RECOFTC ສປປ ລາວ
ຂ່າວສານ

Languages

ການຝຶກອົບຮົບຫົວຂໍ້ ການເຫັນດີເຫັນພ້ອມ ຢ່າງເປັນອິດສະຫຼະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບປິກ) ສໍາລັບ ການບໍລິຫານຄຸ້ມຄອງປ່າໄມ້ທີ່ດີ

ພະນັກງານອົງການຈັດຕັ້ງລັດ ແລະອົງການຈັດຕັ້ງທາງສັງຄົມລາວກວ່າ 30 ທ່ານ ໄດ້ຜ່ານການຝຶກອົບຮົບຫົວຂໍ້ ການເຫັນດີເຫັນພ້ອມ ຢ່າງເປັນອິດສະຫຼະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບປິກ) ສໍາລັບ ການບໍລິຫານຄຸ້ມຄອງປ່າໄມ້ທີ່ດີ
Group photo
ຮູບກຸ່ມ ຂອງການຝຶກອົບຮົມ (ແອບປິກ).

ໃນລະຫວ່າງວັນທີ 9-12 ກໍລະກົດ 2019, ອົງການລີຄອບ (RECOFTC) ພ້ອມດ້ວຍຄູ່ຮ່ວມງານຫຼັກຄື ສະມາຄົມຊີວະນາໆພັນລາວ LBA ແລະ ອົງການອະນຸລັກສັດປ່າໂລກ (WWF) ພາຍໄຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ກັບບັນດາອົງການຈັດຕັ້ງທາງສັງຄົມ ກ່ຽວກັບວຽກງານຄຸ້ມຄອງປ່າໄມ້ ໃນລຸ່ມແມ່ນຳ້ຂອງ” ໄດ້ຈັດການຝຶກອົບຮົມ ໃນຫົວຂໍ້ “ການເຫັນດີເຫັນພ້ອມຢ່າງເປັນອິດສະຫຼະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບປິກ FPIC ) ສຳລັບການບໍລິຫານຄຸ້ມຄອງປ່າໄມ້ທີ່ດີ” ຂຶ້ນ ທີ່ນະຄອນຫຼວງວຽງຈັນ, ຊຶ່ງໄດ້ໄດ້ຮັບການສະໜັບສະໜຸນທຶນຈາກສະຫະພາບ ເອີຣົບ ປະຈຳລາວ. 
ໃຫ້ກຽດເປັນປະທານເປີດຝຶກອົບຮົມໂດຍທ່ານນາງ ຄຳບາງ ທິບພະວົງ,ຮອງປະທານ ຕົວແທນອົງການຈັດຕັ້ງທາງສັງຄົາລາວ ໃນວຽກງານຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້  ແລະ ນັກສຳມະນາກອນຈາກອົງການຈັດຕັ້ງທາງສັງຄົມ (CSO) ແລະ ພະນັກງານລັດ (ກົມປ່າໄມ້, ກົມກວດກາປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ແລະ ແຂວງອັດຕະປື) ທີ່ເຮັດວຽກກັບຊຸມຊົນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈໜັກ ແໜ້ນ ກ່ຽວກັບ ວິທີເຊື່ອມໂຍງ FPIC ເຂົ້າກັບໂຄງການຂອງພວກເຂົາ ພ້ອມທັງ ສົ່ງເສີມໃຫ້ບັນດາຊຸມຊົນ ໃນການປົກປ້ອງສິດຂອງເຂົາເຈົ້າ ຕາມຫຼັກການຂອງ FPIC (ແອບປິກ). 

Trainees discussion with villager about the FPIC in their village
ນັກສຳມະນາກອນສົນທະນາກັບຊາວບ້ານກ່ຽວກັບ (ແອບປິກ).

ການເຫັນດີເຫັນພ້ອມ ຢ່າງເປັນອິດສະຫຼະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (Free, Prior and Informed Consent ໂດຍມັກຂຽນດ້ວຍອັກສອນຫຍໍ້ພາສາອັງກິດ FPIC -ແອບປິກ) ແມ່ນຫຼັກການສາກົນ ຊຶ່ງຮັບຮູ້ ສິດທິຂອງຄົນເຊົນເຜົ່າ ແລະ ຊຸມຊົນທ້ອງຖິ່ນ ໃນການເຂົ້າຮ່ວມໃນການຕັດສິນໃຈ, ວາງນະໂຍບາຍ ແລະ ກິດຈະກໍາຕ່າງໆ ທີ່ອາດຈະສົ່ງຜົນກະທົບຕໍ່ກັບພວກເຂົາເຈົ້າ. FPIC (ແອບປິກ) ໄດ້ຖືກລະບຸ ຢ່າງຈະແຈ້ງ ແລະ ຊັດເຈນ ໃນຖະແຫຼງການຂອງສະຫະປະຊາຊາດ ກ່ຽວກັບ ສິດທິຂອງຊົນເຜົ່າພື້ນເມືອງ (UNDRIP) (ເຊີ່ງໃນລາວ ແມ່ນຄົນຊົນເຜົ່າ). ຈຸດປະສົງຕົ້ນຕໍຂອງ FPIC ແມ່ນເພື່ອຫຼີກລ້ຽງ ບັນຫາການບັງຄັບປະຊາຊົນພື້ນເມືອງ (ປະຊາຊົນ, ຊົນເຜົ່າທ້ອງຖິ່ນ) ອອກຈາກທີ່ດິນ ແລະ ອານາເຂດຂອງເຂົາເຈົ້າ ໂດຍການພັດທະນາ ຫຼື ກິດຈະກໍາໃດໜຶ່ງ ໃນເຂດທີ່ດິນ ຊຶ່ງພວກເຂົາເຈົ້າເພິ່ງພາອາໄສ ຫຼື ມີຄວາມຜູກພັນກັບເຂົາເຈົ້າ.  
ເບື້ອງຕົ້ນຫຼັກການຂອງ FPIC (ແອບປິກ) ແມ່ນຖືກນໍາໃຊ້ໃນເວທີການເຈລະຈາ ກ່ຽວກັບ ບັນຫາດິນຟ້າອາກາດໂດຍສະເພາະບັນຫາການປົກປ້ອງຂອງ REDD+ (REDD+ - ການຫຼຸດຜ່ອນທາດອາຍເຮືອນແກ້ວ ຈາກການທໍາລາຍປ່າໄມ້ ແລະ ເຮັດໃຫ້ປ່າໄມ້ເສື່ອມໂຊມ), ເຖິງຢ່າງໃດກໍຕາມ ໃນປະຈຸບັນການນໍາໃຊ້ FPIC (ແອບປິກ) ເພື່ອເປັນເຄື່ອງມືໃນການປົກປ້ອງ (ສິ່ງແວດລ້ອມ ແລະ ສັງຄົມ) ໄດ້ແພ່ຫຼາຍຢູ່ໃນຫຼາຍຂົງເຂດວຽກງານການພັດທະນາ ໃນນັ້ນ ລວມທັງບັນດາກິດຈະກໍາປ່າໄມ້ ແລະ ຕິດພັນເຊັ່ນ (ທຸລະກິດ) ໄມ້, ນໍ້າມັນປາມ ແລະ ການກໍ່ສ້າງພື້ນຖານໂຄງລ່າງ ແລະ ເຂື່ອນໄຟຟ້າ. ບັນດາກິດຈະກໍາພັດທະນາເຫຼົ່ານີ້ ອາດຈະສ້າງຄວາມເສຍຫາຍ ທີ່ອາດບໍ່ຄາດຄິດ ຕໍ່ກັບບັນດາຊຸມຊົນ ພວກທີ່ໄດ້ຮັບຜົນກະທົບ ໂດຍກົງ. ຜົນເສຍຫາຍທີ່ອາດເກີດຂື້ນ ລວມທັງ ການສູນເສຍທີ່ດິນ, ການຮັບປະກັນສິດຕໍ່ທີ່ດິນ ແລະ ບ້ານເຮືອນ, ຊີວິດການເປັນຢູ່, ສິດໃນການສະແດງຄໍາຄິດເຫັນ ແລະ ການເຂົ້າຮ່ວມ ໃນຂະບວນການຕັດສິນໃຈ ຕ່າງໆ. ການຝຶກອົບຮົມໄດ້ຖືກດຳເນີນໄປທັງໝົດ 4 ວັນ ໃນນັ້ນ ລວມມີ 1 ວັນສຳລັບການລົງຢ້ຽມຢາມພື້ນທີ່ ບ້ານ ໃຫຍ່ນາຈະເລີນ, ເມືອງສັງທອງ, ນະຄອນຫຼວງວຽງຈັນ. ຊຶ່ງດຳເນີນໂດຍ ນັກວິທະຍາກອນທີ່ມີປະສົບການຈາກ ສະມາຄົມຊີວະນາໆພັນລາວ, ອົງການລີຄອບ ປະຈຳ ສປປ ລາວ ແລະ ປະຈໍາພາກພື້ນ, ບາງກອກ ປະເທດໄທ, ຈຸດປະສົງຫຼັກ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມສາມາດ ອະທິບາຍບັນດາຫຼັກການສໍາຄັນໆ ແລະ ຄຸນຄ່າດ້ານສະໜັບສະໜູນຂອງ FPIC (ແອບປິກ) ໃນຂົງເຂດປ່າໄມ້; ຄວາມສໍາຄັນຂອງ FPIC ໃນການສົ່ງເສີມການບໍລິຫານຄຸ້ມຄອງທີ່ດີໃນວຽກງານ ຫຼື ໂຄງການຕິດພັນກັບປ່າໄມ້, ກໍານົດບັນດາບາດກ້າວການອອກແບບເບື້ອງຕົ້ນໃນການຈັດຕັ້ງປະຕິບັດ  ຂະບວນການ ຊຶ່ງນັບຖືສິດຂອງຊຸມຊົນທ້ອງຖິ່ນດ້ານ FPIC (ແອບປິກ) ແລະ ພັດທະນາບັນດາຈຸດ/ແຜນດໍາເນີນງານ ສໍາລັບການປະຕິບັດບັນດາມາດຕະການ ຊຶ່ງສາມາດສົ່ງເສີມການບໍລິຫານຄຸ້ມຄອງທີ່ດີ ໂດຍການໝູນໃຊ້ FPIC (ແອບປິກ) ເຂົ້າໃນວຽກງານຂອງຕົນເອງ.

(ແອບປິກ) ເປັນບົດຮຽນໃໝ່ ແລະ ສຳຄັນຫຼາຍໃນຂັ້ນຕອນການວາງແຜນແລະດຳເນີນງານ ສຳລັບໂຄງການ ແລະ ສະມາຄົມ APEDC ຂອງພວກຂ້າພະເຈົ້າ ຈະນຳໃຊ້ບົດຮຽນນີ້ ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນໃນທ້ອງຖິ່ນໄດ້ມີສ່ວນຮ່ວມໃນຂະບວນການຕັດສິນໃຈ.

(ນັກສຳມະນາກອນ: ທ່ານ ຈັນທາ ອວນທະວົງສີ)

ຄາດການວ່າ ການສົ່ງເສີມ FPIC (ແອບປິກ) ອາດຈະສາມາດ ປະກອບສ່ວນ ເຂົ້າໃນການປັປປຸງການບໍລິຫານຄຸ້ມຄອງ ປ່າໄມ້ ໃຫ້ດີຂື້ນ ແລະ ປັບປຸງດ້ານການນັບຖື ສິດ ຂອງບັນດາກຸ່ມຄົນທີ່ດ້ອຍໂອກາດ. ຍິ່ງໄປກວ່ານັ້ນ, FPIC ຍັງກາຍເປັນ ມາດຕະຖານ (ດ້ານການປົກປ້ອງ) ຊຶ່ງຖືກລະດົມໃຫ້ນໍາໃຊ້ ໃນພາກທຸລະກິດ ທີ່ດໍາເນີນກິດຈະການ ຊຶ່ງອາດສົ່ງຜົນກະທົບໂດຍກົງ ຕໍ່ກັບຊຸມຊົນພື້ນເມືອງ (ທ້ອງຖິ່ນ) ໃນບໍລິເວນດັ່ງກ່າວ. ໃນວຽກງານຕິດພັນກັບປ່າໄມ້ ເຊັ່ນ REDD+ ແລະ FLEGT, FPIC (ແອບປິກ) ໄດ້ຄ່ອຍໆກາຍມາເປັນ ມາດຕະຖານຂອງການປະຕິບັດ (ວຽກງານປົກປ້ອງ (ໂດຍສະເພາະການປົກປ້ອງສັງຄົມ) ເພື່ອຮັບປະກັນການບໍລິຫານຄຸ້ມຄອງປ່າໄມ້ທີ່ດີ (ຄວາມຮັບຜິດຊອບ, ປະສິດທິຜົນ/ປະສິດທິພາບ, ຄວາມທ່ຽງທໍາ/ຄວາມສະເໝີພາບ, ການມີສ່ວນຮ່ວມ ແລະ ຄວາມໂປ້ງໃສ). FPIC (ແອບປິກ) ສາມາດເປັນມາດຕະການ ຫຼື ເຄື່ອງມື ຮູບແບບໜຶ່ງ ຊຶ່ງຖືກຮັບຮູ້ວ່າ ບໍ່ພຽງແຕ່ເປັນພັນທະເທົ່ານັ້ນ ແຕ່ຍັງເປັນແນວທາງທີ່ມີປະສິດທິຜົນ ໃນການປະຕິບັດວຽກງານການປົກປ້ອງ.