RECOFTC ສປປ ລາວ
RAFT 3 - Lao PDR

ການໃຫ້ຄຳໜັ້້ນສັນຍາ ໃນການສືບຕໍ່ ການເຮັດວຽກຮ່ວມກັນ ກ່ຽວກັບໄມ້ສັກ ລະຫວ່າງ ໂຮງຊອຍຊຽງທຸນ ກັບ ຊາວສວນ

ປະຊຸມກັບຊາວບ້ານ ເພື່ອວາງແຜນໃນອານາຄົດ ກ່ຽວກັບການປູກ ແລະ ທຸລະກິດຂະໜາດນ້ອຍໄມ້ສັກ ລະຫວ່າງຊາວບ້ານກັບໂຮງ ຊອຍຜູ້ເກັບຊື້, ທີ່ຫ້ວຍຊາຍ, ແຂວງບໍ່ແກ້ວ

ພາຍໃນການສະໜັບສະໜູນຂອງໂຄງການ RAFT3 ເພື່ອເຊື່ອມໂຍ່ງພາກເອກະຊົນ, ພາກລັດ ແລະ ຊຸມຊົນ ໃນການຮ່ວມມື ເພື່ອການພັດທະນາ ແລະ ບໍລິຫານສວນປູກແບບຢືນຍົງ ເນື້ອໃນກອງປະຊຸມກັບຊາວບ້ານ ເພື່ອວາງແຜນໃນອານາຄົດ ກ່ຽວກັບການປູກ, ການເກັບຊື້ ແລະ ການບໍລິການສວນປູກ ທີ່ບ້ານ ຄົກຫຼວງ, ຫ້ວຍຊາຍ, ແຂວງບໍ່ແກ້ວ. ເຊີ່ງໃນທ້າຍຂອງໂຄງການ ໄດ້ມີຕົກລົງກັນວ່າ ທາງໂຮງຊອຍ ຈະສືບຕໍ່ເກັບຊື້ໄມ້ຈາກບ້ານ ເພື່ອເອົາໄປນຳໃຊ້ເຂົ້າໃນໂຮງຊອຍເພື່ອທຳການພະລິດ ແລະ ຈະເຮັດບົດບັນທຶກໄວ້ ເພື່ອເປັນຫຼັກຖານ ແລະ ເອກະສານອ້າງອີງ. ສ່ວນລາຄານັ້ນ ແມ່ນອີງຕາມທ້ອງຕະຫຼາດ.