໃໝ່.
  • ວິເຄາະສະຖານະການໄຟປ່າ ພ້ອມທັງປັດໄຈສຳຄັນຂອງຜົນສຳເລັດ ແລະ ຄວາມລົ້ມເຫຼວຂອງບ້ານດົງຊ້າງແກ້ວ ແລະ ບ້ານປົ່ງ, ຈັງຫວັດຊຽງໃໝ່ ໂດຍໃຊ້ແບບວິທີການຄຸ້ມຄອງໄຟປ່າແບບປະສົມປະສານທີ່ໄດ້ຮຽນຮູ້ຈາກຫ້ອງຮຽນຮູ້.
  • ແລກປ່ຽນທັດສະນະ, ນະວັດຕະກໍາ ແລະ ວິທີແກ້ໄຂທີ່ສາມາດແກ້ໄຂສິ່ງທ້າທາຍໃນການປະຕິບັດແຜນການຄຸ້ມຄອງໄຟໄຫມ້ທີ່ດີກວ່າ.

###

ກິດຈະກຳດັ່ງກ່າວນີ້ ຈັດຂຶ້ນໂດຍໂຄງການ ການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ(CBFiM) ໃນອາຊີ, ເກີດຂຶ້້ນໄດ້ໂດຍຂໍ້ຕົກລົງການຮ່ວມມື ໄລຍະ 5 ປີ ລະຫວ່າງ ແຜນງານສາກົນ ການບໍລິການກະສິກຳປ່າໄມ້ ຂອງສະຫະລັດອາເມລິກາ(USDA) ແລະ ອົງການລີຄອບ. ໂຄງການນີ້ໄດ້ຮັບການສະໜັບສະໜູນດ້ານການເງິນຈາກກອງປບັນຊາການທະຫານອິນໂດ-ປາຊີຟິກຂອງສະຫະລັດອາເມລິກາ (USINDOPACOM), ກົມປ້ອງກັນປະເທດ, ແລະ ໂຄງການບໍລິການປ່າໄມ້ສາກົນ USDA.

ສໍາລັບຂໍ້ມູນເພີ່ມຕື່ມ ເຂົ້າເບີ່ງໄດ້ທີ່  www.recoftc.org/projects/cbfim

ວຽກງານຂອງອົງການລີຄອບ ແມ່ນເກີດຂຶ້ນໄດ້ ໂດຍການສະໜັບສະໜູນຂອງ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ (SDC)  ແລະ ອົງການຮ່ວມມືເພື່ອການພັດທະນາສາກົນຂອງຊູແອັດ (Sida).