RECOFTC ສປປ ລາວ
ກິດຈະກຳ

ການສຶກສທັດສະນະາ ກ່ຽວກັບການຄຸ້ມຄອງ ແລະ ການປຸງແຕ່ງໄມ້ປ່ອງ ຢູ່ແຂວງຫຼວງພະບາງ

Sep 08
2018
RECOFTC Events

ລີຄອບ ໄດ້ສະໜັບສະໜູນ ການນຳ ແລະ ວິຊາການ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ ເຊີ່ງນຳໂດຍ ທ່ານ ອິນທະໜອນ ໄຊວິທູນ,​ຮ້ອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍ່ແກ້ວ, ໃນການແລກປ່ຽນບົດຮຽນ ແລະ ປະສົບການ ພ້ອມດ້ວຍ ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບຍຸດທະສາດ ການປູກ ແລະ ການ ເພີ່ມມູນຄ່າເພີ່ມຂອງໄມ້ສັກ, ທີ່ແຂວງ ຫຼວງພະບາງ. ຜູ້ເຂົ້າຮ່ວມ ໄດ້ໄປຍ້ຽມຢາມບ້ານກົກງີ້ວ, ເມືອງຫຼວງພະບາງ ທີ່ເປັນໂຮງຊອຍໄມ້ສັກທ້ອງຖີ່ນ ເຊີ່ງກໍໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການດ້ານການຄຸ້ມຄອງໄມ້ສັກ, ການແປຮູບ ແລະ ການປຸງແຕ່ງ ພ້ອມດ້ວຍການຕະຫຼາດ ເຊີ່ງປະສົບການເລົົ່ານີ້ຈະ ໄດ້ນຳເອົາໄປພັດທະນາ ແລະ ໝູນໃຊ້ເຂົ້າໃນວຽກງານການຄຸ້ມຄອງໄມ້ສັກແຂວງບໍ່ແກ້ວ ຕໍ່ໆໄປ