RECOFTC ສປປ ລາວ
ກິດຈະກຳ

Languages

“ການເຫັນດີເຫັນພ້ອມຢ່າງເປັນອິດສະຫຼະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບປິກ FPIC ) ສຳລັບການບໍລິຫານຄຸ້ມຄອງປ່າໄມ້ທີ່ດີ”

Jul 09
2019
-
12
Location
Vientiane, Lao PDR

ອົງການລີຄອບ (RECOFTC), ສະມາຄົມຊີວະນາໆພັນລາວ LBA ແລະ ອົງການອະນຸລັກສັດປ່າໂລກ (WWF) ພາຍໄຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ກັບບັນດາອົງການຈັດຕັ້ງທາງສັງຄົມ ກ່ຽວກັບວຽກງານຄຸ້ມຄອງປ່າໄມ້ ໃນລຸ່ມແມ່ນຳ້ຂອງ” ໄດ້ຈັດການຝຶກອົບຮົມ ໃນຫົວຂໍ້ “ການເຫັນດີເຫັນພ້ອມຢ່າງເປັນອິດສະຫຼະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບປິກ FPIC ) ສຳລັບການບໍລິຫານຄຸ້ມຄອງປ່າໄມ້ທີ່ດີ” ຂຶ້ນ ທີ່ນະຄອນຫຼວງວຽງຈັນ, ຊຶ່ງໄດ້ໄດ້ຮັບການສະໜັບສະໜຸນທຶນຈາກສະຫະພາບ ເອີຣົບ ປະຈຳລາວ. 

“ການເຫັນດີເຫັນພ້ອມຢ່າງເປັນອິດສະຫຼະ ໂດຍຮັບຮູ້ຂໍ້ມູນລ່ວງໜ້າ (ແອບປິກ FPIC ) ສຳລັບການບໍລິຫານຄຸ້ມຄອງປ່າໄມ້ທີ່ດີ” ຈະໄດ້ຝຶກໃຫ້ແກ່ຕົວແທນຂອງອົງການຈັດຕັ້ງທາງສັງຄົມ ແລະ ພະນັກງານລັດ (ກົມປ່າໄມ້, ກົມກວດກາປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊຍະບູລີ ແລະ ແຂວງອັດຕະປື) ທີ່ເຮັດວຽກກັບຊຸມຊົນທີ່ມີພູມມີທັດທີ່ຫຼາກຫຼາຍ.