RECOFTC ສປປ ລາວ
ກ່ຽວກັບພວກເຮົາ

Languages

ວິໄສທັດ / ພາລະກິດ ຂອງພວກເຮົາ

ສູນສໍາລັບຄົນ ແລະ ປ່າໄມ້ (ລີຄອບ) ມະໂນພາບວ່າໃນອະນາຄົດວ່າ ຄົນ

ໃນພາກພື້ນອາຊີ - ປາຊີຟິກ ອາໄສຢູ່ຢ່າງທ່ຽງທໍາ ແລະ ມີຄວາມຍືນນານ, ຄຽງຄູ່ກັບປ່າໄມ້ທີ່ຈະເລີນເຕີບໃຫຍ່, ດົກໜາ ແລະ ພູມີທັດທີ່ກັບຄືນສູ່ສະພາບທີ່ສົມບູນ

ຕັ້ງແຕ່ປີເລີ່ມຕົນໃນປີ 1987, ວິໃສທັດດັ່ງກ່າວ ໄດ້ໃຫ້ພວກເຮົາມີທິດທາງທີ່ຈະແຈ້ງ ແລະ ເປັນແກນທີ່ສຳຄັນ ໃນການປ່ຽນແປງທີ່ໄວວາຂອງໂລກ. ເຖີງຢ່າງໃດກໍຕາມ ອົງການລີຄອບ ແມ່ນມີຕຳນານ ກ່ຽວກັບປ່າໄມ້ຊຸມຊົນ ມາຕັ່ງແຕ່ດົນນານ. ໃນທ້າຍຊຸມປີ 1970, ມັນໄດ້ເຫັນຈະແຈ້ງແລ້ວວ່າ ນະໂຍບາຍການຄຸ້ມຄອງປ່າໄມ້ນັ້ນຕ້ອງໄດ້ມີການປ່ຽນແປງ ແລະ ປັບປຸງ ເພື່ອໃຫ້ມັນຮັດແໜ້ນຂື້ນກວ່າເກົ່າ. ການຄຸ້ມຄອງໂດຍເອົາສູນກາງເປັນຫຼັກ ໃນການນຳໃຊ້ສັບພະຍາກອນທຳມະຊາດ ໃນອາຊີ ແລະ ປາຊີຟິກ ໄດ້ເຫັນວ່າ ການປົກຄຸມຂອງປ່າໄມ້ ໄດ້ມີການສູນເສຍຢ່າງໄວວາ ແລະ ຄຸນນະພາບຊີວິດການເປັນຢຸ່ ຂອງຊຸມຊົນທ້ອງຖິ່ນ ຫຼາຍໆຮ້ອຍລ້ານຄົນ ຜູ້ທີ່ອາໃສປ່າໄມ້ ກໍໄດ້ຫຼຸດລົງໄປຕາມໆກັນ. ນີ້ ເປັນບາດກ້າວທຳອິດສຳລັບລີຄອບ ທີ່ຈະສາມາດເຂົ້າມາມີບົດບາດ ແລະ ບັນລຸເປົ້າໝາຍຂອງອົງການ ແລະ ຊຸກຍູ້ແຜນງານ ເພື່ອທີ່ຈະສາມາດຊ່ວຍແກ້ໄຂບັນຫາຂ້າງເທີງໄດ້. ເຖີງຢ່າງໃດກຳຕາມ, ເມື່ອປ່າໄມ້ຊຸມຊົນໄດ້ເລີ່ມມີການພັດທະນາ, ມັນຍັງຂາດດ້ານເຕັກນິກ, ທັກສະ ແລະ ແບບແຜນທີ່ເໝາະສົມ ແລະ ດ້ານນະໂຍຍບາຍ ແລະ ການຈັດຕັ້ງປະຕິບັດ ຕໍ່ກັບປ່າໄມ້ຊຸມຊົນ ທີ່ຍັງບໍ່ໄດ້ດີເທົ່າທີ່ຄວນ.

ຍ້ອນເຫດຜົນນັ້ນເອງ ມັນຈື່ງເກີດມີແນວຄວາມຄິດ ໃນການຈັດຕັ້ງ ສູນຝຶກອົບຮົມປ່າໄມ້ຊຸມຊົນ ສຳລັບອາຊີ ແລະ ປາຊີຟິກ (ລີຄອບ) ຂື້ນມາ ໂດຍ ອົງການອາຫານ ແລະ ການກະເສດ ຂອງສະຫາປະຊາຊາດ, ລັດຖະບານ ປະເທດສະວິດສະແລນ ໂດຍຜ່ານ ທະນາຄານພັດທະນາອາຊີ ແລະ ມະຫາວິທະຍາໄລ ກະເສດສາດ ແຫ່ງປະເທດໄທ. ໂດຍເປັນຈຸດໃຈກາງໃນພາກພື້ນ ສຳລັບວຽກງານການຝຶກອົບຮົມ ແລະ ການເຮັດບົດຄົ້ນຄົ້ວ ກ່ຽວກັບປ່າໄມ້ບ້ານ ໂດຍການນຳພາໂດຍ ປອ ສົມສັກ ສຸກວົງ ຂອງມະຫາວິທະຍາໄລກະເສດສາດ. 13 ປີຜ່ານໄປ, ອົງການລີຄອບ,​ ສູນສຳລັບຄົນ ແລະ ປ່າໄມ້, ໄດ້ຖືກຮັບຮູ້ວ່າ ເປັນອົງການສາກົນທີ່ເປັນເອກະລາດ. ອີກ 10 ຕໍ່ມາ, ອົງການລີຄອບ ໄດ້ ແຜ່ຂະຫຍາຍໄປປະເທດອື່ນໆອີກໃນພາກພື້ນ ຄື: ກຳປູເຈຍ, ອິນໂອເນເຊຍ, ສປປ ລາວ, ມຽນມ້າ, ເນປານ ແລະ ຫວຽດນາມ.

ໃນປີ 2018, ອົງການລີຄອບ ໄດ້ໃສ່ຊື່ວ່າ: ສູນສຳລັບຄົນ ແລະ ປ່າໄມ້ (ລີຄອບ)

ໂດຍການສະທ້ອນເຖີງວຽກງານທີ່ກ້ວາງ ກ່ຽວກັບປ່າໄມ້, ດັ່ງນັ້ນ ເປົ້າໝາຍຂອງອົງການຈື່ງມີວ່າ::

ເພື່ອການເສີມສ້າງຄວາມອາດສາມາດ ສຳລັບສິດທິທີ່ເຂັ້ມແຂງກວ່າເກົ່າ, ການປັບປຸງ ການຄຸ້ມຄອງປ່າໄມ້ ແລະ ການແບ່ງປັນຜົນປະໂຫຍດທີ່ຍຸດຕິທຳ ສຳລັບຊຸມຊົນທ້ອງຖີ່ນ ໃນວຽກງານການປົກປັກຮັກສາປ່າໄມ້ ໃນອາຊິ ແລະ ປາຊີຟິກ.

ເພື່ອປະສົບຜົນລໍາເລັດພາລະກິດດັ່ງກ່າວ, ອົງການລີຄອບ ໄດ້ຮວບຮວມເອົາປັດຊະຍາ, ເຊິ່ງຍັງຄົງຍຶດໝັ້ນຢູ່ໃນບົດຮຽນທີ່ໄດ້ຮຽນຮູ້ຈາກ 30 ປີຂອງການຈັດຕັ້ງປະຕິບັດວຽກງານ ແລະ ຍຶດຖືວ່າຊຸມຊົນທ້ອງຖິ່ນແມ່ນຜູ້ຈັດການທີ່ດີທີ່ສຸດຂອງປ່າໄມ້ ແລະ ພູມີທັດຂອງຕົນ. ດັ່ງນັ້ນ, ພວກເຮົາປະຕິບັດຕາມ ຫຼັກການ 4 ຫຼັກການທີ່ໄດ້ແນະນໍາໄວ້ ທີ່ຈະສາມາດຊຸກຍູ້ ແລະ ຜັກດັນວິໄສທັດ ແລະ ພາລະກິດຂອງອົງກອນຂອງພວກເຮົາຢ່າງເຕັມທີ່.

  1. ສິດທິທີ່ເຂັ້ມແຂງ ແລະ ຈະແຈ້ງແມ່ນມີຄວາມຈໍາເປັນ
  2. ການມີສ່ວນຮ່ວມທີ່ມີຄວາມຫມາຍລະຫວ່າງຊຸມຊົນ, ພາກເອກະຊົນ ແລະ ລັດຖະບານ ແມ່ນມີ ຄວາມຈໍາເປັນ.
  3. ການຄຸ້ມຄອງທີ່ດີແມ່ນພື້ນຖານສໍາລັບການພັດທະນາ ແລະ ການຈັດຕັ້ງປະຕິບັດ "ຊຸມຊົນເປັນ ມິດ", ນະໂຍບາຍປ່າໄມ້ແຫ່ງຊາດ, ແຜນງານ ແລະ ລະບຽບການຄຸ້ມຄອງ.
  4. ການແບ່ງບັນຜົນປະໂຫຍດທີ່ທ່ຽງທໍາສໍາລັບຊຸມຊົນທ້ອງຖິ່ນ ເພື່ອຊ່ວຍຫຼຸດຜ່ອນຄວາມທຸກ ຍາກ ແລະ ສົ່ງເສີມການມີສ່ວນຮ່ວມໃນການຄຸ້ມຄອງປ່າໄມ້ ແລະ ການຄຸ້ມຄອງແບບຍືນຍົງ