RECOFTC
Community-based Fire Management

ກ່ຽວກັບ ການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ

ການສ້າງຄວາມເຂັ້ມແຂງ ໃນການແກ້ໄຂ ແລະ ຄຸ້ມຄອງໄຟປ່າໂດຍມີຊຸມຊົນເປັນເຈົ້າການ ເພື່ອສົ່ງເສີມສຸຂະພາບທີ່ດີ, ຄວາມຫຼາກຫຼາຍດ້ານຊີວະນາໆພັນ ແລະ ພູມມີທັດປ່າໄມ້ ທີ່ທົນທານຕໍ່ການປ່ຽນແປງດິນຟ້າອາກາດ  ໃນພາກພື້ນອາຊີປາຊີຟິກ

ພາບລວມໂດຍຫຍໍ້

  • ໂຄງການ ຈະດຳເນີນພາຍໃນເວລາ 2 ປີ ໂດຍເລີ່ມຈາກວັນທີ 1 ຕຸລາ 2022 ຈົນເຖິງ ວັນທີ 30 ກັນຍາ 2024
  • ແກ້ໄຂສາເຫດຂອງໄຟປ່າ ແລະ ຄວາມກັງວົນທີ່ເພີ່ມຂຶ້ນ ໃນລະດັບຊາດ ແລະ ພາກພື້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ.
  • ສ້າງຄວາມອາດສາມາດຂອງຊຸມຊົນ ແລະ ລັດຖະບານໃນການຄຸ້ມຄອງໄຟປ່າ ແລະ ປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ ໃນພູມມີທັດປ່າໄມ້ ຢູ່ປະເທດກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ.
  • ການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດດຳເນີນໂດຍຜ່ານຂໍ້ຕົກລົງການຮ່ວມມືໃນພາກພື້ນ ໃນ 5 ປີ ລະຫວ່າງ ກົມການບໍລິການປ່າໄມ້ ແລະ ກະສິກຳຂອງສະຫະລັດ ແລະ ອົງການ.

ໂຄງການ ການຄຸ້ມຄອງໄຟປ່າ ໂດຍຊຸມຊົນເປັນເຈົ້າການ (CBFiM) ກຳລັງເຮັດວຽກຊ່ວຍເຫຼືອຊຸມຊົນ ແລະ 
ລັດຖະບານໃນພາກພື້ນອາຊີ-ປາຊີຟິກ ເພື່ອຫຼຸດຜ່ອນຄວາມຖີ່ ແລະ ຄວາມຮຸນແຮງຂອງໄຟປ່າ ແລະ ສ້າງຄວາມເຂັ້ມແຂງຕໍ່ການປ່ຽນແປງຂອງດິນຟ້າອາກາດ ດ້ວຍການສ້າງ ຄວາມສາມາດ, ສົ່ງເສີມເຕັກໂນໂລຊີທີ່ເໝາະສົມ ແລະ ອຳນວຍຄວາມສະດວກໃນການແບ່ງປັນຄວາມຮູ້ລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງ.
    ອົງການລີຄອບ, ໂດຍຮ່ວມມືກັບກົມກະສິກຳ ແລະ ປ່າໄມ້ສະຫະລັດອາເມລິກາ (USDA), ກໍາລັງເຮັດວຽກ ກັບບັນດາຄູ່ຮ່ວມງານ ໃນບັນດາປະເທດທີ່ມີຄວາມອຸດົມສົມບູນດ້ານຊີວະນາໆພັນ ໃນພາກພື້ນອາຊີ-ປາຊີຟິກ, ໂດຍເລີ່ມຈາກພື້ນທີ່ໃນປະເທດກຳປູເຈຍ, ສປປ ລາວ, ໄທ ແລະ ຫວຽດນາມ. ພື້ນທີ່ສະເພາະທີ່ໄດ້ຄັດເລືອກສໍາລັບໂຄງການ ແມ່ນອີງໃສ່ປະຫວັດຂອງພູມມີທັດທີ່ຖືກຂົ່ມຂູ່ຈາກໄຟປ່າ, ຄວາມຕ້ອງການຂອງຊຸມຊົນ, ການນໍາໃຊ້ທີ່ດິນ ແລະ ປະເພດລະບົບນິເວດ.

 

Map showing four countries of CBFiM project engagement – Cambodia, Lao PDR, Thailand and Viet Nam

ກ່ຽວກັບຮູບແບບການຈັດຕັ້ງປະຕິບັດ 

ການຄຸ້ມຄອງໄຟປ່າໂດຍມີຊຸມຊົນເປັນເຈົ້າການ ເປັນແບບວິທີທີ່ເອົາຊຸມຊົນມີສ່ວນຮ່ວມໃນການຕັດສິນໃຈ, ຜັນຂະຫຍາຍຈາກຄວາມຮູ້ທ້ອງຖິ່ນ  ແລະ ຊ່ວຍໃຫ້ພວກເຂົາກຽມພ້ອມ ເພື່ອປ້ອງກັນ, ຄວບຄຸມ ແລະ ນໍາໃຊ້ໄຟປ່າຢ່າງເປັນປະໂຫຍດ. ວິທີການໃນການຄຸ້ມຄອງໄຟປ່າ ນີ້ເຮັດໃຫ້ຊຸມຊົນທີ່ອາໃສປ່າໄມ້ ເປັນເຈົ້າການໃນການຕັດສິນໃຈໂດຍອີງໃສ່ຄວາມຕ້ອງການ ແລະ ກໍານົດຈຸດປະສົງ ແລະ ການປະຕິບັດຂອງພວກເຂົາ ໃນການຂະຫຍາຍຂົງເຂດວຽກຄຸ້ມຄອງໄຟປ່າແບບປະສົມປະສານທີ່ກວ້າງອອກ.
ໂຄງການໄດ້ຕໍ່ຍອດຈາກປະສົບການຂອງ ອົງການລີຄອບ ໃນການເຮັດວຽກກັບປ່າໄມ້ຊຸມຊົນ (ປ່າໄມ້ບ້ານ). ປ່າໄມ້ຊຸມຊົນ ເປັນຄໍາທີ່ກວ້າງ ສໍາລັບວິທີການທີ່ສ້າງຄວາມເຂັ້ມແຂງໃຫ້ປະຊາຊົນ ໃນການຄຸ້ມຄອງ, ປົກປັກຮັກສາ ແລະ ຮັບຜົນປະໂຫຍດຈາກປ່າໄມ້ຊຸມຊົນ, ເຊິ່ງຊຸມຊົນດັ່ງກ່າວ ອາດອາໄສຢູ່ມາຫຼາຍລຸ້ນຄົນ.

ຊຸມຊົນທີ່ອາໄສປ່າໄມ້ ໄດ້ນຳໃຊ້ໄຟ ໃນທາງທີ່ເປັນປະໂຫຍດຫຼາຍດ້ານ, ເຊັ່ນ: ການຄວບຄຸມຫຍ້າ, ສັດຕູພືດ ແລະ ພະຍາດ ແລະ ສ້າງລາຍຮັບຈາກຜະລິດຕະພັນເຄື່ອງປ່າຂອງດົງ. ແຕ່ວ່າ ໂດຍຜ່ານຄວາມຜິດພາດຂອງມະນຸດ ຫຼື ປັດໃຈອື່ນໆ, ໄຟທີ່ເປັນອັນຕະລາຍສ່ວນໃຫຍ່ແມ່ນເກີດຈາກຄົນ. ເນື່ອງຈາກວ່າຊຸມຊົນທີ່ອາໃສປ່າໄມ້ ມັກຈະອີງໃສ່ພຸມມີທັດປ່າໄມ້ເປັນສ່ວນໃຫຍ່ ສໍາລັບການຊອກຢູ່ຫາກິນ ແລະ ການດໍາລົງຊີວິດ ແຕ່ກໍ່ຍັງມີຄວາມສ່ຽງທີ່ສຸດທີ່ຈະເກີດໄຟປ່າທີ່ເປັນອັນຕະລາຍ ໃນຂະນະທີ່ພວກເຂົາ ເປັນຜູ້ຈັດການທີ່ດີທີ່ສຸດ ສຳລັບການຄຸ້ມຄອງໄຟປ່າ.
 

ເປັນຫຍັງໂຄງການນີ້ ຈີ່ງມີຄວາມສຳຄັນຫຼາຍ ສຳລັບພາກພື້ນ 

ໄຟປ່າທີ່ຮຸນແຮງ ແມ່ນໄພຂົ່ມຂູ່ຕໍ່ສຸຂະພາບຂອງມະນຸດ ໂດຍເກີດເປັນມົນລະພິດທາງອາກາດ ທີ່ພວກເຮົາຫາຍໃຈເຂົ້າໄປ ແລະ ທໍາລາຍປ່າໄມ້ທີ່ ເປັນບ່ອນອາໄສສຳລັບການດໍາລົງຊີວິດຂອງຊຸມຊົນ ແລະ ຊີວະນາໆພັນໃນທ້ອງຖິ່ນ. ຈໍານວນຂອງໄຟປ່າຢູ່ໃນພາກພື້ນ ແມ່ນມີການເພີ່ມຂຶ້ນ, ຂະໜາດ ແລະ ຄວາມຮຸນແຮງຂອງພວກມັນ ໄດ້ມີການ ເພີ່ມຂຶ້ນເຊັ່ນກັນ. ຄວາມຮຸນແຮງນີ້ ແມ່ນຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ການປ່ຽນແປງການນໍາໃຊ້ທີ່ດິນ. ແຜນງານສິ່ງແວດລ້ອມຂອງອົງການ ສະຫະປະຊາຊາດ ຄາດຄະເນວ່າ ໄຟປ່າທີ່ຮ້າຍແຮງທົ່ວໂລກຈະເພີ່ມຂຶ້ນເປັນ 14% ໃນປີ 2030, 30% ໃນທ້າຍປີ 2050 ແລະ 50% ໃນທ້າຍສະຕະວັດນີ້. 

ເນື່ອງຈາກວ່າການປ່ຽນແປງດິນຟ້າອາກາດ ມີແນວໂນ້ມທີ່ຈະເພີ່ມ ຄວາມຖີ່ ແລະ ຄວາມຮຸນແຮງຂອງໄຟປ່າຂຶ້ນ, ການແກ້ໄຂບັນຫາແມ່ນມີຄວາມຈຳເປັນຮີບດ່ວນ. ຜົນກະທົບຄວັນໄຟຂ້າມເຂດແດນ ແລະ ໝອກຄວັນຈາກໄຟປ່າ ໄດ້ສະແດງໃຫ້ເຫັນເຖິງຄວາມຮຸນແຮງ ແລະ ຂອບເຂດຂອງບັນຫາໃນລະດັບໂລກ. ຄວາມເສື່ອມໂຊມຂອງສິ່ງແວດລ້ອມ ແລະ ສຸຂະພາບຂອງປະຊາຊົນທີ່ຖືກທຳລາຍຫຼາຍຂຶ້ນ ເປັນຜົນກະທົບທາງລົບຫຼັກ ໃນບັນດາ ຜົນກະທົບຈາກ ການເກີດໄຟປ່າເປັນເປັນເວລາດົນແລະ ຖີ່ຂຶ້ນ. ຄວັນໄຟ ແລະ ໝອກຄວັນຈາກໄຟປ່າ ສົ່ງຜົນກະທົບອັນຮ້າຍແຮງ ຕໍ່ສຸຂະພາບ ເຊັ່ນ: ອັດຕາການເກີດພະຍາດລະບົບຫາຍໃຈ ແລະ ຫຼອດເລືອດຫົວໃຈເພີ່ມຂຶ້ນ ແລະ ການເຂົ້າໂຮງໝໍເພີ່ມຂຶ້ນໃນຊ່ວງລະດູໄຟປ່າ. ການຄົ້ນຄວ້າໄດ້ພິສູດວ່າວ່າ ການທີ່ໃຫ້ປະຊາຊົນເປັນ ໃຈກາງ ຫຼື ຊຸມຊົນເປັນເຈົ້່າການ ເປັນວິທີການທີ່ມີປະສິດທິພາບ. 

ໃນຫຼາຍຊຸມຊົນ (ບ້ານ) ທີ່ ອົງການລີຄອບເຮັດວຽກນຳ ມີຄວາມສ່ຽງສູງທີ່ຈະເກີດໄຟປ່າ ແລະ ອົງການ ໄດ້ສະໜັບສະໜູນການທົດລອງຮູບແບບທີ່ມີຊຸມຊົນເປັນເຈົ້າການ ໃນການຄຸ້ມຄອງໄຟປ່າ ທີ່ສາມາດຂະຫຍາຍໄດ້ໃນທົ່ວພາກພື້ນລຸ່ມແມ່ນໍ້າຂອງ. ໄດ້ເອົາຊຸມຊົນເຂົ້າມາມີສ່ວນຮ່ວມໃນທຸກຂັ້ນຕອນຂອງໂຄງການ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ພວກເຂົາ ໄດ້ນໍາໃຊ້ຄວາມຮູ້ ແລະ ຮັບປະກັນວ່ານະໂຍບາຍ, ແຜນການ ແລະ ການປະຕິບັດຈະໄດ້ມີການສະທ້ອນຄືນ ແລະ ສະຫນັບສະໜູນວິທີການດໍາລົງຊີວິດຂອງພວກເຂົາ. ນອກຈາກນັ້ນ, ພວກເຮົາຍັງເນັ້ນໜັກເຖິງຄວາມສະເໝີພາບຂອງແມ່ຍິງ, ຊາວໜຸ່ມ ແລະ ກຸ່ມຄົນດ້ອຍໂອກາດອື່ນໆ. 

ກິດຈະກຳຫຼັກຂອງໂຄງການ  

ໂຄງການ ການຄຸ້ມຄອງໄຟປ່າ ໂດຍຊຸມຊົນເປັນເຈົ້າການ CBFiM ຈະແກ້ສາເຫດຂອງໄຟປ່າ ແລະ ຜົນສະທ້ອນທາງສັງຄົມ-ນິເວດວິທະຍາ. ກິດຈະກໍາໄດ້ຖືກອອກແບບເພື່ອຕອບສະຫນອງກັບຄວາມຕ້ອງການ ແລະ ສີ່ງທ້າທາຍຂອງປະເທດ, ແຂວງ ແລະ ຊຸມຊົນ. ໂຄງການຈະ:
1.    ການສົ່ງເສີມນະໂຍບາຍການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ, ແຜນງານ ແລະ ການຈັດຕັ້ງປະຕິບັດ 
2.    ສົ່ງເສີມການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີ ໂດຍຊຸມຊົນ
3.    ອຳນວຍຄວາມສະດວກໃນການແລກປ່ຽນຄວາມຮູ້ ເພື່ອປັບປຸງດ້ານນະໂຍບາຍການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານໄຟປ່າ

ການສົ່ງເສີມນະໂຍບາຍການຄຸ້ມຄອງໄຟປ່າ ທີ ຊຸມຊົນເປັນເຈົ້າການ, ການວາງແຜນງານ ແລະ ການຈັດຕັ້ງປະຕິບັດ

ພວກເຮົາສົ່ງເສີມນະໂຍບາຍການຄຸ້ມຄອງໄຟປ່າທີ່ຊຸມຊົນເປັນເຈົ້າການ, ການວາງແຜນ ແລະ ການຈັດຕັ້ງປະຕິບັດ ແລະ ຮັບປະກັນໃຫ້ມີການເຊື່ອມໂຍງເຂົ້າກັນເປັນຢ່າງດີ ກັບບັນດາໂຄງສ້າງທາງພາກລັດໃນລະດັບທ້ອງຖິ່ນ, ແຂວງ ແລະ ລະດັບຊາດ. (1) ພວກເຮົາກຳລັງນຳໃຊ້ຂະບວນການທີ່ມີສ່ວນຮ່ວມຈາກຫຼາຍຝ່າຍເພື່ອປະເມີນນະໂຍບາຍ, ການຈັດຕັ້ງປະຕິບັດ, ຄວາມຮັບຮູ້, ຄວາມສາມາດ ແລະ ບູລິມະສິດ ຂອງພາກສ່ວນທີ່ມີສ່ວນກ່ຽວຂ້ອງ. (2) ຈາກນັ້ນ ພວກເຮົາເສີມສ້າງຄວາມອາດສາມາດ ເພື່ອການຮ່ວມມືໃນການພັດທະນາ ແລະ ການຈັດຕັ້ງປະຕິບັດແຜນງານການຄຸ້ມຄອງໄຟປ່າໂດຍມີຊຸມຊົນເປັນເຈົ້າການ. ແຜນງານເຫຼົ່ານີ້ ສາມາດປະກອບດ້ວຍຮູບແບບວິທີການຄຸ້ມຄອງປ່າໄມ້ ແລະ ໄຟປ່າຫຼາຍປະເພດ ລວມທັງການຕິດຕາມ, ກວດກາລາດຕະເວນ, ການເຮັດແລວກັນໄຟ, ອະນາໄມຫຍ້າ, ການປູກເພື່ອຮັກສາປ່າໄມ້, ຟື້ນຟູປ່າແບບທຳທະຊາດ. ຊຸມຊົນມີສ່ວນຮ່ວມໃນທຸກຂັ້ນຕອນເພື່ອນຳໃຊ້ຄວາມຮູ້ຂອງພວກເຂົາ ແລະ ຮັບປະກັນວ່ານະໂຍບາຍ, ແຜນງານ ແລະ ການຈັດຕັ້ງປະຕິບັດດັ່ງກ່າວ ໄດ້ມີການສະທ້ອນໃຫ້ເຫັນ ແລະ ສະຫນັບສະຫນູນວິທີການດໍາລົງຊີວິດຂອງພວກເຂົາ. ໃນວຽກງານທັງໝົດນີ້, ພວກເຮົາເນັ້ນໜັກເຖິງຄວາມສະເໝີພາບຂອງແມ່ຍິງ, ໄວໜຸ່ມ ແລະ ບັນດາກຸ່ມຄົນທີ່ດ້ອຍໂອກາດອື່ນໆ. 

ສົ່ງເສີມການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີ ໂດຍຊຸມຊົນ 

ພວກເຮົາກຳລັງເຮັດວຽກ ເພື່ອຮັບປະກັນວ່າເຄື່ອງມື ແລະ ເຕັກໂນໂລຢີ ມາຈາກຄວາມຕ້ອງການ ແລະ ປະສົບການຂອງຊຸມຊົນ ແລະ ຖືກນຳໃຊ້ຢ່າງກວ້າງຂວາງ ເພື່ອສະໜັບການຄຸ້ມຄອງໄຟປ່າ. ຊຶ່ງລວມມີ  ການປະເມີນເຄື່ອງມື ແລະ ເຕັກໂນໂລຢີ ທີ່ຊຸມຊົນກໍາລັງນຳໃຊ້ ຫຼື ອາດຈະນຳໃຊ້ໃນການຄຸ້ມຄອງໄຟປ່າ ແລະ ເກັບກໍາ ແລະ ເຂົ້າເຖິງຂໍ້ມູນຂ່າວສານ. ພວກເຮົາອຳນວຍຄວາມສະດວກໃນການເຊື່ອມຕໍ່ລະຫວ່າງ ຜູ້ພັດທະນາເຕັກໂນໂລຢີ ແລະ ຊຸມຊົນ ເພື່ອຮັບປະກັນໃຫ້ຊຸມຊົນຮັບຮູ້ກ່ຽວກັບເຕັກໂນໂລຊີດິຈິຕອນ ທີ່ສາມາດຊ່ວຍພວກເຂົາຄຸ້ມຄອງໄຟປ່າໄດ້. ການເຊື່ອມຕໍ່ເຫຼົ່ານີ້ ຍັງເຮັດໃຫ້ຜູ້ພັດທະນາເຕັດໂນໂລຍີ ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມຕ້ອງການ ແລະ ຜົນປະໂຫຍດຂອງຊຸມຊົນ. ຕົວຢ່າງ, ນັກພັດທະນາອາດຈະບໍ່ເຂົ້າໃຈວ່າ ຊຸມຊົນຕ້ອງການແອັບພລິເຄຊັນມືຖືໃນພາສາທ້ອງຖິ່ນ ເພື່ອປະເມີນ ແລະ ເຕືອນພວກເຂົາ ກ່ຽວກັບໄຟປ່າ ແລະ ຄວາມສ່ຽງຈາກໄຟປ່າ. ນອກນັ້ນພວກເຮົາຍັງຊ່ວຍຝຶກອົບຮົມຊຸມຊົນໃຫ້ນຳໃຊ້ເຄື່ອງມື ແລະ ເຕັກໂນໂລຊີໃໝ່ນຳອີກ.

ອຳນວຍຄວາມສະດວກໃນການແລກປ່ຽນຄວາມຮູ້ ເພື່ອປັບປຸງດ້ານນະໂຍບາຍການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດວຽກງານໄຟປ່າ

ຢູ່ອາຊີຕາເວັນອອກສ່ຽງໃຕ້, ໄຟປ່າ ເປັນບັນຫາຂ້າມຊາຍແດນຄື: ໄຟເຮັດໃຫ້ເກີດຄວັນໄຟ, ໝອກຄວັນ ແລະ ການທຳລາຍພູມມີທັດປ່າໄມ້ ໂດຍບໍ່ກ່ຽວກັບຊາຍແດນຂອງປະເທດໃດໆ. ນັ້ນແມ່ນເຫດຜົນທີ່ວ່າການແກ້ໄຂໄພຂົ່ມຂູ່ຂອງໄຟປ່າ ທີ່ເພີ່ມຂຶ້ນ ແມ່ນຕ້ອງການການຮ່ວມມືລະຫວ່າງຊາຍແດນເຊັ່ນກັນ. ພວກເຮົາຮ່ວມມືກັບຊຸມຊົນ, ລັດຖະບານໃນແຕ່ລະຂັ້ນພາຍໃນປະເທດ, ບັນດາອົງການຈັດຕັ້ງລະດັບພາກພື້ນລຸ່ມແມ່ນໍ້າຂອງ, ອາຊຽນ ແລະ ສະຖາບັນທົ່ວໂລກທີ່ສະໜອງຂໍ້ມູນ ຂ່າວສານທີ່ສຳຄັນ. ໂດຍການແບ່ງປັນການຈັດຕັ້ງປະຕິບັດທີ່ດີທີ່ສຸດໃນເຂດຊາຍແດນທັງໝົດ, ພວກເຮົາສາມາດຮຽນຮູ້ເຊີ່ງກັນ ແລະ ກັນ. ແລະ ໂດຍການແບ່ງປັນຂໍ້ມູນຂ່າວສານ ແລະ ການວິເຄາະໃນທຸກລະດັບ, ພວກເຮົາສາມາດປັບປຸງທັງການຄາດຄະເນ ແລະ ການຮຽນຮູ້.

ໂດຍຜ່ານການຈັດຕັ່ງປະຕິບັດໂຄງການນີ້, ພວກເຮົາກຳລັງ ບັນທຶກ ແລະ ສະແດງໃຫ້ເຫັນເຖິງ ການປະຕິບັດທີ່ດີທີ່ສຸດ ແລະ ການຊ່ວຍເຫຼືອຊຸມຊົນ ແລະ ລັດຖະບານເພື່ອແບ່ງປັນນະວັດຕະກຳຂອງພວກເຂົາ ຢ່າງກວ້າງຂວາງຂື້ນ ຜ່ານເຄືອຂ່າຍທີ່ມີຢູ່, ແລະ ຜ່ານການຮຽນຮູ້ ແລະ ການຝຶກອົບຮົມຂອງອົງການລີຄອບ (RECOFTC). ຮູບແບບທີ່ສໍາຄັນຂອງໂຄງການນີ້ ແມ່ນການເຂົ້າໃຈ, ຮູ້ຄຸນຄ່າ ແລະ ການແລກປ່ຽນພູມປັນຍາ ແລະ ການຈັດຕັ້ງປະຕິບັດແບບທ້ອງຖີ່ນ ທີ່ເປັນການປ້ອງກັນໄຟປ່າ. ນອກນີ້ ຍັງມີຄວາມເອົາໃຈໃສ່ຢ່າງຈິງຈັງ ກ່ຽວກັບການຮ່ວມມືໃນລະດັບຊາດ, ອາຊຽນ ແລະ ຜູ້ວາງນະໂຍບາຍອື່ນໆ ເພື່ອຊຸກຍູ້ການສ້າງນະໂຍບາຍ ແລະ ການແກ້ໄຂບັນຫາໄຟປ່າຂ້າມແດນ.
 

ໄລຍະເວລາ 

ໂຄງການ ຈະດຳເນີນເປັນເວລາ 2 ປີ, ເລີ່ມແຕ່ວັນທີ 1 ຕຸລາ 2022 ຈົນຮອດ ວັນທີ 30 ກັນຍາ 2024.

ຄູ່ຮ່ວມງານໂຄງການ 

ໂຄງການ ການຄຸ້ມຄອງໄຟປ່າໂດຍຊຸມຊົນເປັນເຈົ້າການ (CBFiM) ໃນອາຊີ, ເກີດຂຶ້້ນໄດ້ໂດຍຂໍ້ຕົກລົງການຮ່ວມມື ໄລຍະ 5 ປີ ລະຫວ່າງ ແຜນງານສາກົນ ການບໍລິການກະສິກຳປ່າໄມ້ ຂອງສະຫະລັດອາເມລິກາ(USDA) ແລະ ອົງການລີຄອບ. ໂຄງການນີ້ໄດ້ຮັບການສະໜັບສະໜູນດ້ານການເງິນຈາກກອງປບັນຊາການທະຫານອິນໂດ-ປາຊີຟິກຂອງສະຫະລັດອາເມລິກາ (USINDOPACOM), ກົມປ້ອງກັນປະເທດ, ແລະ ໂຄງການບໍລິການປ່າໄມ້ສາກົນ USDA.

ຕິດຕໍ່ພົວພັນ

Marina Tornorsam, ຜູ້ປະສານງານໂຄງການລະດັບພາກພື້ນ, ການຄຸ້ມຄອງໄຟປ່າທີ່ມີຊຸມຊົນເປັນເຈົ້າການ 
marina.tornorsam@recoftc.org, cbfim@recoftc.org