RECOFTC ສປປ ລາວ
ກິດຈະກຳ

Languages

ການໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານ ແຟັກທີ (FLEGT), ການຫຼຸດຜ່ອນທາດອາຍພິດເຮືອນແກ້ວ (REDD+), ການສ້າງນິຍາມໄມ້ຖືກຕ້ອງຕາມກົດໝາຍ (TLD) ແລະ ກົດໝາຍປ່າໄມ້

Feb 12
2020
-
14
Location
ເມືອງປາກລາຍ, ແຂວງ ໄຊຍະບູລີ
Landscape view over the Village in Xayabouli province

ອົງການ RECOFTC ຜ່ານໂຄງການ Voices for Mekong Forests (V4MF) ກຳລັງຈັດກອງປະຊຸມ ສຳລັບຄູ່ຮ່ວມງານຢູ່ເມືອງປາກລາຍ, ແຂວງໄຊຍະບູລີ. ຊຶ່ງມີຈຸດປະສົງເພື່ອໂຄສະນາເຜີຍແຜ່ກ່ຽວກັບບັນດາຂໍ້ມູນທີ່ສຳຄັນໃນການຄຸ້ມຄອງປ່າໄມ້ເຊັ່ນ: ວຽກງານ ແຟັກທີ ວີພີເອ (FLEGT VPAs), ການຫຼຸດຜ່ອນທາດອາຍພິດເຮືອນແກ້ວ (REDD +), ນິຍາມໄມ້ທີ່ຖືກຕ້ອງຕາມກົດໝາຍ (Timber Legality Definition)-TLD ແລະວິທີການມີສ່ວນຮ່ວມໃນຂະບວນການປົກຄອງປ່າໄມ້ຢ່າງມີປະສິດທິຜົນ. ຜູ້ເຂົ້າຮ່ວມຈະມາຈາກຂັ້ນບ້ານ, ຜູ້ທີ່ກ່ຽວຂ້ອງຈາກສັງຄົມແລະພະນັກງານຈາກຂັ້ນແຂວງ, ຂັ້ນເມືອງ.

ຈຸດປະສົງຂອງກິດຈະກຳເພື່ອ:
•ສ້າງຄວາມເຂົ້າໃຈໃຫ້ກັບຄູ່ຮ່ວມງານຂອງລັດຖະບານ, ພະນັກງານ CSO ແລະຕົວແທນຈາກຂັ້ນບ້ານກ່ຽວກັບ FLEGT VPA, REDD +, TLD ແລະບັນຫາທີ່ສຳຄັນຈາກການຈັດຕັ້ງປະຕິບັດຄຳສັ່ງເລກທີ 15 ນຍ
•ເຜີຍແຜ່ແລະນຳໃຊ້ເຄື່ອງມືການສື່ສານ ພ້ອມທັງແນະນຳທີມງານຄູຝຶກ ທີ່ເຄີຍໄດ້ຮັບການຝຶກອົບຮົມຫົວຂໍ້ LTD ຜ່ານມານັ້ນ ເພື່ອໃຫ້ເຂົາເຈົ້າມີຂໍ້ມູນ ແລະ ສາມາດໂຄສະນາຂໍ້ມູນກ່ຽວຂ້ອງກັບ FLEGT ໃນຊຸມຊົນທ້ອງຖິ່ນ
•ສ້າງແຜນ ດຳເນີນງານສຳລັບການສອດແຊກຂໍ້ມູນດັ່ງກ່າວ ເຂົ້າໃນວຽກງານ ການຄຸ້ມຄອງບໍລິຫານປ່າໄມ້ ໂດຍສອດຄ່ອງກັບໜ້າວຽກຂອງແຕ່ລະພາກສ່ວນ.
ເວລາແລະສະຖານທີ່:
ເວລາ: 12-14 ກຸມພາ 2020
ສະຖານທີ່ຕັ້ງຢູ່: ຫ້ອງການກະສິກຳ ແລະປ່າໄມ້ເມືອງປາກລາຍ, ແຂວງໄຊຍະບູລີ


Voices for Mekong Forests (V4MF) ແມ່ນໂຄງການ 5 ປີທີ່ໄດ້ຮັບທຶນສະໜັບສະໜູນ ຈາກສະຫະພາບເອີຣົບ (EU). ໂດຍມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ພາກສ່ວນອົງການຈັດຕັ້ງທີ່ບໍ່ແມ່ນລັດຖະບານ, ລວມທັງພາກສ່ວນສັງຄົມ, ຊົນເຜົ່າ ແລະ ຊຸມຊົນທ້ອງຖິ່ນເພື່ອມີສ່ວນຮ່ວມໃນການຄຸ້ມຄອງບໍລິຫານປ່າໄມ້ໃນປະເທດ ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ. ໂຄງການສະໜັບສະໜູນ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ແລະ ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວຈາກການຕັດໄມ້ທຳລາຍປ່າໄມ້ (REDD+).