ພາຍໃຕ້ ໂຄງການໃໝ່ ຂອງ ລີຄອບ, ໂຄງການ ຟໍລີດສ
ມັນເປັນເລື່ອງກົງກັນຂ້າມກັບ ສິ່ງທີ່ໄດ້ໂອ້ລົມກັນເລື້ອຍໆໃນລະດັບເບົາບາງ, ການພື້ນຟູພູມປ່າພຸມີທັດປ່າໄມ້ (FLR) ບໍ່ໄດ້ແມ່ນແຕ່ສະເພາະ ການປູກຕົ້ນໄມ້ ເທົ່ານັ້ນ. ແລະ ເຖີງແມ່ນວ່າ ການທໍາລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເສື່ອມໂຊມ ຢູ່ໃນໂລກ ມີທ່າອ່ຽງທີ່ເພີ່ມຂື້ນ, ເຊີ່ງມັນໄດ້ມີແງ່ມຸນໃນດ້ານລົບ ຂອງທາງດ້ານຄົມອອນລາຍທັງຫຼາຍ, ແຕ່ມັນກາມີຜູ້ທີ່ຮັບຮູ້ ເຖີງຄວາມສາມາດຂອງພວກເຮົາທີ່ຮວມກັນ ເພື່ອແກ້ໃຂ ສິ່ງທ້າທາຍ ດ້ານສິ່ງແວດລ້ອມ, ສັງຄົມ ແລະ ລະບົບນິເວດ. ໂດຍເຫດນັ້ນ ການພື້ນຟູປ່າພູມມີທັດ ຈື່ງມີຄວາມສຳຄັນຫຼາຍໃນການລົງເລີກ ແລະ ເປັນວຽກທີ່ລະອຽດ; ແລະ ນີ້ແມ່ນສາເຫດວ່າເປັນຫຍັງ ຊຸມຊົນປ່າໄມ້ ຈໍາເປັນຈະຕ້ອງໃຫ້ມຸມມອງ ກ່ຽວກັບ ຜົນປະໂຫຍດເພີ່ມຕື່ມ ທີ່ FLR ສະໜອງແກ່ພວກເຮົາທັງໝົດ ນອກຈາກ ການປູກຕົ້ນໄມ້ທໍາມະດາ. ລອງມາສຶກສາ ສິ່ງດັ່ງກ່າວນີ້ນໍາກັນຫຼາຍຂຶ້ນ.
ທໍາອິດ, ມັນມີຄວາມສໍາຄັນ ທີ່ຈະຕ້ອງຮູ້ວ່າ ມັນມີຄວາມມຸ້ງໝັ້ນ ຫຼື ຄຳໝັ້ນສັນຍາ ໃນລະດັບໂລກ ທີ່ສອງແສງໃຫ້ເຫັນເຖີງ ຄວາມຕ້ອງການ ທີ່ຈະແກ້ໃຂ ການເສື່ອມໂຊມ ຂອງທີ່ດິນ ແລະ ປ່າໄມ້:
-
ກອງປະຊຸມບອນ
150 ລ້ານເຮັດຕາ - 2020
350 ລ້ານເຮັດຕາ - 2030
-
ຄາດໝາຍຊີວະນາໆພັນ ໄອຈິ
15% ຂອງລະບົບນິເວດທີ່ເສື່ອມໂຊມ - 2020
-
ຖະແຫຼງການນິວຢັອກ ກ່ຽວກັບປ່າໄມ້
350 ລ້ານເຮັດຕາ - 2030
-
ຄາດໝາຍ 15.3 ຂອງ ເປົ້້າໝາຍສະຫະສະຫວັດ
ຄຸນນະພາບຂອງດິນ ຍັງຄົງຄືເກົ່າ ຫຼື ເພີ່ມຂື້ນ - 2030
ການພື້ນຟູພຸມີທັດປ່າໄມ້ ແມ່ນເປັນຈຸດສູນກາງ ທີ່ຈະຊ່ວຍ ໃນການຮັບຮູ້ ຕໍ່ກັບຄວາມມຸ້ງໝັ້ນ ຂອງໂລກ ແລະ ໄດ້ຮັບການສົ່ງເສີມ ຢ່າງກວ້າງຂວາງ ໃຫ້ເປັນໜື່ງໃນຈໍານວນຂໍ້ແກ້ໃຂຕົ້ນຕໍ ເພື່ອພື້ນຟູ ແລະ ເພີ່ມຄວາມປົກຫຸ້ມ ຂອງປ່າໄມ້. ແຕ່ເຖີງຢ່າງໃດກໍຕາມ, ຜົນປະໂຫຍດ ຂອງການພື້ນຟູພູມມິທັດປ່າໄມ້ ແມ່ນຂຶ້ນກັບ ແນວທາງປະຕິບັດແບບກວມລວມ ຕໍ່ການຄຸ້ມຄອງພູມມີທັດ, ເພາະສະນັ້ນ ຈິ່ງສ້າງຜົນກະທົບໃນດ້ານບວກ ແບບກວມລວມ. ມັນບໍ່ພຽງແຕ່ ແກ້ໃຂ ສິ່ງທ້າທາຍ ຈາກ ການຫຼຸດຜ່ອນ ແລະ ການປັບຕົວເຂົ້າກັບ ການປ່ຽນແປງດິນຟ້າອາກາດເທົ່ານັ້ນ ແຕ່ວ່າມັນ ຍັງສະໜັບສະໜູນ ຊີວິດການເປັນຢູ່ ແລະ ການຄໍ້າປະກັນນໍ້າ ຂອງບັນດາຊຸມຊົນ ແລະ ຄົນພື້ນເມືອງ ທີ່ອາໃສປ່າໄມ້. ການເສີມສ້າງ ແລະ ສ້າງຄວາມເຂັ້ມແຂງນີ້ ເປັນລັກສະນະເໝືອນກັບ ຫຼັກການປະຕິບັດໃນການຄຸ້ມຄອງ ໃນຄະນະທີ່ ເຂົ້າຮ່ວມ ຢູ່ໃນການອະນຸລັກ ແລະ ປົກປັກຮັກສາດິນ ໄປພ້ອມໆກັນ.
ດັ່ງນັ້ນ, ເໝືອນດັ່ງທີ່ໄດ້ກ່າວຜ່ານມາ, ການພື້ນຟູພູມພຸມີທັດປ່າໄມ້ ບໍ່ແມ່ນແຕ່ວ່າການປູກຕົ້ນໄມ້ທໍາມະດາເທົ່ານັ້ນ: ການພື້ນຟູພູມມີທັດປ່າໄມ້ ແມ່ນເປັນຂະບວນການທີ່ມີພະລັງ ແລະ ເປັນບາດກ້າວ ທີ່ສືບຕໍ່ ການພື້ນຟູ ທາງດ້ານລະບົບນິເວດ ຂອງພູມມີທັດ, ເພີ່ມພູນຜະລິດຕະຜົນ ພຸມີທັດ ແລະ ຊີວະນາໆພັນ ແລະ ເພາະສະນັ້ນ ຈິ່ງຊ່ວຍການບໍລິການດ້ານລະບົບນິເວດ ພ້ອມທັງ ສົ່ງເສີມ ລະບົບ ການມີຜົນປະໂຫຍດຮ່ວມກັນຫຼາຍຢ່າງ. ການພື້ນຟູພູມພຸມີທັດປ່າໄມ້ ບັນລຸ ສິ່ງທີ່ກ່າວມານີ້ ຈັດຕັ້ງ ການຄຸ້ມຄອງຈັດສັນທີ່ດິນ ຕາມການປຶກສາຫາລື ທີ່ລວມເອົາ ຜູ້ມີສ່ວນກ່ຽວຂ້ອງ ຈາກຫຼາຍພາກສ່ວນ ຊຶ່ງໝົດທຸກຄົນ ມີຜົນປະໂຫຍດໂດຍກົງ ໃນການພື້ນຟູພຸມີທັດ ແບບສາມາປະຕິບັດໄດ້.
ແນວໃດກໍຕາມ, ເຖີງແມ່ນວ່າ ຈະເຫັນໄດ້ໜ້າທີ່ໆມີທ່າແຮງຢ່າງຫລາກຫລາຍ, ຈຸດສຸມຂອງການພື້ນຟູພູມມີທັດ ປ່າໄມ້ ຍັງຄົງເລັ່ງໃສ່ ແບບເຈາະຈົງ ແລະ ແບບມີເຕັກນິກວິຊາການ ຂອງການພື້ນຟູ. ລັກສະນະດ້ານອື່ນໆທີ່ກ່ຽວພັນ ເຊັ່ນວ່າ ການຄຸ້ມຄອງບໍລິຫານ, ການເຂົ້າຮ່ວມຂອງຜູ້ດໍາເນີນການ ແລະ ຜູ້ທີ່ມີສ່ວນກ່ຽວຂ້ອງຕົ້ນຕໍອື່ນໆ, ການນໍາໃຊ້ຄວາມຮູ້ດັ່ງເດີມຂອງຊຸມຊົນທ້ອງຖິ່ນ ແລະ ຄົນພື້ນເມືອງ, ການຄໍ້າປະກັນດ້ານການຄອບຄອງ ແລະ ສິ່ງທ້າທາຍທີ່ກ່ຽວພັນ ແມ່ນຍັງບໍ່ທັນໄດ້ຮັບການເຂົ້າໃຈຢ່າງເຕັມສ່ວນເທື່ອ. ດັ່ງນັ້ນ, ເມື່ອບໍ່ທັນພິຈາລະນາ ແລະ ເຊື່ອມໂຍງເອົາລັກສະນະເຫຼົ່ານີ້ຢ່າງພຽງພໍ, ຄາດໝາຍຂອງການພື້ນຟູພູມມິທັດປ່າໄມ້ ອາດຈະບໍ່ບັນລຸຜົນໄດ້.
ເມື່ອເຂົ້າໃຈເຖິງຜົນກະທົບທີ່ເປັນໄປໄດ້, ອົງການລີຄອບ - ສູນສໍາລັບຄົນ ແລະ ປ່າໄມ້ ໄດ້ນໍາໃຊ້ ຫຼາຍບາດກ້າວ ເພື່ອເຊື່ອມສານການພື້ນຟູພູມມິທັດປ່າໄມ້ ເຂົ້າໃນແນວທາງປະຕິບັດໄປຕາມແຜນງານ ດ້ວຍການພິຈາລະນາເບິ່ງທຸກລັກສະນະທີ່ກ່ຽວພັນ ຂອງການພື້ນຟູພູມິທັດປ່າໄມ້. ນອກຈາກ ການຈັດ ການປຶກສາຫາລືລະດັບພາກພື້ນ ໂດຍມີການເຂົ້າຮ່ວມ ຈາກພາກເອກະຊົນ ໃນການສົນທະນາ ກ່ຽວກັບແນວທາງປະຕິບັດທາງດ້ານການເງິນເພື່ອການພື້ນຟູພູມມິທັດປ່າໄມ້ ໃນພາກພື້ນອາຊຽນ, ອົງການລີຄອບ ຍັງໄດ້ພັດທະນາການຊ່ວຍເຫຼືອດ້ານຄວາມອາດສາມາດ ສໍາລັບແນວທາງປະຕິບັດດ້ານການພື້ນຟູພູມມິທັດປ່າໄມ້ ແບບປະສົມປະສານ. ແນວໃດກໍຕາມ, ອົງການລີຄອບ ຮັບຮູ້ວ່າ ສິ່ງນີ້ແມ່ນບໍ່ພຽງພໍ ແລະ ໄດ້ຊອກຫາຫົນທາງທີ່ມີປະສິດທິຜົນຫລາຍກວ່າ ໃນການຈັດຕັ້ງປະຕິບັດການພື້ນຟູພູມມິທັດປ່າໄມ້. ຍ້ອນເຫດຜົນນີ້ ອົງການລີຄອບ ຈີ່ງໄດ້ຈັດຕັ້ງປະຕິບັດໂຄງການ ‘ການຟື້ນຟູພູມີທັດປ່າໄມ້ ໂດຍການພັດທະນາຜົນຜະລິດ ເພື່ອຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກ ການທໍາລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເສື່ອມໂຊ (REDD+) ໂດຍຜ່ານ ການເປັນຄູ່ຮ່ວມງານ ລະຫວ່າງ ພາກເອກະຊົນ-ຊຸມຊົນ ເພື່ອເປັນກໍລະນີແລກປ່ຽນບົດຮຽນ ໃນເຂດ ພາກພື້ນອາຊີ’, ຊຶ່ງໄດ້ຮັບທຶນ ຈາກ ກະຊວງ ອະນຸລັກສິ່ງແວດລ້ອມ ແລະ ທໍາມະຊາດ ແລະ ພະລັງງານນິວເຄຼຍ (BMU) ຂອງປະເທດເຢຍລະມັນ ພາຍໃຕ້ ແຜນງານດິນຟ້າອາກາດສາກົນ (IKI). ໂຄງການຈະດໍາເນີນໄປເປັນເວລາ ສີ່ປີ (ພຶດສະພາ 2018-ເມສາ 2022).
ເປົ້າໝາຍລວມ ຂອງໂຄງການ ແມ່ນເພື່ອ “ເພີ່ມພູນທ່າແຮງ ໃນການຫຼຸດຜ່ອນ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ຂອງປ່າໄມ້ ຢູ່ໃນບັນດາປະເທດເຂດລຸ່ມແມ່ນໍ້າຂອງ (GMS) ດ້ວຍ ການພື້ນຟູພູມິທັດປ່າໄມ້ ທີ່ກ້າວໜ້າ ແລະ ເຊື່ອມໂຍງກັບໂດຍການຜະລິດ (FLR)”. ໂຄງການລິເລີ່ມ, ຊຶ່ງເອີ້ນໄດ້ເຊັ່ນກັນວ່າ ຟໍຣລິດສ (FLOURISH) ຈະແກ້ໄຂບັນຫາດ້ານ ສິດທິການຄອບຄອງ ແລະ ການຄຸ້ມຄອງບໍລິຫານ ແລະ ພື້ນຟູພູມິທັດປ່າໄມ້ ໄປພ້ອມໆກັນ. ໃນເມື່ອປະຕິບັດໄດ້ແນວນັ້ນ, ໂຄງການ ຈະມີຜົນສຳເລັດ ດ້ານເພີ່ມພູນການຫຼຸດຜ່ອນ ແລະ ປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການອະນຸລັກຊີວະນາໆພັນ ຢູ່ໃນເຂດເປົ້າໝາຍຄື ສ.ປ.ປ ລາວ, ໄທ ແລະ ຫວຽດນາມ. ໃນແງ່ຂອງຍຸດທະສາດ, ໂຄງການ FLOURISH ແມ່ນສອດຄ່ອງກັບ ບັນດາບູລິມະສິດ ແລະ ແຜນແຫ່ງຊາດຂອງບັນດາປະເທດຈຸດສຸມ ຂອງໂຄງການ ຊຶ່ງຈະເຮັດໃຫ້ FLOURISH ສານຕໍ່ ສ້າງປະສົບການ ໃນພູມິທັດປ່າໄມ້ຢ່າງຕໍ່ເນື່ອງໃນພຸມີທັດປ່າໄມ້ ພ້ອມທັງ ຊຸກຍູ້ ການຮຽນຮູ້ຮ່ວມກັນ ລະຫວ່າງຜູ້ທີ່ມີສ່ວນກ່ຽວຂ້ອງທັງໝົດໃນເຂດລຸ່ມແມ່ນໍ້າຂອງ.
ຢູ່ໃນໜຶ່ງ ຂອງການເຮັດທົດລອງຂອງໂຄງການ ທີ່ເລັງໃສ່ການຫຼຸດຜ່ອນຜົນກະທົບ ຈາກການປ່ຽນແປງດິນຟ້າອາກາດ, FLOURISH ກໍາລັງພິຈາລະນາສະໜັບສະໜູນຂະບວນການ ທີ່ເລັງໃສ່ ປ່ຽນແທນ ເຊື້ອເຟີງສໍາລັບການຫຸງຕົ້ມແບບທົ່ວໄປ (LPG ແລະ ພະລັງງານຈາກຊາກສັດ) ດ້ວຍເມັດຕຳແໜ້ນ (pellets) ທີ່ເຮັດຈາກຊິວະມວນປ່າໄມ້. ຍຸດທະສາດ ການປ່ຽນແທນນີ້ ເລັງໃສ່ເພື່ອ ເພີ່ມການເກັບສະສົມກາກບອນ ໂດຍການປົກຫຸ້ມຂອງຕົ້ນໄມ້ຖາວອນ ດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ຕ່ອງໂສ້ຄຸນຄ່າ ຂອງຜະລິດຕະພັນຈາກໄມ້ປ່ອງ ແລະ ຈາກໄມ້ ແລະ ໜອງສິ່ງຈູງໃຈສໍາລັບການຄຸ້ມຄອງຈັດສັນປ່າໄມ້ແບບຍືນນານ. ໃນດ້ານຂອງການປັບຕົວ ການປ່ຽນແປງຂອງດິນຟ້າອາກາດ, ໂຄງການ FLOURISH ພະຍາຍາມຊອກຫາວິທີການຫຼຸດຜ່ອນໄຟໃໝ້ປ່າ ດ້ວຍການ ໃຫ້ຊຸມຊົນຢູ່ໃນພູມິທັດທ້ອງຖິ່ນເຂົ້າຮ່ວມໃນການເພີ່ມປະສິດທິພາບຂອງເຂົາເຈົ້າ ໃນການເກັບກ່ຽວ ແລະ ຄ້າຂາຍໄມ້ ແລະ ເຄື່ອງປ່າຂອງດົງ ໂດຍການຮ່ວມມື ລະຫວ່າງຊຸມຊົນ ແລະ ພາກເອກະຊົນ. ການອະນຸລັກຊີວະນາໆພັນ ໂດຍການນຳໃຊ້ແບບວີທີ FLR, ແມ່ນມີເປົ້າມາຍ ເພື່ອຮັບປະກັນບໍລິເວນເຊື່ອມຕໍ່ກັນ ຂອງຂົງເຂດສະຫງວນ ໃນສາມປະເທດເປົ້າໝາຍ.
ໂດຍລວມແລ້ວ, ສິ່ງທີ່ເຫັນໄດ້ຢ່າງໂດດເດັ່ນໃນ ໂຄງການ FLOURISH ແມ່ນຜົນສໍາເລັດຂອງມັນ ທີ່ຈະມາຈາກ ການເປັນຄູ່ຮ່ວມງານກັນທີ່ຍືນນານ ລະຫວ່າງຊຸມຊົນ ກັບພາກເອກະຊົນ ໃນຄະນະທີ່ແກ້ໃຂການປ່ຽນແປງດິນຟ້າອາກາດ, ຊີວະນາໆພັນ ແລະ ຜົນປະໂຫຍດຕໍ່ຊີວິດການເປັນຢູ່ຂອງຊຸມຊົນ.
ໂຄງການ FLOURISH ຖືກຄຸ້ມຄອງບໍລິຫານໂດຍ ອົງການລີຄອບ (RECOFTC) ຊຶ່ງໄດ້ຮັບການສະໜັບສະໜູນ ຈາກ ຄູ່ຮ່ວມຈັດຕັ້ງປະຕິບັດຕໍ່ໄປນີ້ ຄື: ເຄືອຂ່າຍໄມ້ປ່ອງ ແລະ ຫວາຍສາກົນ (INBAR) ມີທີ່ຕັ້ງ ຢູ່ນະຄອນປັກກິງ, ສະຖາບັນປ່າໄມ້ ແລະ ຜະລິດຕະຜົນປ່າໄມ້ສາກົນຂອງ ມະຫາວິທະຍາໄລແຕັກນິກ ເດຣັດສະເດັນ (TUD) ແລະ ວິທະຍາໄລຊຸມຊົນຂອງ ນານ (NCC) ມີທີ່ຕັ້ງຢູ່ປະເທດໄທ.