RECOFTC ສປປ ລາວ
ກ່ຽວກັບພວກເຮົາ

Languages

ວຽກທີ່ພວກເຮົາສຸມໃສ່

What We Do

ສິ່ງທີ່ພວກເຮົາເຮັດ:

Strategic Goals

1. ການຮ່ວມມື (ຂອງທຸກພາກສ່ວນ) ຢູ່ເຂດພູມມີທັດ ໃນສະພາບດີນຟ້າອາກາດ ມີການປ່ຽນແປງ

ສິດທິຂອງປະຊາຊົນທ້ອງຖີ່ນ ໃນເຂດພູມມີທັດປ່າໄມ້ ໄດ້ຮັບການປົກປ້ອງ ແລະ ປັບປຸງ ໂດຍຜ່ານການຄຸ້ມຄອງແບບຮ່ວມກັນ ຫຼື ແບບລວມໝູ່. ປະຊາຊົນທ້ອງຖີ່ນຈະຄຸ້ມຄອງປ່າໄມ້ ແບບປະສົມປະສານ ຮ່ວມກັບຂະແຫນງການອື່ນໆ ຊື່ງນອນຢູ່ໃນພູມມີທັດ (ພື້ນທີ່) ດຽວກັນ ແນໃສ່ບັນລຸເປົ້າໝາຍ ຂອງການຫຼຸດຜ່ອນການປ່ຽນແປງດີນຟ້າອາກາດ ແລະ ແກ້ໄຂສິ່ງທ້າທາຍ ແລະ ໂອກາດຕ່າງໆ ດ້ານການປັບຕົວ ທີ່ເປັນສ່ວນໜື່ງຂອງຍຸດທະສາດໃນການດໍາລົງຊີວິດຂອງພວກເຂົາ.

2. ການຄຸ້ມຄອງບໍລິຫານ, ກົງຈັກການຈັດຕັ້ງ ແລະ ການແກ້ໄຂຂໍ້ຂັດແຍ່ງ

ການຄຸ້ມຄອງບໍລິຫານ, ພາກເອກະຊົນ, ບັນດາຊຸມຊົນ ແລະ ພາກສ່ວນອື່ນໆ ໃນພູມມີທັດປ່າໄມ້ ຍືດຖື ຫຼື ເຄົາລົບຕໍ່ ບັນດາຫຼັກການ ຂອງການຄຸ້ມຄອງບໍລິຫານທີ່ດີ ຊື່ງລວມທັງຄວາມຮັບຜິດຊອບ ຕໍ່ການປະພຶດ ຫຼື ສິ່ງທີ່ຕົນເອງໄດ້ກະທໍາລົງໄປ ພ້ອມທັງມີຄວາມໂປ່ງໃສໃນຂະບວນການດໍາເນີນງານຕ່າງໆ. ສູນຝຶກອົບຮົມປ່າໄມ້ຊຸມຊົນຂອງພາກພື້ນ ລີຄອບ ຈະເສີມສ້າງການພົວພັນ (ຂອດປະສານງານ) ໂດຍຜ່ານຍຸດທະສາດທີ່ສະຫນອງຜົນປະໂຫຍດຮ່ວມກັນ ພ້ອມທັງພັດທະນາ ຄວາມຮູ້-ຄວາມສາມາດ ທີ່ເໝາະສົມ ແລະ ການບໍລິການເພື່ອໃຫ້ການປຶກສາຫາລືດ້ານຕ່າງໆ ເພື່ອປ້ອງກັນ ແລະ ຫັນປ່ຽນຂໍ້ຂັດແຍ່ງຕິດພັນກັບປ່າໄມ້ ໂດຍຜ່ານກົງຈັກການຈັດຕັ້ງ, ການພົວພັນ (ປະສານງານ), ແບບມີຍຸດທະສາດ ແລະ ການບໍລິການ ທີ່ເຂັ້ມແຂງ.

3. ການເຂົ້າຮ່ວມຂອງພາກເອກະຊົນ ແລະ ທຸລະກິດຊຸມຊົນ

ມູນຄ່າທາງເສດຖະກິດ ຂອງປ່າໄມ້ ແລະ ພູມມີທັດ (ປ່າໄມ້) ສໍາລັບຊຸມຊົນ ແມ່ນເພີ້ມຂື້ນ ໂດຍການລົງທືນ ແບບຍືນຍົງ, ການປະກອບການ (ໂດຍຊຸມຊົນ, ໂຄງການທີ່ຮັບການຢັ້ງຢືນ ແລະ/ຫຼື ບັນດາຄູ່ຮ່ວມທີ່ມີຜົນປະໂຫຍດຮ່ວມກັນ ລະຫວ່າງ ລັດຖະບານ,  ພາກເອກະຊົນ ແລະ ການປະກອບການທີ່ເປັນຊຸມຊົນ ໃນວົງກວ້າງ.

4. ການເອົາສັງຄົມມີສວນຮ່ວມ, ຄວາມທ່ຽງທໍາດ້ານບົດບາດຍິງ-ຊາຍ ແລະ ການດໍາເນີນງານ (ປະຕິບັດ) ຂອງສັງຄົມ

ສິດທິ, ຄວາມອາດສາມາດ ແລະ ກາລະໂອກາດທາງດ້ານເສດຖະກິດ ຂອງຜູ້ຍິງ ແລະ ພວກທີ່ດ້ອຍໂອກາດອື່ນໆ ໄດ້ການເສີມສ້າງ (ປັບປຸງ)ໃຫ້ດີຂື້ນ. ຄວາມຮັບຮູ້ຂອງສັງຄົມ(ສາທາລະນະຊົນ) ເພີ້ມຂື້ນ ແລະ ຄວາມຊີນເຄີຍ ແລະ ພຶດຕິກໍາ ໄດ້ມີການປ່ຽແປງ ເພື່ອຫັນມາສະໜັບສະໜູນ ນະໂຍບາຍ ກ່ຽວກັບປ່າໄມ້ ແລະ ທີ່ດິນ ໂດຍມີປະຊາຊົນເປັນໃຈກາງ (ຫຼື ໃຫ້ຄວາມສໍາຄັນຂອງປະຊາຊົນ).

“ສຳລັບປ່າໄມ້, ຊຸມຊົນ ແລະ ພາກເອກະຊົນ, ມັນຄວນຈະມີ ອັນອ້າງອີງວ່າ ຄົນກັບ ພຸມີທັດປ່າໄມ້ ແມ່ນຕ້ອງໄດ້ອາໃສເຊີ່ງກັນ ແລະ ກັນ ດ່ັ່ງນັ້ນ ມັນກາຕ້ອງມີອັນອ້າງອີງຄືກັນ ວ່າ ຄົນ ແລະ ປ່າໄມ້ ກໍບໍ່ສາມາດຈະແຍກອອກຈາກກັນໄດ້  ຄືກັນ ເມື່ອພວກເຮົາເວົ້າເຖີງ ເປົ້າໝາຍການພັດທະນາ ແບບຍືນຍົງ ທັງໝົດ ນັ້ນ”

Dr. David Ganz, RECOFTC Executive Director, COFO 24

 

Where We Work