RECOFTC ສປປ ລາວ
ຂ່າວສານ

Languages

ການລິເລີ່ມໃໝ່ ເພື່ອເພີ່ມການຮັບຮູ້ກ່ຽວກັບສິດຄອບຄອງທີ່ດິນຕາມປະເພນີ ແລະຊັບພະຍາກອນທຳມະຊາດໃນ ສປປ ລາວ

ການຮັບຮູ້ສິດທິໃນການຄອບຄອງທີ່ດິນຕາມປະເພນີ ແມ່ນພື້ນຖານໃນການປັບປຸງການຄຸ້ມຄອງປ່າໄມ້ ແລະ ຊີວິດການເປັນຢູ່ຂອງປະຊາຊົນ, ປ້ອງກັນຂໍ້ຂັດແຍ່ງທີ່ດິນ, ການຕ້ານການຕັດໄມ້ທຳລາຍປ່າ ແລະ ການປ່ຽນແປງດິນຟ້າອາກາດ.
women

ການລິເລີ່ມເພື່ອເພີ່ມການຮັບຮູ້ກ່ຽວກັບສິດຄອບຄອງນຳໃຊ້ທີ່ດິນ ແລະ ປ່າໄມ້ຕາມປະເພນີຂອງຊຸມຊົນທ້ອງຖິ່ນໃນ ແຂວງພາກເໜືອ ຂອງ ສ ປປ ລາວ, ເລີ່ມຕົ້ນດ້ວຍການຈັດຝຶກອົບຮົມກ່ຽວກັບການເຫັນດີເຫັນພ້ອມ ຢ່າງເປັນອິດສະລະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບພິກ) ແລະ ການຄຸ້ມຄອງປ່າໄມ້ບ້ານ.

ໂຄງການດັ່ງກ່າວມີຊື່ວ່າ 'ການປັບປຸງການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນ ແລະ ປ່າໄມ້ ຕາມປະເພນີ ຂອງຊຸມຊົນເຂດທ້ອງຖິ່ນ ຢູ່ໃນ ສປປ ລາວ'. ໂຄງການນີ້ ຖືກອອກແບບມາເພື່ອຊ່ວຍໃຫ້ຜູ້ທີ່ຖືນະໂຍບາຍ ແລະ ສາມາດຕັດສິນໃຈໃນວຽກງານປ່າໄມ້ ໄດ້ຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນຕາມປະເພນີ ແລະ ປັບປຸງນະໂຍບາຍ ໂດຍເຄົາລົບຕໍ່ຮີດຄອງປະເພນີຂອງປະຊາຊົນທີ່ອາໄສຢູ່ໃນ ແລະ ພື້ນທີ່ໃກ້ຄຽງກັບປ່າໄມ້ ພ້ອມທັງເປັນການຢືນຢັນສິດຂອງຊຸມຊົນທ້ອງຖິ່ນ ແລະ ເຮັດໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດຈາກສິດດັ່ງກ່າວ.

“ທ່ານ ບຸນມີ ສະຫວັດ ຮອງຫົວໜ້າ ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ໄດ້ກ່າວໃນກອງປະຊຸມແນະນຳໂຄງການວ່າ "ການລິເລີ່ມວຽກງານດ່ັງກ່າວນີ້ຈະຕອບສະໜອງຄວາມຕ້ອງການພື້ນຖານ ໃນການຂະຫຍາຍວຽກງານ ການຄຸ້ມຄອງປ່າໄມ້ຢູ່ແຂວງຂອງພວກເຮົາ". "ຍ້ອນໂຄງການນີ້, ພວກເຮົາຈະມີແຜນການຄຸ້ມຄອງປ່າໄມ້ບ້ານພ້ອມທັງການຮັບຮູ້ຢ່າງເປັນທາງການກ່ຽວກັບສິດຄອບຄອງນຳໃຊ້ທີ່ດິນ ແລະ ປ່າໄມ້ ຕາມປະເພນີ"

ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ (SDC)  ກຳລັງສະໜັບສະໜູນ ການລິເລີ່ມດັ່ງກ່າວໂດຍຜ່ານໂຄງການບໍລິຫານລັດ ກ່ຽວກັບທີ່ດິນ ໃນພາກພື້ນແມ່ນໍ້າຂອງ MRLG

ເຮັດວຽກຮ່ວມກັບກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງກະສິກຳ ແລະປ່າໄມ້. ໂຄງການດັ່ງກ່າວຈະປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາປ່າໄມ້ບ້ານ ໃຫ້ໄດ້1.500 ບ້ານ ໃນປີ 2020 ແລະ ສາມາດປະກອບສ່ວນເຂົ້າໃນວຽກງານປະຕິບັດສິດຄອບຄອງນຳໃຊ້ທີ່ດິນ ຕາມປະເພນີ ຂອງລັດຖະບານໄດ້. ນອກນັ້ນ, ຍັງເປັນການຊ່ວຍສະໜັບສະໜູນ ການບັນລຸເປົ້າໝາຍ ຂອງລັດຖະບານ ໂດຍການເພີ່ມທະວີການປົກຫຸ້ມຂອງປ່າໄມ້ໃຫ້ໄດ້ 70% ຂອງພື້ນທີ່ທັງ ໝົດທົ່ວປະເທດ.

Map
ໂຄງການຈະປະກອບສ່ວນເຂົ້າໃນເປົ້າໝາຍພັດທະນາປ່າໄມ້ບ້ານ ໃຫ້ໄດ້ 1.500 ບ້ານ ໃນປີ 2020 ແລະ ສາມາດປະກອບສ່ວນເຂົ້າໃນວຽກງານປະຕິບັດສິດຄອບຄອງນຳໃຊ້ທີ່ດິນ ຕາມປະເພນີຂອງລັດຖະບານໄດ້

ສິດຄອບຄອງນຳໃຊ້ທີ່ດິນຕາມປະເພນີ ສະແດງເຖິງລະບົບ ທີ່ປະຊາຊົນທ້ອງຖິ່ນໄດ້ມີສິດ ແລະ ໄດ້ຄຸ້ມຄອງທີ່ດິນ ແລະຊັບພະຍາກອນຂອງພວກເຂົາມາຫລາຍຮຸ່ນຄົນ, ຊຶ່ງແຕກຕ່າງກັນກັບສິດຕາມກົດໝາຍທີ່ສະແດງເຖິງລະບົບທີ່ເປັນທາງການ ທີ່ລັດຖະບານໃຫ້ນຳໃຊ້, ໂດຍສະເພາະແມ່ນໃນໄລຍະ ກ່ອນການປົດປ່ອຍ. ສິດຄອບຄອງທີ່ດິນຕາມປະເພນີກ່ຽວຂ້ອງກັບກົດລະບຽບທ້ອງຖິ່ນ, ໂຄງຮ່າງການຈັດຕັ້ງ ແລະ ການປະຕິບັດການຄຸ້ມຄອງທີ່ດິນ, ປ່າໄມ້ ແລະ ການປະມົງ. ແລະ ເຖິງແມ່ນວ່າ ສິດນຳໃຊ້ທີ່ດິນຕາມປະເພນີ ຍັງບໍ່ທັນໄດ້ລະບຸໄວ້ໃນກົດໝາຍຢ່າງຊັດເຈນກໍຕາມ, ແຕ່ສິດຂອງຊຸມຊົນທ້ອງຖິ່ນໃນການນຳໃຊ້ທີ່ດິນ ແລະ ປ່າໄມ້ໄດ້ຮັບການຍອມຮັບ ແລະ ຮັບຮອງໂດຍຊຸມຊົນທ້ອງຖີ່ນ 

ພາຍໃຕ້ຫຼັກການຂອງການການເຫັນດີເຫັນພ້ອມ ຢ່າງເປັນອິດສະລະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບພິກ), ຫຼັກການຫຼັກຂອງຖະແຫຼງການຂອງສະຫະປະຊາຊາດ ວ່າດ້ວຍສິດທິຂອງຄົນທ້ອງຖິ່ນ, ຊົນເຜົ່າ ໃນ ສປປ ລາວ ມີສິດທີ່ຈະຮັບເອົາ ຫຼື ບໍ່ຍອມຮັບການອະນຸມັດໂຄງການທີ່ອາດຈະສົ່ງຜົນກະທົບຕໍ່ຊີວິດ ແລະ ດິນແດນຂອງພວກເຂົາ. 

Somsack
ທ່ານ ສົມສັກ ສີສົມຫວັງ, ຮອງຫົວໜ້າ ພະແນກປ່າໄມ້ບ້ານ ແລະ ເຄື່ອງປ່າຂອງດົງ, ປະກອບ ຄຳຄິດເຫັນໃສ່ແຜນການເຮັດວຽກ ໃນກອງປະຊຸມແນະນຳໂຄງການ ການປັບປຸງການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນ ແລະ ປ່າໄມ້ ຕາມປະເພນີ ຂອງຊຸມຊົນເຂດທ້ອງຖິ່ນ ຢູ່ໃນ ສປປ ລາວ ໃນວັນທີ 18 ກຸມພາ 2020.

ການຮັບຮູ້ສິດທິຕາມກົດໝາຍຂອງເຂົາເຈົ້າ ເປັນການສະແດງເຖິງ ການມີສ່ວນຮ່ວມຢ່າງເຕັມທີ່ ໃນການຄຸ້ມຄອງປ່າໄມ້ແລະ ການນຳໃຊ້ທີ່ດິນຕາມປະເພນີໃນປ່າໄມ້ບ້ານ, ສາມາດປ້ອງກັນຂໍ້ຂັດແຍ່ງທາງດ້ານທີ່ດິນ, ການຕັດໄມ້ທຳລາຍປ່າແລະ ຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ.  

ຈາກການປະຕິບັດງານຂອງໂຄງການດັ່ງກ່າວ ຈະສະໜັບສະໜູນ ກະຊວງກະສິກຳ ແລະປ່າໄມ້ ກ່ຽວກັບວຽກງານການວາງແຜນນຳໃຊ້ທີ່ດິນແບບມີສ່ວນຮ່ວມຂອງ ແລະ ການວາງແຜນຄຸ້ມຄອງປ່າໄມ້ບ້ານ, ແລະ ໃນທີ່ສຸດ ຈະເຮັດໃຫ້ມີການຮັບຮູ້ສິດຕາມປະເພນີຂອງປະຊາຊົນໃນຊຸມຊົນທ້ອງຖິ່ນ.

ອົງການ ລີຄອບ (RECOFTC) ປະຈຳ ສປປ ລາວ, ເປັນຜູ້ຕົວຫຼັກໃນການຈັດຕັ້ງປະຕິບັດໂຄງການ, ໂດຍໄດ້ລິເລີ່ມຈັດກອງປະຊຸມແນະນຳໂຄງການ ໃນວັນທີ 18 ກຸມພາທີ່ແຂວງຫຼວງພະບາງ.  ຊຶ່ງມີ ຄູ່ຮ່ວມງານຈາກພາກສ່ວນລັດຖະບານ, ຜູ້ຕາງໜ້າ ຈາກໂຄງການ ຕາບີ (TABI-The Agro-Biodiversity Initiative) ແລະ ຕາງໜ້າຈາກ ອົງການບ້ານຈຸດສຸມສາກົນ (VFI-Village Focus International), ອົງການ ລີຄອບ (RECOFTC) , ຜູ້ເຂົ້າຮ່ວມືທັງໝົດ ໄດ້ປຶກສາຫາລືກ່ຽວກັບຈຸດປະສົງຂອງໂຄງການແລະ ວາງແຜນໃນໄລຍະຕໍ່ໜ້າເພື່ອບັນລຸເປົ້າໝາຍ ຂອງໂຄງການ.

ຫຼັງຈາກນັ້ນ, ໂຄງການໄດ້ຈັດການຝຶກອົບຮົມເພີ່ມເຕີມກ່ຽວກັບການເຫັນດີເຫັນພ້ອມ ຢ່າງເປັນອິດສະລະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບພິກ) ແລະ ເກັບກຳ ຂໍ້ມູນເສດຖະກິດ - ສັງຄົມໃນ 8 ບ້ານໃນເມືອງໂພນໄຊ ແຂວງຫຼວງພະບາງ ແລະ ອີກ 4 ບ້ານຢູ່ເມືອງພູກູດ ແຂວງຊຽງຂວາງ.  

ໂຄງການດັ່ງກ່າວຈະສິ້ນສຸດລົງໃນເດືອນຕຸລາປີ 2020. ເຖິງຢ່າງໃດກໍ່ຕາມ,ໃນຂະນະທີ່ ພະຍາດ COVID-19 ໄດ້ເຮັດໃຫ້ກິດຈະກຳມີຄວາມຊັກຊ້າ ໃນປະຈຸບັນ ແລະ ຜູ້ປະຕິບັດໂຄງການກໍ່ກຳລັງຄົ້ນຄວ້າ ແລະ ວາງແຜນກິດຈະກຳໃນໄລຍະຕໍ່ໄປ.

### 

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບວຽກງານຂອງອົງການ ລີຄອບ (RECOFTC) ໃນ ສປປ ລາວ, ທ່ານ ສາມາດເຂົ້າຊົມທີ່ ໜ້າທຳອິດໃນເວັບໄຊສ໌ຂອງພວກເຮົາ ແລະ ຕິດຕາມທາງ ໜ້າເຟສບຸກຂອງພວກເຮົາ ສຳລັບການລາຍງານກິດຈະກຳໃນແຕ່ລະໄລຍະ. 

ໂຄງການດ່ັງກ່າວ ແມ່ນ ໄດ້ຮັບການສະ ໜັບສະໜູນ ໂດຍ ອົງການເພື່ອການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດ (SDC) ແລະ ອົງການຮ່ວມມືເພື່ອການພັດທະນາສາກົນຂອງຊູແອດ (Sida).