RECOFTC ສປປ ລາວ
ຂ່າວສານ

Languages

ໃບທະບຽນສວນປູກໄມ້ສັກ ຫຼາຍກວ່າ 80 ຕອນໄດ້ຖືກມອບຮັບໃຫ້ແກ່ບ້ານເປົ້າໝາຍ ໃນແຂວງໄຊຍະບູລີ, ໂດຍໂຄງການຟຼໍລີດ

ໃນວັນທີ່ 17 ກັນຍາ 2019 ຜ່ານມາ ໂຄງການ ຟຼໍລີດ (FLOURISH) ພາຍໃຕ້ການຊີ້ນຳຈາກອົງການລີຄອບ(RECOFTC) ຮ່ວມກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ໄຊຍະບູລີໄດ້ຈັດພິທີມອບ-ຮັບໃບທະບຽນສວນປູກໃຫ້ກັບບ້ານເປົ້າໝາຍໃນແຂວງໄຊຍະບູລີ.

ວຽກງານດັ່ງກ່າວແມ່ນໜຶ່ງໃນກິດຈະກຳຫຼັກຂອງໂຄງການ ເພື່ອປະຕິບັດຕາມນະໂຍບາຍຂອງ ລັດຖະບານທີ່ເນັ້ນ ໃນການສົ່ງເສີມການປູກໄມ້ ເປັນສິນຄ້າ ເພື່ອຫຼຸດຜ່ອນການນຳໃຊ້ໄມ້ຈາກປ່າທຳມະຊາດ ແລະ ເພີ່ມຄວາມປົກຫຸ້ມຂອງປ່າໄມ້ ໂດຍອີງຕາມແຜນຍຸດທະສາດຂອງຂະແໜງການປ່າໄມ້ໃນແຕ່ລະໄລຍະ.
ລັດສົ່ງເສີມ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ລົງທຶນໃສ່ການປູກໄມ້ ເພື່ອເປັນສິນຄ້າ ແລະ ເປັນ ວັດຖຸດິບສະໜອງໃຫ້ແກ່ການປຸງແຕ່ງ ດ້ວຍການວາງນະໂຍບາຍ ທີ່ເໝາະສົມ ເຊັ່ນ: ນະໂຍບາຍດ້ານກຳມະສິດ, ສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີທີ່ດິນ, ພາສີ, ອາກອນ ກ່ຽວກັບພັນໄມ້, ໄມ້ປູກ, ການໃຫ້ເຊົ່າ ຫຼື ສຳປະທານທີ່ດິນ, ການບໍລິການທາງດ້ານເຕັກນິກວິຊາການ ແລະ ອື່ນໆ ຕາມກົດໝາຍ ແລະ ລະບຽບການ.   

Group photo
ຮູບກຸ່ມປະຊາຊົນທີ່ໄດ້ຮັບໃບທະບຽນສວນປູກ

ການຂຶ້ນທະບຽນປ່າປູກ ແມ່ນການຢັ້ງຢືນຄວາມເປັນເຈົ້າຂອງປ່າປູກ,  ແຫຼ່ງທີ່ມາຂອງສິດນໍາໃຊ້ປ່າປູກທີ່ເປັນລະບົບ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການຄຸ້ມຄອງ, ປົກປັກຮັກສາ  ດ້ວຍການປະຕິບັດນະໂຍບາຍ ສົ່ງເສີມການປູກໄມ້ເປັນສີນຄ້າ ທີ່ສອດຄ່ອງຕາມກົດໝາຍ. ການຂຶ້ນທະບຽນປ່າປູກ ບໍ່ແມ່ນການຢັ້ງຢືນກຳມະສິດໃນການນຳໃຊ້ ແລະ ຄອບຄອງທີ່ດິນ. ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານການສົ່ງເສີມປູກໄມ້ເປັນສິນຄ້າ ເຫັນວ່າເປັນຂະບວນຟົດຟື້ນດີພໍສົມຄວນ ເປັນຕົ້ນ ແມ່ນການປູກໄມ້ເສດຖະກິດທີ່ມີຜົນຕອບແທນ, ສ້າງລາຍຮັບໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການ. ແຕ່ເຖິງຢ່າງໃດກໍ່ຕາມ, ການຄຸ້ມຄອງປ່າປູກ ແລະ ໄມ້ປູກ ເຫັນວ່າຍັງຂາດການກະຕຸກຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກດ້ານຕ່າງໆ ແລະ ການຂຶ້ນທະບຽນປ່າປູກ ແລະ ຢັ້ງຢືນໄມ້ປູກ ຍັງປະຕິບັດບໍ່ໄດ້ດີ ແລະ ບໍ່ທັນມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.ເພື່ອເຮັດໃຫ້ວຽກງານຄຸ້ມຄອງ, ຕິດຕາມ ກວດກາ ແລະ ນໍາໃຊ້ໄມ້ປູກ ເຂົ້າສູ່ລະບົບ ແລະ ການເຂົ້າເຖິງຕະຫຼາດ.

FLOURISH with villager
ໂຄງການ ຟຼໍລີດໄດ້ມອບໃບທະບຽນສວນປູກໃຫ້ແກ່ຊາວບ້ານ

ດັ່ງນັ້ນທາງໂຄງການ ຟຼໍລີດ FLOURISH, ອົງການລີຄອບປະຈຳລາວ ສົມທົບກັບທາງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄຊຍະບູລີ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄຊຍະບູລີ ແລະ ເມືອງ ພຽງ ພ້ອມວິຊາການ ໄດ້ມີການລົງສຳຫຼວດ ແລະ ອອກໃບທະບຽນສວນປູກໄມ້ສັກໃນບ້ານເປົ້າໝາຍຂອງໂຄງການ ເລີ່ມແຕ່ວັນທີ 12 ສິງຫາ ຫາ 5 ກັນຍາ 2019 ໃນຈຳນວນ ສອງ ເມືອງ ແລະ ສາມ ບ້ານຄື: ເມືອງ ໄຊຍະບູລີ ມີ ສອງ ບ້ານຄື: ບ້ານ ປາກຮຸ່ງ ສຳເລັດການສຳຫຼວດ 72 ຕອນ, 46 ຄອບຄົວ ກວມເອົາ 45.15 ເຮັກຕາ, ບ້ານທ່າ ມີຈຳນວນ 7 ຕອນ, 6 ຄອບຄົວ, 5.48 ເຮັກຕາ. ແລະ ເມືອງ ພຽງ, ບ້ານ ນາກອງ ມີຈຳນວນ 6 ຕອນ, 5 ຄອບຄົວ, 5.13 ເຮັກຕາ. ລວມທັງໝົດສາມບ້ານປະຕິບັດໄດ້ 85 ຕອນ ກວມເອົາ 57 ຄອບຄົວ ແລະ 55.76 ເຮັກຕາ.
ແຜນໃນອາຄົດໃນການຈັດຕັ້ງກຸ່ມໄມ້ສັກ ເພື່ອສະດວກໃນການກວດກາ, ຄຸ້ມຄອງ, ການແລກປ່ຽນຄວາມຮູ້ທາງດ້ານເທັກນິກວິຊາການການດ້ານການບໍລິຫານສວນປູກ, ການຕະຫຼາດ ແລະ ອຳນາດໃນການຕໍ່ລອງເຈລະຈາກັບພາກເອກະຊົນ ເພື່ອກ້າວໄປເຖິ່ງສັນຍາການຮ່ວມມືລະຫວ່າງຊຸມຊົນ ແລະ ພາກເອກະຊົນ ໃນການວ່າງແຜນການຜະລິດ ແລະ ການຕະຫຼາດຮ່ວມກັນ.