RECOFTC ສປປ ລາວ
ຂ່າວສານ

Languages

ການໂຄສະນາເຜີຍແຜ່ວຽກງານ ແຟັກທີ (FLEGT), ການຫຼຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມ (REDD+), ນິຍາມໄມ້ຖືກຕ້ອງຕາມກົດໝາຍ (TLD) ແລະ ກົດໝາຍປ່າໄມ້

ຄັ້ງທຳອິດໃນການປຶກສາຫາລືຄວາມຮູ້ກ່ຽວກັບວຽກງານການຄຸ້ມຄອງປ່າໄມ້ ຂອງຂັ້ນບ້ານທີ່ນອນໃນຂອບເຂດປ່າສະຫງວນນ້ຳປຸຍ ຮ່ວມກັບຂັ້ນເມືອງ ແລະ ຂັ້ນແຂວງ
Working group

ຕົວແທນຈາກຂັ້ນທ້ອງຖິ່ນໃນຂອບເຂດປ່າສະຫງວນ ນ້ຳປຸຍ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ແລະ ປຶກສາຫາລື ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງ,ຫ້ອງການກະສິກຳແລະປ່າໄມ້ເມືອງ ກ່ຽວກັບການເຜີຍແຜ່ຂໍ້ມູນຄັ້ງທຳອິດກ່ຽວກັບ ວຽກງານ ແຟັກທີ (FLEGT), ການຫຼຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມ (REDD+), ນິຍາມໄມ້ຖືກຕ້ອງຕາມກົດໝາຍ (TLD) ແລະ ກົດໝາຍປ່າໄມ້.

ໃນລະຫວ່າງ ວັນທີ 12-14 ກຸມພາ 2020 ຜ່ານມານີ້, ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ອົງການຈັດຕັ້ງສັງຄົມ (NSAs) ໃນວຽກງານການຄຸ້ມຄອງປ່າໄມ້ທີ່ດີ ລວມທັງ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ແລະ ເຣດບວກ ໃນພາກພື້ນແມ່ນ້ຳຂອງ ຫຼື ສຽງສຳລັບປ່າໄມ້ໃນພາກພື້່ນແມ່ນ້ຳຂອງ Voices for Mekong Forests (V4MF) ຮ່ວມກັບ ພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະ, ໄດ້ຈັດກອງປະຊຸມ ເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານ ແຟັກທີ (FLEGT), ການຫຼຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມ (ເຣດ REDD+), ນິຍາມໄມ້ຖືກຕ້ອງຕາມກົດໝາຍ (TLD) ແລະ ກົດໝາຍປ່າໄມ້ ເລກທີ 64/ສພຊ ຂຶ້ນ, ທີ່ ເມືອງປາກລາຍ, ແຂວງໄຊຍະບູລີ ໂດຍການເປັນປະທານຂອງທ່ານ ຄຳເກິ່ງ ພັນລັກ, ຮອງພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ພ້ອມດ້ວຍ ທ່ານ ນາງ ມະນີໄລ ທິບພະລັງສີ, ຕາງໜ້າຈາກ ອົງການ ລີຄອບປະຈຳ ສປປ ລາວ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 35 ທ່ານ (ຍິງ 7 ທ່ານ) ຊຶ່ງມາຈາກພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ, ຫ້ອງການກະສິກຳແລະ ປ່າໄມ້ເມືອງປາກລາຍ, ເມືອງພຽງ ແລະ ເມືອງທົ່ງມີໄຊ, ກອງຄຸ້ມຄອງປ່າສະຫງວນ ແລະ  ຕາງໜ້າຈາກ 6 ບ້ານເປົ້າໝາຍຊຶ່ງເປັນບ້ານທີ່ຢູ່ໃນເຂດປ່າຫງວນ, ນອກປ່າສະຫງວນ ແລະຕິດຈອດກັບປ່າສະຫງວນແຫ່ງຊາດນ້ຳປຸຍ ໃນນັ້ນລວມມີບ້ານ: ບ້ານໃຫຍ່ນາແວນ, ບ້ານ ນາຄະຍາງ, ບ້ານນາມ່ວງ, ບ້ານ ນາແລ, ບ້ານ ແຄ່ນ, ບ້ານ ຫາດດ້າຍ.

ກິດຈະກຳ ການໂຄສະນາເຜີຍແຜ່ຄັ້ງນີ້ ຈະດຳເນີນໄປເປັນເວລາ 3 ວັນ, ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບບັນດາມາດຕາຕ່າງໆທີ່ບັນຈຸໃນກົດໝາຍວ່າດ້ວຍປ່າໄມ້, ຂໍ້ມູນທີ່ກ່ຽວຂ້ອງກັບວຽກງານ ແຟກທີ FLEGT VPA, ເຮດບວກ REDD +, TLD, ຜົນຂອງບົດສຶກສາດ້ານສັງຄົມຄວາມສ່ຽງ ແລະ ໂອກາດທີ່ສຳຄັນ ໂດຍສະເພາະຕຕໍ່ກັບແມ່ຍິງ ແລະ ບົດບາດຍິງຊາຍຈາກການຈັດຕັ້ງປະຕິບັດຄຳສັ່ງເລກທີ 15 ນຍ ຕໍ່ກັບໂຮງງານອຸດສະຫະກຳປຸງແຕ່ງໄມ້ຂະໜາດນ້ອຍ ແລະ ຂະໜາດກາງ. ຜູ້ເຂົ້າຮ່ວມໄດ້ມີການປຶກສາຫາລືບັນດາບັນຫາທີ່ສຳຄັນ, ວິທີການແກ້ໄຂ ໃນຕໍ່ໜ້າ ໂດຍນຳໃຊ້ຂໍ້ມູນ ແລະ ເຄື່ອງມືສື່ສານໄປເຜີຍແຜ່ໃນຂັ້ນທ້ອງຖິ່ນ ນອກນັ້ນຜູ້ເຂົ້າຮ່ວມຈະໄດ້ວາງແຜນນຳໃຊ້ຂໍ້ມູນທີ່ໄດ້ຮັບການຝຶກອົບຮົມດັ່ງກ່າວນີ້ ເຂົ້າໃນວຽກງານ ການຄຸ້ມຄອງບໍລິຫານປ່າໄມ້ ໂດຍໃຫ້ມີຄວາມສອດຄ່ອງກັບໜ້າວຽກຂອງແຕ່ລະພາກສ່ວນ. ທ່ານ ແສງມະນີສີ ນາຍບ້ານ ບ້ານແຄ່ນ ໜຶ່ງໃນຜູ້ເຂົ້າຮ່ວມຝຶກອົບຮົມໄດ້ກ່າວ “ໃນໄລຍະຜ່ານມາບ້ານເຮົາ ເຜີຍແຜ່ຂໍ້ມູນສ່ວນສ່ວນໃຫຍ່ແມ່ນໃຊ້ເອກະສານ ໂດຍປະກາດທາງໂທລະໂຄ່ງບ້ານ, ຂ້ອຍດີໃຈທີ່ໄດ້ເຂົ້າຮ່ວມ, ໄດ້ຄວາມຮູ້ສີ່ງໃໝ່ໆທີ່ໜ້າສົນໃຈ ທີ່ ສຳຄັນຕໍ່ການປົກປັກຮັກສາປ່າໄມ້. ຂ້ອຍຈະນຳໃຊ້ເຄື່ອງມື ແລະ ວິທີການທີ່ໄດ້ຮັບຈາກຄູຝຶກອົບຮົມເພື່ອໄປເຜີຍແຜ່ໃນຂັ້ນບ້ານ”.

ໃນບາງຕອນຂອງທ່ານ ຄຳເກິ່ງ ພັນລັກ, ຮອງພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ໄດ້ກ່າວຕໍ່ຜົນສຳເລັດຂອງກິດຈະກຳວ່າ: “ນີ້ແມ່ນກິດຈະກຳການເຜີຍແຜ່ຄັ້ງທຳອິດຂອງໂຄງການ ຮູ້ສຶກດີໃຈຫຼາຍ ແລະ ຂໍຊົມເຊີຍກັບຜົນສຳເລັດ, ສັງເກດວ່າຈາກການເຮັດກິດຈະກຳກຸ່ມ ແລະ ການສົນທະນາແບບເປັນກັນເອງ, ຜົນສຳເລັດຄັ້ງນີ້ຄືສາມາດສ້າງຄວາມຮູ້ເບື້ອງຕົ້ນກ່ຽວກັບວຽກງານການຄຸ້ມຄອງປ່າໄມ້ໃຫ້ກັບນັກສຳມະນາກອນ ໂດຍສະເພາະແມ່ນຂັ້ນບ້ານ ແລະ ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຊ່ວຍຜັນຂະຫຍາຍ ແລະ ເຜີຍແຜ່ຂໍ້ມູນ ແລະ ຄວາມຮູ້ດ່ັງກ່າວໃນວົງກວ້າງ”

ກິດຈະກຳດັ່ງກ່າວນີ້ໄດ້ຮັບການສະໜັບສະໜຸນຈາກ ສະຫະພາບ ເອີຣົບ ໂດຍຜ່ານ ໂຄງການ Voices for Mekong Forests