RECOFTC
FLOURISH

Languages

FLOURISH hosts national level inception workshop

More than 50 participants joined RECOFTC to discuss the promising project in Xaiyabouly, Lao PDR

ໃນແຂວງໄຊຍະບູລີ, ໄດ້ມີຜູ້ເຂົ້າຮ່ວມກອງປະຊຸມຫຼາຍກວ່າ 50 ຄົນ ເຂົ້າຮ່ວມກອງປະຊຸຸມແນະນຳ ໂຄງການໃໝ່ຂອງອົງການລີຄອບ “ໂຄງການການຟື້ນຟູພູມມີທັດປ່າໄມ້ ໂດຍນຳໃຊ້ຜະລິດຕະພັນ ປ່າໄມ້ ພາຍໃຕ້ການ ຫຼຸດຜ່ອນທາດອາຍພິດເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ປ່າໄມ້ເສື່ອມໂຊມ (REDD+) ໂດຍຜ່ານ ການມີຮ່ວມງານ ລະຫວ່າງ ພາກເອກະຊົນ-ຊຸມຊົນ ເພື່ອເປັນກໍລະນີແລກປ່ຽນບົດຮຽນ ໃນເຂດ ພາກພື້ນອາຊີ” (FLOURISH)

ໂຄງການ FLOURISH ໄດ້ສ້າງໂອກາດໃຫ້ພາກພື້ນ ເຊີ່ງໃນຄະນະທີ່ ວຽກງານການຟື້ນຟູພຸມມີທັດປ່າໄມ້ ໄດ້ກຳລັງຂະຫຍາຍຕົວ ເຊີ່ງເປັນວຽກ ແລະ ວິທີການໜື່ງ ໃນການລຸດຜ່ອນການເຊື່ອມໂຊມຂອງປ່າໄມ້ ແລະ ສົ່ງເສີມ ການຟື້ນຟູປ່າໄມ້ແບບຍືນນານ.  ແລະ ໃນຄະນະທີ່ ການເຊື່ອມໂຊມຂອງປ່າໄມ້ ກຳລັງເພີ່ມຂື້ນ ທີ່ເປັນສີ່ງກີດຂວາງເສດຖະກິດທີ່ຄ່ອງໂຕ, ການຟື້ນຟູພຸມມີທັດປ່າໄມ້ ກໍແມ່ນອີກວິທີໜື່ງທີ່ສາມາດແກ້ໄຂບັນຫາໄດ້

ໃນໂບຣຊົວຂອງໂຄງການໄດ້ບອກໄວ້ວ່າ
"ອີງຕາມການປ່ຽນແປງຢ່າງຫຼວງຫຼາຍ ໃນພຸມມີທັດປ່າໄມ້  ໃນພາກພື້ນ, ການຟື້ນຟູພຸມມີທັດປ່າໄມ້ ສາມາດ ໃຫ້ທາງອອກ ທີ່ ຕ່າງຝ່າຍຕ່າງສະນະ win-win
ສຳລັບການຄຸ້ມຄອງປ່າໄມແບບຍືນນານ ໄດ້."  

ໃນກອງປະຊຸມ
ໄດ້ມີການປືກສາຫາລືກັນຫຼາຍ ໃນວຽກງານການຟື້ນຟູພຸມມີທັດປ່າໄມ້  ແລະ ການສົ່ງເສີມການສ້າງລາຍຮັບໃຫ້ແກ່ຊຸມຊົນທ້ອງຖີ່ນ
ເຊີ່ງຜູ້ເຂົ້າຮ່ວມແມ່ນມາຈາກຫຼາຍພາກສ່ວນ ລວມທັງພາກລັດຖະບານ (ພະແນກ ແລະ
ຫ້ອງການກະສິກຳປ່າໄມ້ແຂວງ ແລະ ເມືອງ) ຂອງ 3 ແຂວງ (ບໍ່ແກ້ວ, ໄຊຍະບູລີ ແລະ ຫຼວງພະບາງ),
ພາກເອກະຊົນ ເຊັ່ນບໍລິສັດ ບົວລະພາ,​ ໂຮງຊອຍທ້ອງຖີ່ນ, ສະຖາບັນການເງີນ (ທະນາຄານ) ແລະ
ອົງການຈັດຕັ່ງສາກົນອື່ນໆ ( Clipad, ICBF).

ໂດຍອີງຕາມຄຳເຫັນຂອງ
ທ່ານ ຈັນດຣາ, ຫົວໜ້າແຜນງານອົງການລີຄອບ ປະຈຳພາກພື້ນ ທີ່ຍັງກອກ ປະເທດໄທ ທີ່ໄດ້ກ່າວວ່າ
"ການທີ່ໃຫ້ພາກສ່ວນຫຼາຍໆພາກສ່ວນເຂົ້າມາມີ່ສ່ວນຮ່ວມ ແມ່ນ ມີຄວາມສຳຄັນຫຼາຍ
ສຳລັບໂຄງການ FLOURISH " "ການທີ່ມີພາກສ່ວນ ຫຼາຍໆພາກສ່ວນ ມາຮ່ວມກອງປະຊຸມມື້ນີ້
ແມ່ນທ່າແຮງ ແລະ ມີປະໂຫຍດ ໃນການຄົ້ນຄົ້ວເພື່ອນຮ່ວມງານ ແລະ ພາກສ່ວນທີ່ກ່ຽວຂ້ອງ  ແລະ ແບບແຜນວິທີການເຮັດວຽກຮ່ວມກັນກັບຫຼາຍພາກສ່ວນ ລວມທັງໂຄງການຕ່າງໆ
ທີ່ກຳລັງຈັດຕັ່ງປະຕີບັດຢູ່ ແລະ ພາກເອກະຊົນ ແລະ ມັນເປັນການດີ
ທີ່ຈະໄດ້ຍີນຄຳຄິດຄຳເຫັນຂອງຫຼາຍໆພາກສ່ວນໃນກອງປະຊຸມມື້ນີ້.

ດັ່ງນັ້ນ
ກອງປະຊຸມ ໄດ້ສຸມໃສ່ ການສ້າງຄວາມເຂົ້າໃຈ ໃຫ້ເປັນໜື່ງດຽວ ຕໍ່ກັບຜູ້ເຂົ້າຮ່ວມຫຼາຍໆພາກສ່ວນ
ກ່ຽວກັບແນວຄວາມຄິດຂອງໂຄງການ, ຈຸດປະສົງ,​ ຜົນໄດ້ຮັບ ແລະ ກິດຈະກຳ ຂອງໂຄງການ ພ້ອມທັງການສ້າງແຜນການຂອງໂຄງການສຳລັບໜື່ງປີ.

ທ່ານ ຄຳຫຼ້າ ຜິວວັນນາ, ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ
ໄດ້ກ່າວໃນພິທີປິດກອງປະຊຸມວ່າ " ກອງປະຊຸມແນະນຳໂຄງການ FLOURISH ແມ່ນດຳເນີນມາເປັນເວລາ ໜື່ງວັນ ແລະ ມີຜົນສຳເລັດຢ່າງຈົບງາມ
ໂດຍທີ່ມີຜູ້ເຂົ້າຮ່ວມຫຼາຍກ່ວາ 50 ທ່ານ ເຊີ່ງຜູ້ເຂົ້າຮ່ວມດັ່ງກ່າວ
ໄດ້ຮັບຟັງຂໍ້ມູນໂຄງການ ລວມທັງ ຈຸດປະສົງ, ຜົນໄດ້ຮັບ ແລະ ກິດຈະກຳ,​ ເຂດເປົ້້າໝາຍ,
ກົນໄກການປະສານງານ ແລະ ການມີສ່ວນຮ່ວມຂອງພາກສ່ວນຕ່າງໆເຊັ່ນ ພາກລັດຖະບານ, ພາກເອກະຊົນ/ບໍລິສັດປູກໄມ້, ໂຮງຊອຍ, ສະຖາບັນການເງີນ ແລະ ຊຸມຊົນເປົ້າໝາຍໂຄງການ