ກ່ຽວກັບ ໂຄງການ ຟຼໍລິດ FLOURISH
ຫລຸດຜ່ອນ ແລະ ປັບໂຕກັບການປ່ຽນແປງຂອງສະພາບດິນຟ້າອາກາດ ຜ່ານ ການຟຶ້ນຟູພູມີທັດ ປ່າໄມ້ ທີ່ອີງໃສ່ຕະຫຼາດ
ໂຄງການ ຟຼໍລິດ ແມ່ນໂຄງການຟຶ້ນຟູ ພູມີທັດ ປ່າໄມ້ ແບບໃໝ່ ທີ່ມີໄລຍະຈັດຕັ້ງປະຕິບັດ 4 ປີ ທີ່ນຳໃຊ້ ທ່າແຮງຂອງຕະຫຼາດ ປະສົມປະສານກັບ ປ່າໄມ້ຊຸມຊົນ ເພື່ອຕໍ່ສູ້ກັບການການປ່ຽນແປງຂອງສະພາບດິນຟ້າອາກາດ, ຟື້ນຟູ ປ່າໄມ້ເຊື່ອມໂຊມ ແລະ ປັບປຸງຊິວດການເປັນຢູ່ຂອງຊຸມຊົນປ່າໄມ້. ໂຄງການດັ່ງກ່າວ ໄດ້ຮັບທຶນສະໜັບສະໜູນຈາກກະຊວງສິ່ງແວດລ້ອມ, ການປົກປັກຮັກສາທຳມະຊາດ ແລະ ພະລັງງານ ນີວເຄັຍ ຂອງ ປະເທດ ສະຫະພັນເຢຍລະມັນ ຜ່ານ ໂຄງການສາກົນ ກ່ຽວກັບການຮັບມືກັບການປ່ຽນແປງດິນຟ້າອາກາດ International Climate Initiative (IKI).
ໂຄງການ ຟຼໍລິດ ຢູ່ໃນຂັ້ນຕອນການທົດລອງ ຢຸ່ເຂດພູມີທັດ 4 ແຫ່ງ ຢູ່ 3 ປະເທດ ແມ່ນໍ້າຂອງ ຄື: ສປປ ລາວ, ລາຊາອານາຈັກໄທ ແລະ ສສ ຫວຽດນາມ. ບົດຮຽນທີ່ທອດຖອນໄດ້ຈາກ 4 ແຫ່ງນີ້ ຈະຊ່ວຍປັບປຸງວຽກງານການຟື້ນຟູ ພູມີທັດ ປ່າໄມ້ ຢູ່ພາກພື້ນ ອາຊີ-ປາຊິຟິກ ແລະ ໃນໂລກ.
ການທົດລອງໂຄງການ ຟຼໍລິດ ແຕກຕ່າງຈາກ ໂຄງການຟື້ນຟູ ພູມີທັດ ປ່າໄມ້ອຶ່ນໆ ດ້ວຍຮູບແບບທີ່ອິງໃສ່ທ່າແຮງຂອງຕະຫຼາດ ເພື່ອຟື້້ນຟູ ພູມີທັດ ປ່າໄມ້. ໂຄງການທົດລອງ ຈັດຕັ້ງການເປັນຄູ່ຮ່ວມງານທາງດ້ານທຸລະກິດ ລະຫວ່າງ ຊຸມຊົນປ່າໄມ້ ແລະ ບໍລິສັດ ເພື່ອປູກປ່າຜະລິດ, ເຮັດໃຫ້ມີຜະລິດຕະພັນມີຄວາມຍືນຍົງ ແລະ ຂາຍໃນຕະຫຼາດ. ວິທີການປະຕິບັດຂອງ ໂຄງການ ຟຼໍລິດ ເຮັດໃຫ້ຊຸມຊົນ ໄດ້ຮັບຜົນປະໂຫຍດຈາກການຟື້ນຟູ ແລະ ຄຸ້ມຄອງພູມີທັດປ່າຂອງຊຸມຊົນ ແບບຍືນຍົງ.
ປ່າໄມ້ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ
ປ່າໄມ້ ມີຄວາມສຳຄັນຕໍ່ການແກ້ໄຂວິກິດການຂອງການປ່ຽນແປງຂອງດິນຟ້າອາກາດ. ປ່າໄມ້ທີ່ອຸດົມສົມບູນ ຈະຊຶມຊັບທາດເຮືອນແກ້ວ ແລະ ອາຍກາກບອນ. ປ່າໄມ້ທີ່ອຸດົມສົມບູນ ຍັງເພີ່ມຄວາມສາມາດໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຂອງປະຊາຊົນ, ສັດ, ພືດ ທີ່ດຳລົງຊິວິດໃນເຂດນັ້ນ. ປ່າໄມ້ທີ່ອຸດົມສົມບູນ ຍັງເຮັດໃຫ້ ຜະລິດຕະພາບທາງດ້ານກະສີກຳສູງຂຶ້ນ ຫຼາຍກວ່າ ປ່າເຊື່ອມໂຊມ ເພາະພືດພັນມີການສົ່ງເກສອນທີ່ດີກວ່າ, ສາມາດທົນທານຕໍ່ສັດຕູພືດໄດ້ດີກວ່າ ແລະ ມີລະດັບສານອາຫານ ແລະ ນໍ້າຫລາຍກວ່າເກົ່າ. ອີກດ້ານນໜຶ່ງ, ການຕັດໄມ້ທຳລາຍປ່າ ແລະ ຄວາມເຊື່ອມໂຊມຂອງປ່າ ໄດ້ປ່ອຍທາດເຮືອນແກ້ວ ແລະ ເລັ່ງລັດ ຂະບວນການປ່ຽນແປງດິນຟ້າອາກາດ. ປ່າໄມ້ ທີ່ຫຼຸດລົງ ຫຼື ເຊື່ອມໂຊມ ມີຄວາມສຽງຕໍ່ການເກີດໄຟໄໝ້ປ່າ, ດິນເຈື່ອນ, ນໍ້າຖ້ວມ, ໄພແຫ້ງແລ້ງ ແລະ ຜົນກະທົບອຶ່ນໆຈາກການປ່ຽນແປງຂອງດິນຟ້າອາກາດ.
ເຖິງແມ່ນວ່າຈະມີສົນທິສັນຍາສາກົນຫຼາຍສະບັບ ແຕ່ຍັງມີປະກົດການຕັດໄມ້ທຳລາຍປ່າ ແລະ ປ່າເຊື່ອມໂຊມໃນລະດັບທີ່ໜ້າເປັນຫ່ວງໃນທົ່ວໂລກ. ຄວາມພະຍາຍາມ ຟຶ້ນຟູປ່າໄມ້ ຍັງໄກຈາກເປົ້າໝາຍຂອງບັນດາສົນທິສັນຍາສາກົນ. ປະມານ 30% ຂອງພື້ນທີ່ທີ່ມີປ່າປົກຫຸ້ມຂອງໂລກ ຖືກທຳລາຍ ແລະ 20% ມີລັກສະນະເຊື່ອມໂຊມ. ໃນລະຫວ່າງປີ 1995 ຫາ 2015 ອີງຕາມ ຂໍ້ມູນຂອງອົງການ ອາຫານ ແລະ ກະເສດ, ພາກພຶ້ນ ອາຊີຕາເວັນອອກສ່ຽງໃຕ້ ພຽງພາກພື້ນດຽວ ໄດ້ສູນເສຍເນື້ອທີ່ປ່າໄມ້ ຫຼາຍກວ່າ 30 ລ້ານ ເຮັກຕາ ຫຼື 11%.
ໃນຂະນະທີ່ ປ່າໄມ້ ມີການສູນຫາຍ, ຊິວະນາໆພັນ, ຊິວິດການເປັນຢູ່ ແລະ ການປ້ອງກັນການຮັບມືກັບການປ່ຽນແປງດິນຟ້າອາກາດ ກໍ່ສູນຫາຍເຊັ່ນດຽວກັນ. ຊຸມຊົນທີ່ທຸກຍາກກວ່າໝູ່ ແລະ ອ່ອນໄຫວກວ່າໝູ່ ເປັນຜູ້ທີ່ມີຄວາມສ່ຽງສູງ ຕໍ່ກັບໄພພິບັດທີ່ເກີດຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ, ການຂາດແຄນສະບຽງອາຫານ ແລະ ການເຄື່ອນຍ້າຍ. ເຖິງແນວໃດກໍ່ຕາມ, ຜູ້ທີ່ສູນເສຍກໍ່ແມ່ນພວກເຮົາໝົດທຸກຄົນ: ມູນຄ່າການສູນເສຍ ປ່າໄມ້ໃນທົ່ວໂລກ ສູງເຖິງ 1 ຫາ 5 ພັນຕື້ໂດລາ ສະຫະລັດ ຕໍ່ປີ.
ການຟື້ນຟູ ພູມີທັດປ່າໄມ້
ຂໍ້ຕົກລົງຂອງອົງການສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຊີວະນາໆພັນ ຮຽກຮ້ອງໃຫ້ມີການຟື້ນຟູທີ່ດິນປ່າໄມ້ ທີ່ມີການຕັດໄມ້ທຳລາຍປ່າ ແລະ ມີປ່າໄມ້ເຊື່ອມໂຊມ. ມີເນື້ອທີ່ດິນປະມານ 2 ຕື້ ເຮັກຕາ ຈະໄດ້ຮັບຜົນປະໂຫຍດຈາກການຟື້ນຟູນີ້. ສົນທີສັນຍາສາກົນສະບັບນີ້ ເໜັ້ນໃສ່ຜົນປະໂຫຍດທີ່ຊຸມຊົນທ້ອງຖິ່ນຈະໄດ້ຮັບ ຈາກການຟື້ນຟູ ແລະ ປົກປັກຮັກສາພູມີທັດປ່າໄມ້ຂອງຕົນ. ຜົນປະໂຫຍດ ມີທັງ ຜົນປະໂຫຍດໃນທັນທີ່ ແລະ ໃນໄລຍະຍາວນານ: ຊິວິດການເປັນຢູ່ທີ່ດີຂຶ້ນ, ການຊຶມຊັບທາດອາຍເຮືອນແກ້ວ ແລະ ຄວາມສາມາດທົນທານຕໍ່ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ.
ທາງແກ້ໄຂສຳລັບບັນດາປະເທດແມ່ນໍ້າຂອງ
ການຕັດໄມ້ທຳລາຍປ່າ ແລະ ມີປ່າໄມ້ເຊື່ອມໂຊມ ໃນພາກພື້ນແມ່ນໍ້າຂອງ ມີຕົວຂັບເຄື່ອນຄື ການເຕີບໂຕທາງດ້ານເສດຖະກິດຢ່າງວ່ອງໄວ ແລະ ການພັດທະນາໂຄງລ່າງພື້ນຖານທີ່ຕິດພັນກັບການພັດທະນາເສດຖະກິດ, ການຂຸດຄົ້ນຊັບພະຍາກອນທຳມະຊາດ ແລະ ການປູກຝັງກະສີກຳ ໂດຍສະເພາະ ຢາງພະລາ, ກ້ວຍ ແລະ ພືດລະດູດຽວ. ວິທີການຂອງໂຄງການຟຼໍລິດ ຄືຖືເອົາ ອົງປະກອບທາງດ້ານສິ່ງແວດລ້ອມຂອງພູມິທັດ ເປັນອັນດຽວ ແລະ ຊອກຫາລະບົບນຳໃຊ້ທີ່ດິນແບບປະສົມປະສານອີງໃສ່ລັກສະນະພິເສດຂອງພູມມີທັດ. ໂຄງການຟຼໍລິດ ຊຸກຍູ້ໃຫ້ມີການປູກພັນພືດດັ້ງເດີມ ແລະ ພັດທະນາການປູກໄມ້ຂະໜອາດນ້ອຍຂອງຊາວສວນໃນທ້ອງຖິ່ນ. ໃນແຕ່ລະຈຸດ, ຈະມີການທົດລອງ ວິທີແກ້ ສຳລັບພູມີທັດສະເພາະໃດໜຶ່ງ ແລະ ຕາມບໍລະບົດຂອງປະເທດ.
ໂຄງການຟຼໍລິດ ຢູ່ ສປປ ລາວ
ສປປ ລາວ ໄດ້ສູນເສຍ ເນື້ອທີ່ປ່າໄມ້ 16,000 ເຮັກຕາ ຕໍ່ປີ ເນື່ອງຈາກການຕັດໄມ້ທຳລາຍປ່າ ແລະ ປ່າເຊື່ອມໂຊມ. ໂຄງການຟຼໍລິດ ຊ່ວຍຫຼຸດຜ່ອນທ່າອ່ຽງດັ່ງກ່າວ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາຊົນຕາມແລວລຽບຝັ່ງແມ່ນໍ້າຂອງ ໃນເນື້ອທີ່ ທີ່ມີຄວາມກວ້າງ 2 ຫາ 5 ກິໂລແມັດ ຢູ່ເຂດພາກຕາເວັນຕົກສ່ຽງເໜືອຂອງປະເທດ, ເຊິ່ງກວມເອົາແຂວງບໍ່ແກ້ວ ແລະ ໄຊຍະບູລີ, ໃນພື້ນທີ່ນີ້ ປ່າໄມ້ຊຸມຊົນ ສາມາດຜະລິດໄມ້ສັກ ເປັນໄມ້ທ່ອນ ແລະ ເຄື່ອງປ່າຂອງດົງຈາກໄມ້ປ່ອງ.
ໃນບັນດາແຂວງເຫຼົ່ານີ້ ຊຸມຊົນເຄີຍເກັບກ່ຽວ ໄມ້ສັກໄວກ່ອນ ໄລຍະ 15 ຫາ 30 ປີ ກ່ອນທີ່ຕົ້ນໄມ້ມີຂະໜາດທີ່ສົມບູນ ຍ້ອນຢາກມີລາຍຮັບໄວ. ນີ້ກໍ່ໝາຍຄວາມວ່າ ຕົ້ນໄມ້ເຫລົ່ານີ ບໍ່ໄດ້ຊຶມຊັບທາດອາຍກາກບອນ ຕາມທີ່ຄວນຈະເປັນ ເພື່ອຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ນອກນັ້ນ ຍັງບໍ່ໄດ້ສ້າງມູນຄ່າທາງດ້ານການຄ້າສູງທີ່ສຸດ.
ປະຈຸບັນ, ໂຄງການຟຼໍລິດ ເຮັດວຽກກັບຊຸມຊົນ ເປັນການທົດລອງ ເພື່ອຊ່ວຍຊຸມຊົນ ເຮັດແນວໃດໃຫ້ເຂົາເຈົ້າ ສາມາດໄດ້ຮັບຜົນປະໂຫຍດ ຈາກການປູກໄມ້ສັກ ຜ່ານວິທີການຜະລິດທີ່ໄດ້ຮັບການປັບປຸງ ແລະ ພ້ອມກັບການເປັນຄູ່ຮ່ວມງານກັບພາກເອກະຊົນ. ວິທີການຂອງໂຄງການຄື ສະໜອງສິ່ງກະຕຸ້ນຊຸກຍູ້ ເພື່ອປ່ອຍໃຫ້ ຕົ້ນໄມ້ເຕີບໂຕ ເພື່ອໃຫ້ມີມູນຄ່າສູງທີ່ສຸດໃນທ້ອງຕະຫຼາດ ແລະ ເພື່ອຊຶມຊັບ ທາດອາຍກາກບອນຫຼາຍເທົ່າທີ່ຈະຫຼາຍໄດ້. ໂຄງການຟຼໍລິດ ຍັງສຳຫລວດທ່າແຮງ ຂອງການນຳໃຊ້ ຊີວະມວນສານຂອງປ່າໄມ້ ເພື່ອຜະລິດພະລັງງານເຊິ່ງອາດຊ່ວຍຫຼຸດຜ່ອນ ຄວາມສ່ຽງຂອງການເກີດໄຟໄໝ້ປ່າ.
ໂຄງການຟຼໍລິດ ຢູ່ ສສ ຫວຽດນາມ
ໃນໄລຍະ ລະຫວ່າງ ປີ 2010 ຫາ 2018, ສສ ຫວຽດນາມ ໄດ້ສູນເສຍ ເນື້ອທີ່ດິນ 10 383 ເຮັກຕາ. ໂຄງການ ຟຼໍລິດ ມີເປົ້າໝາຍ ຫັນປ່ຽນທ່າອ່ຽງດັ່ງກ່າວ ໂດຍການເຮັດວຽກກັບ ກຸ່ມບ້ານ ທີ່ປະກອບດ້ວຍ 5 ບ້ານ ຢູ່ ແຂວງ ເງ້ ອານ (Nghe An) ທີ່ເຈົ້າຂອງສວນປູກ ມີສິດຄຸ້ມຄອງ ປ່າໄມ້ຜະລິດໄມ້ປ່ອງທຳມະຊາດ ແລະ ປ່າໄມ້ທຳມະຊາດ. ຢູ່ ແຂວງດັ່ງກ່າວ ແລະ ແຂວງໃກ້ຄຽງ ເຊັ່ນ ແຂວງ ທັນ ຮົ້ວ (Thanh Hoa) ທີ່ເປັນສູນກາງຂອງອຸດສະຫະກຳໄມ້ປ່ອງ ມີຕະຫຼາດ ຮອງຮັບໄມ້ປ່ອງ ແລະ ຜະລິດຕະພັນໄມ້ອຶ່ນໆ. ຢູ່ ແຂວງ ເງ້ອານ ໂຄງການຟຼໍລິດ ເຮັດວຽກກັບ ເຈົ້າຂອງສວນປູກເພື່ອເພີ່ມບໍລິມາດການຜະລິດ ແລະ ປັບປຸງລາຍຮັບຂອງເຂົາເຈົ້າ.
ໂຄງການຟຼໍລິດ ຢູ່ ປະເທດໄທ
ໃນຊຸມປີທີ່ຜ່ານມາ ຢູ່ ປະເທດໄທ ເນື້ອທີ່ປ່າໄມ້ ເພີ່ມຂຶ້ນ ຫຼາຍໆ ເຮັກຕາ. ເຖິງແນວໃດກໍ່ຕາມ, ປະລິມານຊີວະມວນສານປ່າໄມ້ ທີ່ເປັນຕົວຊີ້ວັດກ່ຽວກັບຄວາມອຸດົມສົມບູນຂອງປ່າໄມ້ ໄດ້ຫຼຸດລົງ. ເພື່ອຮັບມືກັບສະພາບດັ່ງກ່າວ ລັດຖະບານ ໄດ້ກຳນົດ ເປົ້າໝາຍ ຟື້ນຟູ ປ່າເຊື່ອມໂຊມ ໃຫ້ໄດ້ 40% ຂອງເນື້ອທີ່ທັງໝົດຂອງປະເທດ. ໂຄງການ ຟຼໍລິດ ເຮັດວຽກກັບ ຊຸມຊົນ ຂອງແຂວງ ນ້ານ ຢູ່ທາງພາກເໜືອ ທີ່ເປັນແຫຼ່ງສຳຄັນຂອງໄມ້ທ່ອນ. ຢູ່ສະຖານທີ່ນີ້ ເຈົ້າຂອງສວນປູກ ຜະລິດໄມ້ທ່ອນເພື່ອສະໜອງ ໃຫ້ລັດວິສະຫະກິດໃນອຸດສະຫະກຳປ່າໄມ້. ໂຄງການຟຼໍລິດ ໄດ້ເຊີນຊວນພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໃຫ້ມີສ່ວນຮ່ວມ ເພື່ອຟື້ນຟູ ພູມີທັດປ່າໄມ້ ແລະ ປັບປຸງຜະລິດຕະພາບຂອງປ່າ ແລະ ສ້າງລາຍຮັບໃຫ້ຊຸມຊົນ.
ໂຄງການ ຟຼໍລິດ ຊ່ວຍຊຸມຊົນ ໃນການໃຫ້ຄວາມກະຈ່າງແຈ້ງກ່ຽວກັບ ສິດນຳໃຊ້ທີ່ດິນຂອງເຂົາເຈົ້າ, ນຳໃຊ້ ວິທີເກັບກ່ຽວທີ່ມີຜົນກະທົບຕໍ່າ ແລະ ຫຼຸດຜ່ອນ ການປ່ອຍທາດກາກບອນຂອງການຂົນສົ່ງໄມ້ທ່ອນ ໂດຍການຊຸກຍູ້ໃຫ້ມີການສືບຕໍ່ພັດທະນາ ຂັ້ນຕອນການປຸງແຕ່ງໄມ້ທ້ອງຖິ່ນ. ໂຄງການມີຈຸດສຸມໃສ່ການປູກຝັງໃນເຂດກັນຊົນ ອ້ອມແອ້ມປ່າສະຫງວນ.
ການຈັດຕັ້ງປະຕິບັດ
ອົງການ ລີຄອບ ເປັນຜູ້ຄຸ້ມຄອງ ໂຄງການ ຟຼໍລິດ ໂດຍການສະໜັບສະໜູນຈາກຫຼາຍໆ ຄູ່ຮ່ວມຈັດຕັ້ງປະຕິບັດ ຂ້າງລຸ່ມ ລວມມີ: ຊຸມຊົນປ່າໄມ້, ເຈົ້າຂອງສວນປູກ, ວິສະຫະກິດ ທີ່ເໜັ້ນໃສ່ຊຸມຊົນ ແລະ ປ່າໄມ້.
- ກົມປ່າໄມ້, ສປປ ລາວ;
- ກົມອຸທິຍານແຫ່ງຊາດ, ການອະນຸລັກ ສັດປ່າ ແລະ ພືດ, ປະເທດໄທ;
- ມູນນິທິ ຮັກເມືອງນ່ານ, ປະເທດໄທ;
- ສະຖາບັນ ປ່າໄມ້ ແລະ ຜະລິດຕະພັນປ່າໄມ້ສາກົນ, ມະຫາວິທະຍາໄລ ເຕັກນິກເດຣສເດັນ, ປະເທດ ເຢຍລະມັນ;
- ອົງການຈັດຕັ້ງໄມ້ປ່ອງ ແລະ ຫວາຍ ສາກົນ;
- ວິທະຍາໄລ ຊຸມຊົນນ່ານ, ປະເທດໄທ;
- ກອງທຶນ ການພັດທະນາ ແລະ ປົກປັກຮັກສາປ່າໄມ້ ແຂວງ ເງ ອານ, ສສ ຫວຽດນາມ;
- ພະແນກກະສີກຳ ແລະ ປ່າໄມ້ແຂວງ, ສປປ ລາວ;
- ກົມປ່າໄມ້, ປະເທດໄທ.
ຂໍ້ຕົກລົງສາກົນ
ໂຄງການ ຟຼໍລິດ ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍ ຂອງຫຼາຍໆສົນທິສັນຍາສາກົນ ແລະ ໂຄງການ.
ສົນທີສັນຍາສາກົນ ຂອງ ອົງການ ສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຫຼື United Nations Framework Convention on Climate Change (UNFCCC)
ສົນທີສັນຍາສາກົນຂອງ ອົງການ ສະຫະປະຊາຊາດວ່າດ້ວຍການປ່ຽນແປງດິນຟ້າອາກາດ ເປັນສົນທິສັນຍາສາກົນ ເພື່ອຄວບຄຸມການປ່ອຍທາດເຮືອນແກ້ວ ໃຫ້ຢູ່ໃນລະດັບ ທີ່ປ້ອງກັນ ບໍ່ໃຫ້ກິດຈະກຳຂອງມະນຸດ ມີຄວາມອັນຕະລາຍ ຕໍ່ຄວາມເຂັ້ມຂຸ້ນ ມີຄວາມອັນຕະລາຍຕໍ່ເນື່ອງຈາກສະພາບອາກາດຂອງໂລກ ສົນທິສັນຍາສະບັບນີ້ ກວມເອົາ ຂໍ້ຕົກລົງ ປາຣີ ທີ່ມີການຕົກລົງ ໃຫ້ຈຳກັດ ການເພີ່ມຂຶ້ນຂອງອຸນນະພູມ ຂອງໂລກ ໃຫ້ຢູ່ໃນລະດັບ 2 ອົງສາ. ບັນດາປະເທດ ທີ່ໄດ້ລົງນາມ ໃນຂໍ້ຕົກລົງ ປາຣີ ມີພັນທະໃນການອະນຸລັກ ແລະ ເສີມຂະຫຍາຍປ່າໄມ້ ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວ.
ວາລະ 2040 ຂອງອົງການສະຫະປະຊາຊາດວ່າດ້ວຍການພັດທະນາແບບຍືນຍົງ
ວາລະ 2030 ແມ່ນກອບຂອງສາກົນ ສຳລັບປະຊາຊົນ, ໜ່ວຍໂລກ, ສັນຕິພາບ ແລະ ການເປັນຜູ້ຮ່ວມງານ. ວາລະດັ່ງກ່າວ ກວມເອົາມິຕິ ທາງດ້ານເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ ສຳລັບການພັດທະນາແບບຍືນຍົງ ກໍ່ຄື ສັນຕິພາບ, ການປົກຄອງ ແລະ ວຽກງານຍຸຕິທຳ. ວາລະ ດັ່ງກ່າວ ຍັງກວມເອົາ 17 ເປົ້າໝາຍຂອງສາກົນ ທີ່ຖືກອອກແບບເປັນແຜນແມ່ບົດ ເພື່ອບັນລຸອານາຄົດທີ່ສົດໄສ ແລະ ຍືນຍົງກວ່າເກົ່າສຳລັບທຸກຄົນ. ໂຄງການ ຟຼໍລິດ ປະກອບສ່ວນ ເຂົ້າໃນຫຼາຍໆເປົ້າໝາຍ ໂດຍສະເພາະ ທີ່ກ່ຽວຂ້ອງກັບເປົ້າໝາຍ 15 ກ່ຽວກັບ ການດຳລົງຊິວິດ ໃນທີ່ດິນ ທີ່ແນ່ໃສ່ “ຄຸ້ມຄອງປ່າໄມ້ແບບຍືນຍົງ” ແລະ ບັນລຸ “ໂລກທີ່ປາດສະຈາກທີ່ດິນເຊື່ອມໂຊມ” ຜ່ານວຽກງານການຟື້ນຟູ ແລະ ອະນຸລັກ.
ສົນທິສັນຍາ ການປົກປັກຮັກສາຊີວະນາໆພັນ
ສົນທີສັນຍາ ວ່າດ້ວຍການປົກປັກຮັກສາຊີວະນາໆພັນ ເປັນເຄື່ອງມືທາງດ້ານກົດໝາຍໃນລະດັບສາກົນ ສຳລັບການອະນຸລັກຊີວະນາໆພັນ, ການນຳໃຊ້ ບັນດາອົງປະກອບຂອງສົນທິສັນຍາແບບຍືນຍົງ ແລະ ການແບ່ງປັນຜົນປະໂຫຍດ ຈາກການນຳໃຊ້ ຊັບພະຍາກອນທຳມະຊາດ ຢ່າງເປັນທຳ ແລະ ສະເໝີພາບ.
ຂໍ້ຕົກລົງ ບອນ (Bonn Challenge) ແລະ ຖະແຫຼງການນີວຢອກ (New York Declaration) ວ່າດ້ວຍປ່າໄມ້
ຂໍ້ຕົກລົງ ບອນ ແມ່ນຄວາມພະຍາຍາມຂອງສາກົນ ໃນການຟຶ້ນຟູ ເນື້ອທີ່ປ່າໄມ້ ຂອງໂລກ 150 ລ້ານ ເຮັກຕາ ທີ່ມີການຕັດໄມ້ທຳລາຍປ່າ ແລະ ມີປ່າເຊື່ອມໂຊມ ແຕ່ນີ້ຫາ ປີ 2030. ຂໍ້ຕົກລົງ ດັ່ງກ່າວ ເລີ່ມຕົ້ນໃນປີ 2011 ໂດຍລັດຖະບານ ເຢຍລະມັນ ແລະ ອົງການອະນຸລັກ ທຳມະຊາດ ສາກົນ ຫຼື IUCN ແລະ ມີການຮັບຮອງ ແລະ ຂະຫຍາຍ ໃນເວລາຕໍ່ມາ ເປັນຖະແຫຼງການ ນິວຢອກ ວ່າດ່ວຍປ່າໄມ້ ຢູ່ກອງປະຊຸມສຸດຍອດຂອງອົງການ ອະນຸລັກ ທຳມະຊາດ ສາກົນ ໃນປີ 2014. ວຽກງານຟື້ນຟູ ພູມີທັດ ປ່າໄມ້ ເນັ້ນໃສ່ ຂໍ້ຕົກລົງ ບອນ ໃນການຟື້ນຟູ ອົງປະກອບທັງໝົດທາງດ້ານສິ່ງແວດລ້ອມ ໄປພ້ອມກັບ ການປັບປຸງຊິວິດການເປັນຢູ່ຂອງປະຊາຊົນ ຜ່ານພູມີທັດທີ່ມີຫຼາຍໆໜ້າທີ່.
ໂຄງການ ການຫຼຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມ ຫຼື REDD+
ໂຄງການເຣດບວກ (REDD+) ເປັນໂຄງການການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທຳລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເຊື່ອມໂຊມ. ເຄື່ອງໝາຍບວກ ຮັບຮູ້ພາລະບົດບາດຂອງໜ່ວຍງານອະນຸລັກ, ການຄຸ້ມຄອງປ່າໄມ້ ແບບຍືນຍົງ ແລະ ການເສີມຂະຫຍາຍ ການກັກຕຸນ ທາດກາກບອນຈາກປ່າໄມ້ ໃນບັນດາປະເທດ ທີ່ພວມພັດທະນາ.
ຂໍຂໍ້ມູນເພີ່ມຕື່ມ ກະລຸນາ ສົ່ງອີເມລຫາພວກເຮົາທີ່: info@recoftc.org