RECOFTC
FLOURISH

Languages

ອົງການ RECOFTC ປະກາດ ໂຄງການສີ່ປີໃໝ່: ເອີ້ນວ່າ ຟລໍຣີດ (FLOURISH)

ການຟື້ນຟູພູມີທັດປ່າໄມ້ ໂດຍການພັດທະນາຜົນຜະລິດ ເພື່ອຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກ ການທໍາລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເສື່ອມໂຊ (REDD+) ໂດຍຜ່ານ ການເປັນຄູ່ຮ່ວມງານ ລະຫວ່າງ ພາກເອກະຊົນ-ຊຸມຊົນ ເພື່ອເປັນກໍລະນີແລກປ່ຽນບົດຮຽນ ໃນເຂດ ພາກພື້ນອາຊີ
RECOFTC

ໃນວັນທີ 26 ມິຖຸນາ 2018, ທ່ານ ປອ. ຈັນດຣາ ສີໂລຣິ, ທ່ານ ໄບຣອັນ ແລະ ທ່ານ ປອ. ເດວິດ ແກນສ. (Dr. Chandra Silori, Brian Cohen, and Dr. David Ganz) ໄດ້ມີການແນະນຳ ໂຄງການ FLOURISH ທີ່ໄດ້ຮັບທຶນຈາກ ອົງການຊ່ວຍເຫຼືອດ້ານການປ່ຽນແປງດິນຟ້າອາກາດ (IKI) ຮ່ວມກັບ ອົງການ INBAR - ເຄືອຂ່າຍສາກົນສໍາລັບໄມ້ປ່ອງ ແລະ ຫວາຍ, ມະຫາວິທະຍາໄລ ເຕັກນິກ ເດຣສະເດັນ, ປະເທດ ເຢຍລະມັນ ແລະ ວິທະຍາໄລຊຸມຊົນເມືອງນານ ຂອງ ປະເທດໄທ ຢູ່ທີ່ ກອງປະຊຸມໃຫຍ່ ຂອງສະພາ ໄມ້ປ່ອງ ແລະ ຫວາຍ ໂລກ ຢູ່ນະຄອນເມືອງປັກກິ່ງ, ປະທດຈີນ.

ອົງການ RECOFTC ພ້ອມກັບຄູ່ຮ່ວມງານຂອງຕົນໄດ້ພັດທະນາ ໂຄງການ FLOURISH ຕັ້ງແຕ່ເດືອນພຶດສະພາປີ 2018. ມີຄວາມເປັນເອກະລັກສໍາລັບຂະແຫນງການ, ຄວາມຕັ້ງໃຈ ແມ່ນເພື່ອປັບປຸງການສົນທະນາກ່ຽວກັບການຟື້ນຟູພູມິທັດປ່າໄມ້ ແລະ ສ້າງການຮ່ວມງານ ຂອງ ເອກະຊົນ-ຊຸມຊົນ ແບບຍືນຍົງ.

"ໂດຍລວມແລ້ວ, ສິ່ງທີ່ພົ້ນເດັ່ນ ໃນໂຄງການຟໍລຣີດສ ແມ່ນວ່າຄວາມສໍາເລັດຂອງໂຄງການຈະມາຈາກ ການຮ່ວມງານກັນແບບຍືນຍົງ ຂອງ ຊຸມຊົນ-ພາກເອກະຊົນໃນຂະນະທີ່ເວລາດຽວກັນ ກໍແກ້ໄຂສະພາບການປ່ຽນແປງດິນຟ້າອາກາດ, ຄວາມເປັນຫ່ວງດ້ານຊີວະນາໆພັນ ແລະ ການດໍາລົງຊີວິດ," ທ່ານ ປອ. ຈັນດຣາ ສີໂລຣິ ຂຽນໃນການສະເຫນີໂຄງການ, ທີ່ຢໍ້າເຖິງເປົ້າໝາຍສູງສຸດຂອງໂຄງການ.

ໂຄງການລດັ່ງກ່າວນີ້ຈະຈັດຕັ້ງປະຕິບັດ ຢູ່ ສາມ ປະເທດ ຄື: ໄທ, ຫວຽດນາມ ແລະ ສປປ ລາວ.