RECOFTC ສປປ ລາວ
ກ່ຽວກັບພວກເຮົາ

Languages

ເພື່ອນຮ່ວມງານ ແລະ ຜູ້ໃຫ້ທືນ

ການຊຸກຍູ້ດ້ານທືນຮອນຕໍ່ອົງການລີຄອບ ສຳລັບວຽກງານປ່າໄມ້ບ້ານ ໃນອາຊີ ແລະ ປາຊີຟິກ ແມ່ນໄດ້ມາຈາກຜູ້ໃຫ້ທືນຫຼັກ ແລະ ໂຄງການຕ່າງໆດັ່ງນີ້:

ຜູ້ໃຫ້ທືນ ແລະ ຜູ້ຊຸກຍູ້ຫຼັກສຳລັບ 5 ປີ ທີ່ຜ່ານມາ:

ການຮ່ວມມື ແລະ ການພັດທະນະ ຂອງສະວິດສ (Swiss Agency for Development and Cooperation (SDC)

SDC ໄດ້ເປັນຜູ້ຊຸກຍູ້ອົງການລີຄອບ ຕັ້ງແຕ່ລີຄອບໄດ້ຈັດຕັ້ງຂື້ນແຕ່ປີ 1987 ເປັນຕົ້ນມາ ແລະ ສືບຕໍ່ເປັນ ຜູ້ໃຫ້ທືນຫຼັກຮອດປີ 2008. SDC ໄດ້ສືບຕໍ່ໃຫ້ທຶນ ກ່ຽວກັບການສ້າງຄວາມເຂັ້ມແຂວງຫຼາຍໆດ້ານ ລວມທັງ ແຜນງານ ການລຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເສ່ືອມໂຊມ (ເຣດ+), ການພັດທະນາ ເຄື່ອຂ່າຍປ່າໄມ້ສັງຄົມອາຊຽນ. ປະຈຸບັນ SDC ໃຫ້ທຶນໂຄງການ ຄູ່ຮ່ວມງານອາຊຽນ-ສະວີດສ ໃນວຽກງານ ການປ່ຽນແປງດິນຟ້າອາກາດ ແລະ ປ່າໄມ້ສັງຄົມ ເຊີ່ງເປັນໂຄງການທີ່ອົງການລີຄອບ ເປັນຜູ້ຈັດຕັ້ງປະຕິບັດຫຼັກ. ຕັ້ງແຕ່ເດືອນ ກໍລະກົດ ປີ 2012 ເປັນຕົ້ນມາ, SDC ໄດ້ ສືບຕໍ່ເປັນຜູ້ໃຫ້ທຶນຫຼັກ ແລະ ສຸມໃສ່ ຂົງເຂດອາຊີ-ປາຊີຟິກ ໂດຍການສົ່ງເສີມປ່າໄມ້ບ້ານ ເຊີ່ງເປັນແຜນງານທີ່ຈະສາມາດຕອບໂຕ້ກັບສີ່ງທ້າທາຍ ຈາກການປ່ຽນແປງດິນຟ້າອາກາດ ແລະ ການຂາດແຄນນ້ຳ ໄດ້.

ຂະແໜງການຄູ່ຮ່ວມງານການພັດທະນາສາກົນ ສະວີເດັນ (ຊີດາ):

ຊີດາ ໄດ້ໃຫ້ທຶນສົມທົບ ໃນການກໍ່ຕັ້ງອົງການລີຄອບ ຕັ້ງແຕ່ປີ 1997 ເປັນຕົ້ນມາ. ໃນປີ 2004, ຊີດາ ໄດ້ກາຍມາເປັນຜູ້ໃຫ້ທືນຫຼັກ ແລະ ສືບຕໍ່ໃຫ້ທຶນ ຕໍ່ວຽກງານປ່າໄມ້ບ້ານ ເຊີ່ງເປັນແຜນງານ ທີ່ສາມາດຊຸກຍູ້ ການລຸດຜ່ອນຄວາມທຸກຍາກ,​ ການປ່ຽນແປງດິນຟ້າອາກາດ ແລະ ການປັບຕົວ, ການສົ່ງເສີມສິດທິ ແລະ ສົ່ງເສີມ ຊີວິດການເປັນຢູ່ ຂອງຊຸມຊົນ. ການສະໜັບສະໜູນ ງົບປະມານຫຼັກ ແມ່ນໄດ້ກວມເອົາ ແຕ່ເດືອນ ຕຸລາ 2010 ເຖີງ ເດືອນກັນຍາ 2015 ແລະ ແຜນງານໃໝ່ ແມ່ນແຕ່ເດືອນ ຕຸລະ 2016 ເຖີງ ກັນຍາ 2021.

ລັດຖະບານລາດສະອານາຈັກໄທ:

ລັດຖະບານລາດສະອານາຈັກໄທ ແມ່ນໜື່ງໃນຜູ້ໃຫ້ທຶນແກ່ອົງການລີຄອບ. ອົງການລີຄອບ ໄດ້ປະສານງານຢ່າງໄກ້ສິດ ກັບ ກົມປ່າໄມ ແຫ່ງລັດສະອານາຈັກໄທ, ກົມສວນອຸທິຍານແຫ່ງຊາດ ແລະ ກົມສັບພະຍາກອນທາງທະເລ ແລະ ຊາຍຝັ່ງ ໃນການສົ່ງເສີມເຄືອຂ່າຍປ່າໄມ້ບ້ານແຫ່ງຊາດ ແລະ ການຄຸຸ້ມຄອງກິດຈະກຳ ການສ້າງຄວາມອາດສາມາດ ໃນວຽກງານການຄຸ້ມຄອງສັບພະຍາກອນທຳມະຊາດ ໂດຍມີຊຸມຊົນເປັນຫຼັກ ໃນທົ່ວປະເທດ. ໃນ ຊ່ວງ 25 ທີ່ຜ່ານມາ,  ການປະສານງານດັ່ງກ່າວ ມັນສາມາດສ້າງຄວາມອາດສາມາດໃຫ້ແກ່ຜູ້ນຳແຫ່ງຊາດ ແລະ ຜູ້ນຳທ້ອງຖີ່ນ, ຜູ້ນຳຊຸມຊົນ ແລະ ຜູ້ຈັດຕັ້ງປະຕິບັດທັງຫຼາຍ ໃນການຄຸ້ມຄອງປ່າໄມ້ແບບຍືນນານໄດ້ ແລະ ການເພີ່ມກິດຈະກຳ ເພື່ອຕອບໂຕ້ ກັບການປ່ຽນແປງດິນຟ້າອາກາດ. ນອກນີ້ ລັດຖະບານ ລາຊາອານາຈັກໄທ ຍັງໄດ້ປະກອບສ່ວນ ເຂົ້າໃສ່ງົບປະມານແຜນງານຂອງໄທ ໃນອົງການລີຄອບ ໃນການຊຸກຍູ້ ກິດຈະກຳປ່າໄມ້ຊຸມຊົນ ໃນປະເທດໄທ ໂດຍຜ່ານ ຫ້ອງການການສຶກສາ ຂອງກະຊວງສຶກສາທິການ ແລະ ກະຊວງກະເສດ.

ຄູ່ຮ່ວມງານ ພາກລັດຖະບານ ຂອງລີຄອບ ໃນ ສ ປປ ລາວ:

ລັດຖະບານແຫ່ງ ສປປ ລາວ: ລີຄອບເຮັດວຽກຜ່ານລັດຖະບານ ແຫ່ງ ສປປ ລາວ ແລະ ໄດ້ມີ ບົດບັນທຶກຄວາມເຂົ້າໃຈກັບ ສະຖາບັນຄົ້ນຄົ້ວກະສິກຳ ແລະ ປ່ໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຕັ້ງແຕ່່ອາດີດເປັນຕົ້ນມາ ແລະ ໃນເດືອນມີນາ 2014 ລີຄອບໄດ້ ເຊັນບົດບັນທຶກຄວາມເຂົ້າໃຈກັບ ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ແລະ ມີຫ້ອງການໃນ ກົມປ່າໄມ້. ລີຄອບ ໄດ້ເຮັດວຽກຢ່າງໄກ້ສິດກັບກົມປ່າໄມ້, ພາກວິຊາວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ແລະ ອື່ນໆ ແລະ ໃນຂັ້ນທ້ອງຖີ່ນ ແມ່ນ ພະແນະກະສິກຳ ແລະ ປ່າໄມ້ ແຂວງ ທີ່ກ່ຽວຂ້ອງ ເພື່ອການຈັດຕັ້ງປະຕິບັດໂຄງການ ແລະ ແຜນງານການສ້າງຄວາມເຂັ້ນແຂງ ພ້ອມທັງການໂຄສະນາເຜີຍແຜ່ວຽກງານຕ່າງໆ ທີ່ກ່ຽວຂ້ອງກັບ່າໄມ້ເຊັ່ນ ວຽກງານນະໂຍບາຍ ແລະ ກົດໝາຍປ່າໄມ້, ວຽກງານ ເຣດບວກ, ການປ່ຽນແປງດິນຟ້າອາກາດ ແລະ ວຽກງານປ່າໄມ້ບ້ານ ແລະ ອື່ນໆ

 

ຄູ່ຮ່ວມງານພາກອົງການຈັດຕັ້ງສາກົນ ຂອງລີຄອບ ໃນ ສ ປປ ລາວ:

  • ອົງການກອງທືນ ອະນຸລັກທຳມະຊາດໂລກ (WWF)

  • ອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ (FAO)

  • ໄຈກາ (F-REDD/JICA)

  • ໂຄງການປ້ອງປ້ອງດິນຟ້າອາກາດ ໂດຍຜ່ານ ການຫຼີກລ້ຽງ ການທຳລາຍປ່າໄມ້ (CLIPAD/GIZ)

  • ໂຄງການສະຫງວນປະສົມປະສານ ປ່າມໄມ້ ແລະ ຊີວິນານາພັນ (ICBF)

  • ໂຄງການການຄຸ້ມຄອງທີ່ດິນ ພາກພື້ນແມ່ນ້າຂອງ (MRLG)

  • International Union for Conservation of Nature (IUCN)

  • ທະນາຄານໂລກ (WB)

  • ການຮ່ວມມືສາກົນດ້ານກາເງີນ (IFC)

  • Wildlife Conservation Society (WCS)

  • ບ້ານພັດທະນາຈຸດສຸມສາກົນ (VFI)

  • ສະມາຄົມ ຊີວະນາໆພັນລາວ (LBA)

  • ສູນພັດທະນາ ແລະ ຝຶກອົບຮົມແບບມີສ່ວນຮ່ວມ(PADECT)

  • ກຸ່ມຂໍ້ມູນຂ່າວສານທີ່ດິນ (LIWG)

ພາກເອກະຊົນ

  • ລິລິສັດປຸກໄມ້ບົວລະພາ

  • ບໍລິສັດປຸກໄມ້ ສະໂຕລາເອັນໂຊ

  • ໂຮງຊອຍໄມສິງທູນ ແຂວງບໍ່ແກ້ວ