RECOFTC ສປປ ລາວ
ກິດຈະກຳ

Languages

ການແນະນຳແອບພິກ (FPIC) ພ້ອມດ້ວຍການລົງເກັບກຳຂໍ້ມູນບ້ານ ຂອງບັານເປົ້າໝາຍຂອງໂຄງການ

Mar 02
2020
-
16
Location
Luang Prabang and Xiengkhouang
RECOFTC Events

 

ສູນຝຶກອົບຮົມປ່າໄມ້ຊຸມຊົນ ພາກພື້ນອາຊີ ແລະ ປາຊີຟິກ (RECOFTC) ໂດຍຜ່ານການໂຄງການ “ການປັບປຸງ ການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນ ແລະ ປ່າໄມ້ ຕາມປະເພນີ ຂອງຊຸມຊົນເຂດທ້ອງຖີ່ນ ຢູ່ໃນ ສປປ ລາວ” ກຳລັງຈະມີກິດຈະກຳ ການແນະນຳ ແອບພິກ (FPIC) ໃຫ້ກັບເພື່ອຮ່ວມງານແລະ ຜູ້ຈັດຕັ້ງປະຕິບັດໂຄງການໃໝ່ຂອງ ອົງການ ລີຄອບ (ພ້ອມດ້ວຍການລົງເກັບກຳຂໍ້ມູນ ໃນ 4 ບ້ານເປົ້າໝາຍ ໃນແຂວງ ຫຼວງພະບາງ ແລະ  4 ບ້ານ ຂອງແຂວງຊຽງຂວາງ.

ຈຸດປະສົງຂອງກອງປະຊຸມ:

  • ເພື່ອໃຫ້ຜູ້ເຂົ້າຮ່ວມ ສົນທະນາ ກ່ຽວກັບ ແອບພິກ ມີຄວາມສໍາຄັນ ແນວໃດ ໃນການສົ່ງເສີມ ການບໍລິຫານຄຸ້ມຄອງທີ່ດີ ໃນວຽກງານ ຫຼື ໂຄງການທີ່ຕິດພັນກັບປ່າໄມ້;
  • ເພື່ອລົງບ້ານເປົ້າໝາຍ ແລະ ນຳໃຊ້ ແອບພິກ ພ້ອມທັງທົບທວນຄວນ ການແຜນຈັດສັນທີ່ດິນ ທີ່ທາງຕາບີ (ຫຼື ວິເອບໄອ) ໄດ້ ປະຕິບັດໄປແລ້ວນັ້ນ ໂດຍສະເພາະ ແມ່ນຂໍ້ມູນກ່ຽກັບປ່າໄມ້ ແລະ ເສດຖະກິດສັງຄົມ

ວັນທີແລະສະຖານທີ່:
03-16 ມີນາ 2020
ສະຖານທີ່:

ວັນທີ 11 ມີນາ 2020 (ຕອນເຊົ້າ) - ກອງປະຊຸມແນະ ນຳ ກ່ຽວກັບໂຄງການທີ່ຫ້ອງການກະສິກຳແລະປ່າໄມ້ເມືອງ
ວັນທີ 11-16 ມີນາ 2020- ລົງສຳຫຼວດເກັບກຳຂໍ້ມູນພາກສະໜາມ ຢູ່ບ້ານເປົ້າໝາຍ.

ໂຄງການ“ການປັບປຸງ ການຮັບຮູ້ສິດຄອບຄອງນຳໃຊ້ທີ່ດິນ ແລະ ປ່າໄມ້ ຕາມປະເພນີ ຂອງຊຸມຊົນເຂດທ້ອງຖີ່ນ ຢູ່ໃນ ສປປ ລາວ” ແມ່ນໄດ້ຮັບການສະໜັບສະໜທຶນໂດຍ ໂຄງການ ບໍລິຫານລັດ ກ່ຽວກັບທີ່ດິນ ປະຈຳພາກພື້ນແມ່ນຳ້ຂອງ (MRLG/SDC), ທີ່ດຳເນີນໃນ 4 ບ້ານເປົ້າໝາຍ ຂອງເມືອງໂພນໄຊ, ແຂວງຫຼວງພະບາງ ແລະ 4 ບ້ານເປົ້າໝາຍ ຂອງເມືອງພູກູດ, ແຂວງຊຽງຂວາງ ແລະເຮັດວຽກປະສານງານແລະການຮ່ວມມືຢ່າງແໜ້ນແຟ້ນກັບ "ໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພູດອຍ (TABI)" ແລະ ອົງການບ້ານຈຸດສຸມສາກົນ "Village Focus International (VFI). ໂຄງການນີ້ເລີ່ມປະຕິບັດແຕ່ເດືອນມັງກອນ - ທັນວາ 2020.